ເຈົ້າເມືອງສັງທອງ ລົງຊີ້ນໍາການກະກຽມສ້ອມເສັ້ນທາງເພຍລາດ-ເຕົາໃຫ

ວັນທີ 5 ທັນວາ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ພ້ອມດ້ວຍຄະນະ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຊີ້ນໍາການກະກຽມລົງມືສ້ອມແປງເສັ້ນທາງແຕ່ບ້ານເພຍລາດ-ບ້ານເຕົາໃຫ ເມືອງສັງທອງ ນະຄອນຫຼວງວຽງຈັນ.

ໂຄງການດັ່ງກ່າວ ເຊິ່ງເປັນໂຄງການສ້ອມແປງເສັ້ນທາງດິນແດງແຕ່ບ້ານເພຍລາດຫາບ້ານເຕົາໃຫ ມີຄວາມຍາວທັງໝົດ 15 ກິໂລແມັດ ເຊິ່ງຈະເລີ່ມລົງມືກໍ່ສ້າງຈັດຕັ້ງປະຕິບັດ ນັບຕັ້ງແຕ່ວັນທີ 6/12/ 2022 ແລະ ຄາດຄະເນວ່າຈະໃຫ້ສໍາເລັດ ໃນທ້າຍເດືອນ 12/2022 ນີ້ ໂດຍແມ່ນບໍລິສັດຮຸ່ງເຮືອງ ເປັນຜູ້ຮັບເໝົາກໍ່ສ້າງ ການສ້ອມແປງເສັ້ນດິນແດງແຕ່ບ້ານເພຍລາດຫາບ້ານເຕົາໃຫ ໃນເທື່ອນີ້ແມ່ນຈະໄດ້ກວດແປງຮູບທາງ ແລະ ທົບຫີນເບດຣຄອດໃສ່ເປັນບາງຈຸດ ເຊິ່ງທຶນທີ່ນໍາມາສ້ອມແປງໃນຄັ້ງນີ້ແມ່ນໄດ້ຮັບການຊ່ວຍເຫຼືອລ້າ ຈາກສະມາຄົມຊາວຕ່າງດ້າວທີ່ຢູ່ ສປປລາວ.

      ພາບ-ຂ່າວ ເມືອງສັງທອງ

error: Content is protected !!