ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງເຊໂປນ ຈັດພິທີຍ້ອງຍໍພະນັກງານ 434 ຄົນ ທີ່ໄດ້ເຮັດວຽກກັບບໍລິສັດມາໄດ້ຍາວນານ ຂຶ້ນວັນທີ 5 ທັນວາ 2022 ຢູ່ນະຄອນຫຼວງວຽງຈັນ ເພື່ອຄໍານັບຮັບຕ້ອນວັນຊາດ (2 ທັນວາ) ຄົບຮອບ 47 ປີ ໃນນີ້ມີພະນັກງານ 132 ຄົນ ທີ່ເຮັດວຽກກັບ LXML ໄດ້ 5 ປີ 55 ຄົນ ເຮັດວຽກໄດ້ 15 ປີ 8 ຄົນ ເຮັດວຽກໄດ້ 20 ປີ ແລະ 1 ຄົນ ເຮັດວຽກໄດ້ 25 ປີ.



ປີ 2023 LXML ຈະສະເຫຼີມສະຫຼອງ 20 ປີ ແຫ່ງການດຳເນີນການຂຸດຄົ້ນ-ຜະລິດແຮ່ ຕະຫຼອດອາຍຸການຂອງບໍ່ຄຳ-ທອງ ເຊໂປນ ມີພະນັກງານກວ່າ 10.000 ຄົນ ທີ່ໄດ້ປະກອບສ່ວນໃນການເຕີບໂຕຂອງ LXML ໄດ້ຮຽນຮູ້ເຝິກຝົນທັກສະວິຊາຊີບ ແລະ ສ້າງຊີວິດການເປັນຢູ່ທີ່ດີຂຶ້ນ ໃນຈຳນວນພະນັກງານ ແລະ ຜູ້ຮັບເໝົາ 5.000 ຄົນ 95% ແມ່ນຄົນລາວ 75% ແມ່ນຄົນທ້ອງຖິ່ນ ແລະ 20% ແມ່ນເພດຍິງ ໃນ 2-3 ທົດສະວັດຜ່ານມາ LXML ໄດ້ລົງທຶນຫຼາຍລ້ານໂດລາສະຫະລັດ ເຂົ້າໃສ່ການພັດທະນາຊັບພະຍາກອນມະນຸດ ລວມທັງທຶນການສຶກສາ ການລົງເຝິກງານກັບບໍລິສັດ ແລະ ການເຝິກອົບຮົມຕົວຈິງ LXML ສືບຕໍ່ສະໜັບສະໜູນຄວາມກ້າວໜ້າໃນອາຊີບການງານ ແລະ ຄວາມມຸ່ງໝັ້ນຂອງພະນັກງານ ເພື່ອສ້າງວິຊາການມືອາຊີບຄົນລາວ ເພື່ອຜົນປະໂຫຍດຂອງ ສປປ ລາວ. ທ່ານ ພໍ ແຮຣິສ໌ ປະທານ LXML ກ່າວວ່າ: ທັກສະ ແລະ ປະສົບການທີ່ພະນັກງານເກັບກ່ຽວໄດ້ໃນຊຸມປີຜ່ານມາ ມີຄຸນຄ່າຍິ່ງ ເຊິ່ງຈະເປັນຊັບສິນ-ມໍລະດົກຕິດໂຕ ພະນັກງານທຸກຄົນຈະໄປເຮັດວຽກຢູ່ແຫ່ງໃດໃນ ສປປ ລາວ ກໍຕາມ LXML ຈະສືບຕໍ່ລົງທຶນໃສ່ທຶນມະນຸດຂອງ ສປປ ລາວ ຜ່ານການເຝິກອົບຮົມ ການເຝິກສອນໃນວຽກ ແລະ ຄວາມກ້າວໃນໃນອາຊີບການງານ.
