ການຈັດຕັ້ງປະຕິບັດໂຕຈິງສ້ອມແປງທາງຫຼວງທ້ອງຖິ່ນ-ທາງຫຼວງແຫ່ງຊາດມີຄວາມຫຍຸ້ງຍາກຫຼາຍດ້ານ

     ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ວັນທີ 7 ທັນວາ 2022 ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການສ້ອມແປງເສັ້ນທາງຫຼວງທ້ອງຖິ່ນ ແລະ ເສັ້ນທາງຫຼວງແຫ່ງຊາດ ໂດຍສະເພາະເສັ້ນທາງທີ່ເປ່ເພຈາກການກໍ່ສ້າງທາງລົດໄຟລາວ-ຈີນ ທາງດ່ວນ ແລະ ໂຄງການຂຸດຄົ້ນແຮ່ທາດຕ່າງໆ ໃນໄລຍະຜ່ານມາເຫັນວ່າມີຄວາມຊັກຊ້າ ແລະ ບາງຈຸດທີ່ສ້ອມແປງແລ້ວ ແຕ່ຄຸນນະພາບຕໍ່າ ເປ່ເພໄວ ເຊິ່ງການບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດແມ່ນນຳໃຊ້ງົບປະມານກອງທຶນທາງໃນການຈັດຕັ້ງປະຕິບັດໃນຮູບແບບສັນຍາ 12 ເດືອນ ເລີ່ມແຕ່ປີ 2020 ລັດຖະບານໄດ້ຫັນເອົາການຈັດຕັ້ງປະຕິບັດແຜນລາຍຈ່າຍງົບປະມານກອງທຶນທາງໃຫ້ໄປຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ໂດຍໄດ້ລະບຸໄວ້ໃນຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການລົງທືນຂອງລັດ ບັນດາໂຄງການທີ່ນຳໃຊ້ງົບປະມານກອງທຶນທາງ ຕ້ອງໄດ້ຜ່ານການປະເມີນຈາກອົງການຮັບຜິດຊອບການປະເມີນຜົນໂຄງການລົງທຶນຂອງລັດ ຜ່ານການຈັດຕັ້ງປະຕິບັດໂຕຈິງເຫັນວ່າມີຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ:ຂະບວນການພິຈາລະນາ ແລະ ຮັບຮອງເອົາໂຄງການເຂົ້າແຜນລົງທຶນຂອງລັດ ຕ້ອງໄດ້ຜ່ານຂະບວນການປະເມີນຜົນຕ້ອງໃຊ້ເວລາເຖິງ 6 ເດືອນ ໃຊ້ເວລາດໍາເນີນການປະມູນເອົາຜູ້ຮັບເໝົາ ປະມານ 3-4 ເດືອນ ແລະ ງົບປະມານຊຳລະໃຫ້ຜູ້ຮັບເໝົາບໍ່ສາມາດຕອບສະໜອງຕາມເງື່ອນໄຂຂອງສັນຍາ ຊຳລະໄດ້ພຽງ 6-8 % ຕໍ່ປີ ເຮັດໃຫ້ການຊຳລະແກ່ຍາວຫຼາຍກວ່າ 10 ປີ ເພື່ອແກ້ໄຂບັນຫາດັ່ງກ່າວ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປ່ຽນຮູບແບບໂດຍຫັນເປັນສັນຍາ 3 ປີ ຫຼຸດຜ່ອນຂະບວນການສ້າງແຜນ ແລະ ການສະໜອງງົບປະມານຂຶ້ນກັບສະພາບງົບປະມານຕົວຈິງ ຕາມແຜນຈະຊຳລະຕາມກຳນົດ 3 ປີຄື: ປີ1 (20%) ປີທີ 2 (40%) ແລະ ປີທີ 3 (40%).

     ການຂົນສົ່ງແຮ່ທາດໄດ້ເຮັດໃຫ້ມີຜົນກະທົບຕໍ່ທາງຫຼວງຢູ່ 14 ແຂວງທົ່ວປະເທດ ປະກອບມີ ທາງຫຼວງແຫ່ງຊາດ 1.743 ກິໂລແມັດ ແລະ ທາງຫຼວງທ້ອງຖິ່ນ (ທາງຫຼວງແຂວງ ທາງຫຼວງເມືອງ ແລະ ທາງຊົນນະບົດ) 432 ກິໂລແມັດ ການແກ້ໄຂຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ມອບໃຫ້ກົມກ່ຽວຂ້ອງ ສົມທົບກັບບັນດາແຂວງທີ່ໄດ້ຮັບຜົນກະທົບ ເພື່ອເປີດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງກົນໄກການຈັດຕັ້ງປະຕິບັດວຽກຄຸ້ມຄອງນໍ້າໜັກ ແຂວງໄດ້ແຕ່ງຕັ້ງຄະນະກວດກາສະເພາະກິດ ເພື່ອລາດຕະເວນຄຸ້ມຄອງ ແລະ ຈໍາກັດນໍ້າໜັກລົດບັນທຸກ ໂດຍສະເພາະໃນລະດູຝົນໄດ້ອອກແຈ້ງການໃຫ້ຫຼຸດການບັນທຸກນໍ້າໜັກຕາມທາງຫຼວງທ້ອງຖິ່ນລົງ 20% ແລະ ໄດ້ເຊີນເອົາບັນດາຜູ້ປະກອບການມາປຶກສາຫາລີ ແລະ ແຈ້ງໃຫ້ຊາບກ່ຽວກັບການກໍານົດກົນໄກ ແລະ ການຄຸ້ມຄອງນໍ້າ ໜັກລົດບັນທຸກ.

     ສໍາລັບບັນຫານໍ້າຖ້ວມຂັງໃນຕົວເມືອງ ແມ່ນເກີດມາຈາກພວກເຮົາຍັງບໍ່ສາມາດຄຸ້ມຄອງການຈັດຕັ້ງປະຕິບັດແຜນຜັງລວມໂຕເມືອງໄດ້ດີເທົ່າທີ່ຄວນເຊັ່ນ:ການປຸກສ້າງຊະຊາຍບໍ່ເປັນໄປຕາມລະບຽບຜັງເມືອງ ການຄຸ້ມຮ່ອງລະບາຍນໍ້າ ຖົມໜອງນ້ໍາມະພາດ ແລະ ລະບົບລະບາຍນໍ້າໃນຕົວເມືອງອຸດຕັນ ການແກ້ໄຂບັນຫາດັ່ງກ່າວ ກະຊວງ ຍທຂ ຈະເອົາໃຈໃສ່ປັບປຸງນິຕິກຳ ແລະ ບັງຄັບໃຊ້ນິຕິກຳໃນການຄຸ້ມຄອງ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດແຜນຜັງເມືອງໃຫ້ເຄັງຄັດຂຶ້ນ ພ້ອມນັ້ນຈະໄດ້ເຮັດວຽກຮ່ວມກັບບັນດາແຂວງລົງສຳຫຼວດຈຸດທີ່ນໍ້າຖ້ວມເປັນປະຈຳ ຊອກຫາສາເຫດທີ່ເຮັດໃຫ້ມີນໍ້າຖ້ວມຂັງ ແລະ ວາງແຜນປັບປຸງແກ້ໄຂເຊັ່ນ: ດູດລອກລະບົບຮອງລະບາຍນໍ້າ ຂະຫຍາຍລະບົບຮອງລະບາຍນໍ້າ (ຖ້າຈໍາເປັນ) ເພື່ອໃຫ້ສາມາດລະບາຍນໍ້າໄດ້ໄວ້ຂຶ້ນ ຂະຫຍາຍຂອງລະບາຍນໍ້າທໍາມະຊາດເພື່ອຮອງຮັບປະລິມາດນໍ້າໃຫ້ໄດ້ຫຼາຍຂຶ້ນ ແລະ ໜ້າວຽກອື່ນໆ.

error: Content is protected !!