ສະຖານທີ່ກຳນົດການຕິດຕາມຄຸ້ມຄອງໝາກໄມ້ນຳເຂົ້າ ດ່ານບໍ່ຫານ ແຂວງຢຸນນານ ສປ ຈີນ ໄດ້ຜ່ານການກວດຮັບຈາກອົງການພາສີ ແລະ ເລີ່ມນຳໃຊ້ຢ່າງເປັນທາງການ ວັນທີ 30 ພະຈິກ ຜ່ານມາ.


ລົດໄຟຂົນສົ່ງໝາກໄມ້ແຊ່ເຢັນ ຕາມທາງລົດໄຟ ຈີນ-ລາວ ຂະບວນທຳອິດ ທີ່ບັນທຸກໝາກກ້ວຍຫອມຂອງລາວ ໝາກລຳໄຍ ແລະ ໝາກຖົ່ວລຽນຂອງໄທ ແລະ ໝາກໄມ້ຊະນິດອື່ນໆຂອງອາຊີຕາເວັນອອກສຽງໃຕ້ ໄດ້ເຂົ້າຈອດຢູ່ສະຖານທີ່ຕິດຕາມຄຸ້ມຄອງດັ່ງກ່າວ ວັນທີ 1 ທັນວາ 2022 ແລະ ຮັບການກວດກາຄຸນນະພາບ ແລະ ກັກກັນ ພາຍຫຼັງຮັບປະກັນຄວາມປອດໄພແລ້ວ ໝາກໄມ້ເຫຼົ່ານີ້ຈະເຂົ້າສູ່ຕະຫຼາດແຫ່ງຕ່າງໆຂອງຈີນໂດຍກົງ ທຽບກັບວິທີການຂົນສົ່ງປະສົມດ້ວຍທາງຫຼວງ ແລະ ທາງລົດໄຟແລ້ວ ການຂົນສົ່ງດ້ວຍທາງລົດໄຟ ຕະຫຼອດທາງ ມີສະມັດທະພາບສູງຂຶ້ນກວ່າຢ່າງຫຼວງຫຼາຍ.



ຄຽງຄູ່ກັບລົດໄຟໃນແຕ່ກ່ອນຂົນສົ່ງໝາກໄມ້ແຊ່ເຢັນ ທີ່ຂົນສົ່ງຕາມທາງລົດໄຟ ຈີນ-ລາວ ເລີ່ມເປີດບໍລິການເປັນທາງການ ຜະລິດຕະພັນກະສິກຳທີ່ມີຄຸນນະພາບສູງ ເຊັ່ນ: ໝາກໄມ້ ແລະ ອື່ນໆຂອງປະເທດອາຊຽນ ເຊັ່ນ: ລາວ ໄທ ແລະ ປະເທດອື່ນໆ ຈະໄດ້ຂົນສົ່ງເຂົ້າຕະຫຼາດຈີນຢ່າງປອດໄພ ແລະ ວ່ອງໄວ ດ້ວຍການຜ່ານດ່ານຢ່າງສະດວກ ແລະ ເປັນຂະໜາດໃຫຍ່ຂອງທາງລົດໄຟ ຈີນ-ລາວ.

(ສະບາໄພ)