ເປີດສາກແລ້ວ ກາຣາເຕໂດ ຊຽງຂວາງ ເກມ ຊີງໄຊ 12 ຫຼຽນຄຳ

    ເປີດສາກຂຶ້ນຢ່າງປັທາງການ ການແຂ່ງຂັນກີລາກາຣາເຕໂດ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຊວາງ ເກມ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈັດຂຶ້ນລະຫວ່າງວັນທີ 8-9 ທັນວາ 2022 ມີການຊີໄຊກັນທັງໝົດ 12 ຫຼຽນຄຳ 12 ຫຼຽນເງິນ ແລະ 24 ຫຼຽນທອງ ລວມທັງໝົດ 48 ຫຼຽນ ໃນນັ້ນ ມີ 1 ນະຄອນຫຼວງວຽງຈັນ 1 ກະຊວງປ້ອງກັນປະເທດ ແລະ 7 ແຂວງເຂົ້າຮ່ວມ.

    ພິທີປີດການແຂ່ງຂັນກີລາດັ່ງກ່າວ ຊຽງຂວາງ ເກມ ໄດ້ມີຂຶ້ນໃນວັນທີ 8 ທັນວາ 2022 ທີ່ສະໂມສອນກີລາດອກປີກໄກ່ໃນຮົ່ມ ແຂວງຊຽງຂວາງ ໂດຍມີທ່ານ ແສງພອນ ພົນອາມາດ ຫົວໜ້າກົມກີລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນເລື່ອນ ວັນນາຮັກ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຊຽງຂວາງ ແລະ ທ່ານ ພົງສະຫວັດ ບຸບຜາ ປະທານສະຫະພັນກາຣາເຕໂດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນກີລາກາຣາເຕໂດແຂວງ ຄະນະຄູເຝິກ ແລະ ນັກກີລາ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງຊຽງຂວາງ ເຂົ້າຮ່ວມຊົມ ແລະ ເຊຍຢ່າງຫຼວງຫຼາຍ.

    ໂອກາດນີ້ ທ່ານ ບຸນຄົງ ດວງພະວັນ ປະທານສະຫະພັນກາຣາເຕໂດແຂວງຊຽງຂວາງ ກ່າວວ່າ: ການແຂ່ງຂັນກີລາກາຣາເຕໂດ ຊຽງຂວາງ ເກມ ໃນຄັ້ງນີ້ ມີນັກກີລາເຂົ້າຮ່ວມ 68 ຄົນ ຍິງ 36 ຄົນມາຈາກ ປະກອບມີ ນະຄອນຫຼວງວຽງຈັນ ກະຊວງປ້ອງກັນປະເທດ ເຈົ້າພາບ ແຂວງຊຽງຂວາງ ແຂວງວຽງຈັນ ແຂວງຫຼວງພະບາງ ແຂວງຄຳມ່ວນ ແຂວງສະຫວັນນະເຂດ ແຂວງສາລະວັນ ແລະ ແຂວງເຊກອງ ໃນນັ້ນ ມີການຊີງມາໄຊ 12 ຫຼຽນຄຳ 12 ຫຼຽນເງິນ ແລະ 24 ຫຼຽນທອງ ລວມທັງໝົດ 48 ຫຼຽນ.

ໂດຍ:ສົງການ ພັນແພງດີ (ໜັງສືພິມສຶກສາ ວິທະຍາສາດ ແລະ ກີລາ)

error: Content is protected !!