ແຂວງອັດຕະປື ມອບ-ຮັບ ເຮືອນຖາວອນ 700 ຫຼັງ ໃຫ້ປະຊາຊົນຜູ້ປະສົບໄພພິບັດ ຢູ່ເມືອງສະໜາມໄຊ

    ພິທີມອບ-ຮັບເຮືອນຢູ່ຖາວອນ ຈໍານວນ 700 ຫຼັງ ໃຫ້ປະຊາຊົນທີ່ປະສົບໄພພິບັດ ຢູ່ເມືອງສະໜາມໄຊ ໄດ້ຈັດຂຶ້ນວັນທີ 7 ທັນວາ 2022 ທີ່ບ້ານດົງບາກໃໝ່ຫີນຄໍາ ເມືອງສະໜາມໄຊ ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍການນໍາຈາກສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມ.

     ຈໍານວນເຮືອນດັ່ງກ່າວ ພາຍຫຼັງເຫດການສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນຄັ້ງວັນທີ 23 ກໍລະກົດ 2018 ແມ່ນເຫດການຮ້າຍແຮງທີ່ສຸດ ເຊິ່ງພັກ-ລັດຖະບານ ໄດ້ຈັດເຫດການໃນຄັ້ງນັ້ນ ເປັນເຫດການລະດັບຊາດ ເຊິ່ງບໍ່ເຄີຍມີມາກ່ອນ ມາຮອດມື້ນີ້ເປັນວາລະຄົບຮອບ 4 ປີເຕັມພໍດີ ພັກ-ລັດຖະບານ ກໍຄືອົງການປົກຄອງທ້ອງຖິ່ນຂອງແຂວງ ເມືອງ ສຸດທີ່ມີຄວາມເປັນຫ່ວງເປັນໄຍ ເຫັນອົກເຫັນໃຈພໍ່ແມ່ປະຊາຊົນ ແລະ ໄດ້ຮ່ວມກັບ ບໍລິສັດ ພັດທະນາໂຄງການ SK&PNPC ໄດ້ມີຄວາມພະຍາຍາມຢ່າງສຸດຂີດ ເພື່ອຊ່ວຍເຫຼຶອເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນຜູ້ປະສົບໄພ.

    ໂຄງການກໍ່ສ້າງເຮືອນ 700 ຫຼັງ ມີມູນຄ່າທັງໝົດ 24,5 ລ້ານໂດລາສະຫະລັດ ດ້ວຍທຶນຊົດເຊີຍຂອງບໍລິສັດ (SK&PNPC) ມີ 4 ປະເພດເຮຶອນ ຄື:ເຮຶອນວິນລາ 80 ຫຼັງ ເຮືອນກໍ່ 2 ຊັ້ນ 4 ຫຼັງ ເຮືອນກໍ່ 2 ຊັ້ນປູແປ້ນ 278 ຫຼັງ ເຮືອນມີກ້ອງລ່າງ 338 ຫຼັງ ຈັດສັນເຂົ້າໃນ 4 ບ້ານ ຄື:ບ້ານດົງບາກໃໝ່ຫີນຄໍາ ມີທັງໝົດ 335 ຫຼັງ ບ້ານຫີນລາດ ມີທັງໝົດ 197 ຫຼັງ ບ້ານດອນບົກໃໝ່ແສງຈັນ ມີທັງໝົດ 70 ຫຼັງ ບ້ານສະໝອງໃໝ່ປີນດົງ ມີທັງໝົດ 98 ຫຼັງ ເລີ່ມປະຕິບັດການກໍ່ສ້າງແຕ່ວັນທີ 2 ມິຖຸນາ 2020 ເປັນຕົ້ນມາ ໂດຍແມ່ນບໍລິສັດ ວັນແສງອັດຕະປື ເປັນຜູ້ຮັບເໝົາໂຄງການກໍ່ສ້າງ ເຊິ່ງການຈັດຕັ້ງປະຕິບັດໂຄງການ ແຕ່ຕົ້ນມາຮອດປັດຈຸບັນ ທັງບໍລິສັດປະຕິບັດສຳເລັດ 100% ແລະ ໄດ້ມອບໃຫ້ປະຊົນເຂົ້າຢູ່ ຄື:ຄັ້ງທີ 1 ວັນທີ 12 ເມສາ 2021 ມີ 153 ຫຼັງ ຄັ້ງທີ 2 ວັນທີ 4 ເມສາ 2022 ມີ 352 ຫຼັງ ແລະ ຄັ້ງທີ 3 ວັນທີ 7 ທັນວາ 2022 ມີ 195 ຫຼັງ ລວມທັງໝົດ 700 ຫຼັງ.

    ໂອກາດດັດັ່ງກ່າວ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຄະນະນໍາຈາກສູນກາງ ແລະ ທ້ອງຖິ່ນ ກໍໄດ້ຮ່ວມກັນລັ່ນຄ້ອງ 9 ບາດແລະ ປ່ອຍປ້າຍປຸມເປົ້າ ເພື່ອເປັນສິລິມຸງຄຸນຢ່າງເປັນທາງການ.

error: Content is protected !!