ທີມກີລາບານບ້ວງນະຄອນຫຼວງວຽງຈັນ ຍັງສະແດງທັກສະທີ່ໂດດເດັ່ນ ເອົາຊະນະ ແຂວງຫຼວງພະບາງ ໄດ້ຫຼຽນຄຳມາຄອງ ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ຂະນະທີ່ທີມບານບ້ວງຍິງ ພາດທ່າໃຫ້ແຂວງຈຳປາສັກໃນນັດຊີງຫຼຽນທອງ.


ການແຂ່ງຂັນບານບ້ວງນັດຊີງຊະນະເລີດ ມີຂຶ້ນໃນວັນທີ 7 ທັນວາ 2022 ທີ່ສະໜາມກີລາໄຊຊະນະ ເປັນການລົງຊີງໄຊຂອງ ທີມບານບ້ວງນະຄອນຫຼວງວຽງຈັນ ແລະ ແຂວງຫຼວງພະບາງ ເຊິ່ງການແຂ່ງຂັນໃນຄວາເຕີທຳອິດ ນະຄອນຫຼວງນຳໜ້າພຽງ 1 ຄະແນນ ກໍຄື 14-13 ຄະແນນ.



ມາຮອດຕົ້ນຄວາເຕີທີ 2 ຫຼວງພະບາງມີໂອກາດຊຸດຫຼາຍຄັ້ງ ແຕ່ກໍຖືກນະຄອນຫຼວງສວນກັບຊຸດເກັບຄະແນນນຳໜ້າຂຶ້ນໄປເປັນ 39-34.


ກ້າວສູ່ຄວາເຕີ 3 ຫຼວງພະບາງ ພະຍາຍາມຕີຕື້ນ ແຕ່ນະຄອນຫຼວງວຽງຈັນ ອາໃສຄວາມເປັນທີມ ບວກກັບຄວາມໄວຂອງນັກກີລາ ເຮັດໃຫ້ຄະແນນຍັງນຳໜ້າຫຼວງພະບາງ 57-51.

ມາຮອດຄວາເຕີສຸດທ້າຍ ທັງສອງຝ່າຍຜັດປ່ຽນກັນບຸກ ແຕ່ນະຄອນຫຼວງວຽງຈັນ ກໍບໍ່ຍອມໃຫ້ຫຼວງພະບາງຕີຕື້ນຂຶ້ນມາ ໝົດເວລາການແຂ່ງຂັນ ນະຄອນຫຼວງວຽງຈັນ ເອົາຊະນະ ຫຼວງພະບາງດ້ວຍ 75-65 ຄະແນນ ໄດ້ຫຼຽນຄຳໄປຄອງ.

ສ່ວນຫຼຽນເງິນກໍຕົກເປັນຂອງຫຼວງພະບາງ ຫຼຽນທອງ ເປັນຂອງແຂວງສະຫວັນນະເຂດ ທີ່ເອົາຊະນະເຈົ້າພາບ ຊຽງຂວາງ ໃນຮອບຊີງທີ 3.

ສ່ວນຜົນການແຂ່ງຂັນບານບ້ວງຍິງ ຫຼຽນຄຳເປັນຂອງເຈົ້າພາບ ຫຼຽເງິນເປັນຂອງແຂວງຫຼວງພະບາງ ແລະ ຫຼຽນທອງເປັນຂອງແຂວງຈຳປາສັກ ທີ່ເອົາຊະນະໃນນະຄອນຫຼວງໃນຮອບຊີງທີ 3.