ການແຂ່ງຂັນກີລາໜ້າເກັກໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ທີມນັກກີລານະຄອນ ຫຼວງວຽງຈັນ ຍາດໄດ້ພຽງ 1 ຫຼຽນຄຳ ຂະນະທີ່ເຈົ້າພາບ ຊຽງຂວາງ ຍາດໄດ້ 3 ຫຼຽນຄຳ ເປັນອັນດັບ 1 ຂອງຕາຕະລາງ.

ພິທີປິດການແຂ່ງຂັນກີລາໜ້າເກັກ ຊຽງຂວາງ ເກມ ຈັດຂຶ້ນລະຫວ່າງວັນທີ 2-6 ທັນວາ 2022 ທີ່ສະໜາມກີລາບານເຕະ ໄຊຊະນະ ຫຼື ສະໜາມກີລາເກົ່າແຂວງຊຽງຂວາງ ເທສະບານເມືອງແປກ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຂອງ ທ່ານ ໜໍປີຫາ ຕົ່ງປາວ ຄະນະປະຈຳພັກ ເລຂາພັກແຂວງຊຽງຂວາງ ທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ປະທານສະຫະພັນກີລາໜ້າເກັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳແຕ່ລະແຂວງ ຄະນະບໍລິຫານງານສະຫະ ພັນ ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.



ການແຂ່ງຂັນມີຄະນະນຳ ຄູຝຶກ ແລະ ນັກກີລາ ຈາກນະຄອນຫຼວງວຽງຈັນ ແຂວງຊຽງຂວາງ ແຂວງອຸດົມໄຊ ແຂວງໄຊຍະບູລີ ແຂວງຫົວພັນ ແຂວງອັດຕະປື ແຂວງຫຼວງພະບາງ ແຂວງຫຼວງນໍ້າທາ ແຂວງເຊກອງ ແລະ ແຊວງວຽງຈັນ ສາລະວັນ ຈຳປາ ສັກ ອັດຕະປື ໄຊສົມບູນ ແລະ ກະຊວງປສາທາລະນະສຸກ ລວມທັງໝົດ 123 ຄົນ ມາຈາກ ມີການຊີງໄຊກັນທັງໝົດ 12 ຫຼຽນຄຳ 12 ຫຼຽນເງິນ ແລະ ແລະ 12 ຫຼຽນທອງ.

ຜ່ານການແຂ່ງຂັນຜົນປະກົດວ່າ: ແຂວງຊຽງຂວາງ ສາມາດຍາດໄດ້ 3 ຫຼຽນຄຳ 1 ຫຼຽນເງິນ ແລະ 4 ຫຼຽນທອງ ເປັນອັນກັບ 1 ອັນດັບທີ 2 ແຂວງອຸດົມໄຊ ຍາດໄດ້ 3 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບທີ 3 ແຂວງໄຊຍະບູລີ ຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 2 ຫຼຽນທອງ ອັນດັບທີ 4 ແຂວງຫົວພັນ ຍາດໄດ້ 1 ຫຼຽນຄຳ 2 ຫຼຽນເງິນ ແລະ 4 ຫຼຽນທອງ ອັນດັບທີ 5 ນະຄອນຫຼວງວຽງຈັນ ຍາດໄດ້ 1 ຫຼຽນຄຳ 2 ຫຼຽນເງິນ ອັນດັບທີ 6 ແຂວງອັດຕະປື ຍາດໄດ້ 1 ຫຼຽນຄຳ 1 ຫຼຽນ ເງິນ ອັນດັບທີ 7 ແຂວງຫຼວງພະບາງ ຍາດໄດ້ 1 ຫຼຽນຄຳ 1 ຫຼຽນເງິນ ອັນດັບທີ 8 ແຂວງຫຼວງນໍ້າທາ ຍາດໄດ້ 2 ຫຼຽນເງິນ ອັນດັບທີ 9 ແຂວງເຂກອງ ຍາດໄດ້ 1 ຫຼຽນເງິນ ແລະ ອັນດັບທີ 10 ແຂວງວຽງຈັນ ຍາດໄດ້ 1 ຫຼຽນທອງ.

ສຳລັບຫຼຽນຄຳທີ່ນະຄອນຫຼວງຍາດມາໄດ້ ຈາກທີມຊຸດຍິງ ໄລຍະ 10 ແມັດ ນາງ ວັນນະສິນ ນາງ ມະນີວັນ ຢາງ ແລະ ນາງ ໄຊຢາງ 2 ຫຼຽນເງິນ ປະເພດຄູ່ຍິງ ໄລຍະ 15 ແມັດ ນາງ ລາຕີ ລີໄຊຍາຊ້າງ ແລະ ນາງ ມະນີວັນ ຢາງ ແລະ ປະເພດທີມຊຸດ ຊາຍ ໄລຍະ 20 ແມັດ ຈາກທ້າວ ວີທ່າວ ທ່າວ ທ້າວ ລົ່ງລໍ ແລະ ທ້າວ ສິງຄຳ ດວງມະນີ.