ເປີດນຳໃຊ້ຫຼຽນຈຳລອງຫົວພັນວິລະຊົນ

     ພິທີເປີດຫຼຽນຈຳລອງຫົວພັນວິລະຊົນຈັດຂຶ້ນໃນວັນທີ 7 ທັນວາ 2022 ຢູ່ສວນສາທາລະນະຫົວພັນ-ແທັງຮວ່າ ເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ບັນດາທ່ານການນຳຂັ້ນສູນກາງ ການນຳແຂວງ ການນຳ 10 ເມືອງ ພະນັກງານອາວຸດໂສບຳນານປະຕິວັດ ພະນັກງານລັດຖະກອນ ກຳລັງປ້ອງກັນຊາດ-ປ້ອງຄວາມສະຫງົບ ອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າອ້ອມຂ້າງເທສະບານແຂວງ.

     ໃນພິທີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ລາຍງານເຖິງຄວາມໝາຍຄວາມສຳຄັນຂອງຫຼຽນຈຳລອງດັ່ງກ່າວວ່າ ການເປີດຫລຽນຈຳລອງຫົວພັນວິລະຊົນເພື່ອເປັນການຈາລຶກບຸນຄຸນ ຄຸນງາມຄວາມດີຂອງບັນດາບັນພະບຸລຸດວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນ ດາເຜົ່າແຂວງຫົວພັນທີ່ໄດ້ອຸທິດຊີວິດ ເລືອດເນື້ອກໍຄືລູກຫຼານອັນແສນຮັກຂອງຕົນເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດ ແລະ ຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ໃໝ່ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ຜືນແຜນດິນອັນຄົບຖ້ວມຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະໄວ້ໃຫ້ສະມາຊິກພັກ ພະນັກງານ ນັກຮຽນຮູ້ ນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊາວແຂວງຫົວພັນຜູ້ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮ່ຳຮຽນເອົາມູນເຊື້ອທີ່ບັນດາບັນພະບູລຸດວິລະຊົນແຫ່ງຊາດ ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າແຂວງຫົວພັນໄດ້ສ້າງໄວ້ນັ້ນປະກອບເຂົ້າໃນການເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນພະນັກງານທີ່ສືບຖອດທີ່ດີເດັ່ນສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕາມແນວທາງປ່ຽນແປງໃໝ່ຢ່າງ ຮອບດ້ານທີ່ມີຫຼັກການຂອງພັກ ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມທີ່ພັກໄດ້ກຳນົດໄວ້.

    ທ່ານ ອານົງລັກ ແສງສຸລິຍາ ເຈົ້າເມືອງຊຳເໜືອ ທັງເປັນປະທານອົງການພັດທະນາ ແລະ ບໍລິ ຫານຕົວເມືອງຊຳເໜືອ ໃນນາມເຈົ້າຂອງໂຄງການກໍ່ສ້າງຫຼຽນຈຳລອງຫົວພັນວິລະຊົນໃຫ້ຮູ້ວ່າ: ໂຄງການດັ່ງກ່າວມີຄວາມໝາຍຄວາມສຳຄັນຕໍ່ແຂວງຫົວພັນເຊິ່ງຕິດພັນກັບປະຫວັດສາດ ຮີດຄອງປະເພນີ ວິຖີການດຳລົງຊີວິດ ການຕໍ່ສູ້ປົດປ່ອຍປະເທດຊາດ ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນມີທີ່ຕັ້ງຢູ່ສວນສາທາລະນະມິດຕະພາບຫົວພັນ-ແທັງຮວ່າ ຕິດກັບບໍລິເວນໜ່ວຍແກ້ວຫລັກເມືອງ ເລີ່ມລົງມືກໍ່ສ້າງມາແຕ່ທ້າຍເດືອນມັງກອນ 2022 ແລະ ສຳເລັດໃນທ້າຍເດືອນກັນຍາ 2022 ມີໄລຍະກໍ່ສ້າງ 9 ເດືອນ ໂຄງການປະກອບດ້ວຍ ກໍ່ສ້າງເສົາຮອງຮັບຮູບຈຳລອງຫຼຽນວິລະຊົນເປັນຮູບ 10 ຫຼຽມ ແລະ ຕົບແຕ່ງດ້ວຍລວດລາຍເອກະລັກຕ່າງໆ ຕີນເສົາມີເສັ້ນຜ່າກາງ 8 ແມັດ ປາຍເສົາມີເສັ້ນຜ່າກາງ 1,33 ແມັດ ແທ່ນເສົາມີລວງສູງ 7,20 ແມັດ ລວມມີ 7 ຂັ້ນ ແຕ່ລະຂັ້ນມີຄວາມໝາຍແຕກຕ່າງກັນ ສະເພາະໜ່ວຍຫຼຽນຈຳລອງຫົວພັນວິລະຊົນມີຂະໜາດ ແລະ ຄວາມໜາ 15 ຊັງຕີແມັດ ກວ້າງ 1,33 ແມັດ ສູງ 1,88 ແມັດ ຜະລິດດ້ວຍທອງເຫຼືອງມີ 2 ໜ້າ ລວມມູນຄ່າກໍ່ສ້າງ 569 ລ້ານກວ່າກີບ.

    ນອກຈາກນີ້ໃນພິທີທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງຫົວພັນ ກໍໄດ້ເລົ່າຄືນມູນເຊື້ອຫົວພັນວິລະຊົນເຊິ່ງໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງແຂວງຫົວພັນໂດຍຫຍໍ້ ສະພາບການກົດຂີ່ຂູດຮີດຂອງຈັກກະພັດຕ່າງດ້າວ ແລະ ການລຸກຮື້ຂື້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດຂອງປະຊາຊົນບັນດາເຜົ່າຢູ່ແຂວງຫົວພັນນັບແຕ່ປີ 1890 ເປັນຕົ້ນມາ ຈາກຜົນງານດັ່ງກ່າວໃນກອງປະຊຸມນັກຮົບແຂ່ງຂັນ ແລະ ວິລະຊົນແຫ່ງຊາດທົ່ວປະເທດ ຄັ້ງທີ 2 ແຂວງຫົວພັນຈຶ່ງໄດ້ຮັບນາມມະຍົດເປັນແຂວງວິລະຊົນແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 17/ປທປທ ລົງວັນທີ 5 ເມສາ 1979 ເພື່ອຈາລຶກຄຸນງາມຄວາມດີອັນດີເດັ່ນເປັນຕົວແທນໃຫ້ບັນດາກົມກອງ ແລະ ບຸກຄົນທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ແລະ ການປະຕິວັດສູນກາງ.

error: Content is protected !!