ການແຂ່ງຂັນກາຣາເຕໂດ ໃນວານກີລາແຫ່ງຊາດຄັ້ງທີ XI ໄດ້ໄຂຂຶ້ນເປັນທາງການ ແຂ່ງຂັນແຕ່ວັນທີ 8-10 ທັນວາ 2022 ໂດຍຈະມີການຊີງໄຊເຖິງ 12 ລາຍ ການ ຂະນະທີ່ນັກກີລາຈາກນະຄອນຫຼວງວຽງຈັນ (ນວ) ເຂົ້າຮ່ວມທຸກລາຍການແຂ່ງຂັນ.

ພິທີເປີດການແຂ່ງຂັນກີລາດັ່ງກ່າວ ຈັດຂຶ້ນໃນວັນ ທີ 8 ທັນວາ 2022 ຢູ່ທີສະໜາມກີລາດອກປິກໄກ່ ແຂວງຊຽງຂວາງ ໂດຍການເຂົ້າຮ່ວມ ຂອງ ທ່ານ ບຸນເລື່ອນ ວັນນາຮັກ ຫົວຫນ້າພະແນກສຶກສາ ທິການ ແລະ ກິລາ ແຂວງຊຽງ ຂວາງ ທ່ານ ພົງສະຫວັດ ບຸບຜາ ປະທານສະຫະພັນຄາຣາເຕໂດ ແຫ່ງ ຊາດລາວ ມີບັນດາຄະນະກຳມະການ ຄູຝືກ ນັກກິລາ ແລະ ກອງເຊຍ ຈາກພາກສວ່ນຕ່າງເຂົ້າຮ່ວມ.

ການແຂ່ງຂັນຄາຣາເຕໂດ ໃນງານມະຫາກຳກິລາແຫ່ງຊາດ ຫລື ຊຽງຂວາງເກມ ໃນຄັ້ງນີ້ມີ 9 ພາກສວ່ນເຂົ້າຮ່ວມ ຄື: ແຂວງຊຽງຂວາງ ນະຫຼວງພະບາງ ແຂວງວຽງຈັນ ນະຄອນຫຼວງວຽຈັນ ແຂວງຄຳມວ່ນ ແຂວງສະຫວັນນະເຂດ ແຂວງສາລະວັນ ແຂວງເຊກອງ ແລະ ກະຊວງປອ້ງກັນປະເທດ ລວມມີນັກກິລາທັງ ໝົດ 68 ຄົນ ຍີງ 36 ຄົນ ຮວ່ມຊິງຍາດເອົາຫຼຽນລາງວັນທັງໝົດ 48 ຫຼຽນໃນນັ້ນມີ 12 ຫຼຽນຄຳ 12 ຫຼຽນເງີນ ແລະ 24 ຫຼຽນທອງ ເຊີ່ງຈະເລີ່ມແຂ່ງຂັນ ໃນລະຫວ່າງວັນທີ 8 ຫາ ວັນທີ 10 ທັນວາ 2022 ນີ້.

ສຳລັບ ນວ ຂອງພວກເຮົາໄດ້ສົ່ງນັກກີລາເຂົ້າ ຮ່ວມແຂ່ງຂັນ ໃນກິລາ ປະເພດດັ່ງກ່າວ ທັງໝົດ 12 ຄົນ 12 ລາຍການ ໃສນັ້ນປະເພດຍິງ ປະກອບມີ 8 ຄົນ ເພື່ອລຸ້ນຮ່ວມຊິງຫຼຽນລາງວັນ ໃນງານມະຫາກຳກີລາແຫ່ງຊາດ ຊຽງຂວາ ເກມ ໃນຄັ້ງນີ້ ສວ່ນມື້ທຳອິດ ແມ່ນມີການແຂ່ງຂັນໃນລາຍ ປະເພດຟອ້ນກາຕ້າ ດຽວຍີງ ໃນຮອບຄັດເລຶອກ ແລະ ຮອບຊິງຊະນະເລີດ ພ້ອມມອບຫຼຽນລາງວັນໄປພອ້ມກັນ.