ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນສາມາດຮັກສາອັດຕາການເຕີບໂຕເສດຖະກິດຢູ່ໃນລະດັບສູງກວ່າ 4%

     ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ວັນທີ 8 ທັນວາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງການລາຍງານ ແລະ ປະກອບຄໍາຄິດເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງກອງປະຊຸມເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີຈາກກະຊວງກ່ຽວຂ້ອງເຂົ້າຮ່ວມ.

                ສະເພາະບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທ່ານ ສອນໄຊ ສີພັນດອນ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວາລະແຫ່ງຊາດດັ່ງກ່າວວ່າ: ເຖິງວ່າເສດຖະກິດຂອງປະເທດເຮົາປະເຊີນກັບຜົນກະທົບຈາກພາຍນອກເປັນຕົ້ນ ການລະບາດພະຍາດໂຄວິດ-19 ຂໍ້ຂັດແຍ່ງທາງດ້ານການເມືອງກໍ່ຄືດ້ານເສດຖະກິດ ບັນຫາການເພີ່ມຂຶ້ນຂອງລາຄາສິນຄ້າໃນຕະຫຼາດໂລກເຊັ່ນ:ລາຄານໍ້າມັນເຊື້ອໄຟ ລາຄາສະບຽງອາຫານ ແລະ ອື່ນໆ ລວມທັງສະພາບຄວາມບອບບາງເສດຖະກິດມະຫາພາກຢູ່ພາຍໃນປະເທດ ແຕ່ພວກເຮົາສາມາດບັນລຸໄດ້ຄື: ການຂະຫຍາຍຕົວເສດຖະກິດຍັງສາມາດຮັກສາອັດຕາການເຕີບໂຕຢູ່ໃນລະດັບສູງກວ່າ 4% ເຊິ່ງໃນປີ 2022 ຄາດວ່າຈະບັນລຸ 4,4% (ຄາດໝາຍວາລະແຫ່ງຊາດ 4% ຂຶ້ນໄປ) ໃນນີ້ການຜະລິດກະສິກຳມີທ່າອ່ຽງຂະຫຍາຍຕົວດີຂຶ້ນຈາກລະດັບ 1,2% ໃນປີ 2020 ແລະ 2,5% ໃນປີ 2021 ມາເປັນ 2,9% ໃນປີ 2022 ຕາມລຳດັບ ໄດ້ເຮັດໃຫ້ມູນຄ່າການສົ່ງອອກສິນຄ້າກະສິກຳມີທ່າອ່ຽງເພີ່ມຂຶ້ນປະມານ 15% ໂດຍສະເພາະຢາງພາລາ ເພີ່ມຂຶ້ນ 36% ແລະ ມັນຕົ້ນ ເພີ່ມຂຶ້ນ 28% ສົມທຽບໄລຍະດຽວກັນຂອງປີຜ່ານມາ ພ້ອມນັ້ນການຂະຫຍາຍຕົວຂອງຂະແໜງບໍລິການທີ່ພັກອາໄສຕິດພັນກັບການທ່ອງທ່ຽວ ແລະ ການບໍລິການຂົນສົ່ງ ຂະຫຍາຍຕົວເພີ່ມຂຶ້ນຈາກລະດັບຕິດລົບມາເປັນ 7,1% ແລະ 6,8% ໃນໄລຍະ 9 ເດືອນ ປີ 2022 ຕາມລໍາດັບ.

ການເກັບລາຍຮັບສາມາດບັນລຸໄດ້ໃນລະດັບ 15,28% ຂອງ GDP ໃນ2022 (ຄາດໝາຍຂອງວາລະແຫ່ງຊາດ 15% ຂອງ GDP ຂຶ້ນໄປ) ເຮັດໃຫ້ອັດຕາການຂາດດຸນງົບປະມານຈະຢູ່ໃນລະດັບ 0,99% ຂອງ GDP ຕໍ່າກວ່າຄາດໝາຍວາລະແຫ່ງຊາດ (<2% ຂອງ GDP) ການແກ້ໄຂສະພາບໜີ້ສິນຕ່າງປະເທດຍັງສາມາດປະຄັບປະຄອງໄປໄດ້ ແລະ ມີຄວາມພະຍາມສູງໃນການຊຳລະຕາມເວລາ ເພື່ອບໍ່ໃຫ້ຕົກເຂົ້າສູ່ສະພາບການເປັນປະເທດທີ່ບໍ່ສາມາດຊຳລະໜີ້ໄດ້ ຄັງສຳຮອງເງິນຕາຕ່າງປະເທດ ຍັງສາມາດກຸ້ມການນຳເຂົ້າໃນລະດັບ 3,01 ເດືອນ ຕາມຄາດໝາຍ ແລະ ລະດັບ NPL ຫຼື ໜີ້ບໍ່ເກີດດອກອອກຜົນ ມາຮອດທ້າຍເດືອນ ຕຸລາ 2022 ຢູ່ໃນລະດັບ 2,15% ຕໍ່າກວ່າຄາດໝາຍບໍ່ເກີນ 3%.

ເຖິງແມ່ນວ່າການຈັດຕັ້ງປະຕິບັດວາລະແຫ່ງຊາດໄດ້ມີຜົນສໍາເລັດຈໍານວນໜຶ່ງແຕ່ຍັງວຽກຈຸດສຸມຈຳນວນໜຶ່ງປະຕິບັດໄດ້ຊັກຊ້າ ບໍ່ທັນເລິກເຊິ່ງ ໜັກແໜ້ນ ແລະ ຮັບປະກັນໄດ້ 3 ຫຼັກການ (ເດັດຂາດ ໂປ່ງໃສ ແລະ ເປັນມືອາຊີບ) ບໍ່ທັນໄດ້ດີເທົ່າທີ່ຄວນເປັນຕົ້ນ ຄວາມເປັນເຈົ້າການໃນການສ້າງຖານລາຍຮັບຕິດພັນກັບການກວດກາ ແລະ ເລັ່ງທວງການເກັບລາຍຮັບງົບປະມານຈາກຖານລາຍຮັບທີ່ເປັນທ່າແຮງຍັງບໍ່ທັນເດັດຂາດ ຂາດກົນໄກການປະສານງານ ຄວາມຕື່ນຕົວໃນການລາຍງານໜ້າວຽກຂອງຂະແໜງການ ແລະ ທ້ອງຖິ່ນຍັງບໍ່ເປັນປົກກະຕິ ຄົບຖ້ວນ ແລະ ທັນເວລາ ການຫັນເປັນທັນສະໄໝໃນລະບົບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານ ລະບົບການຊໍາລະ ການບໍລິຫານລັດຍັງມີຄວາມຄືບໜ້າຊ້າ ຫຼາຍໂຄງການລົງທຶນສໍາປະທານທີ່ເປັນທ່າແຮງດ້ານລາຍຮັບງົບປະມານຍັງບໍ່ທັນຮັບປະກັນໄປຕາມຫຼັກການຄວາມເປັນມືອາຊີບ ແລະ ອື່ນໆ.

error: Content is protected !!