ກະຊວງສຶກສາ ສະເຫຼີມສະຫຼອງວັນຄົນພິການສາກົນ

    ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ສະຖານທູດອົດສະຕຣາລີ ປະຈຳລາວ ຈັດງານສະເຫຼີມສະຫຼອງວັນຄົນພິການສາກົນ ພາຍໃຕ້ຫົວຂໍ້ ສົ່ງເສີມຄວາມເຂົ້າໃຈກ່ຽວກັບການສ້າງສະພາບແວດລ້ອມຂອງຫ້ອງຮຽນ ທີ່ແທດເໝາະກັບຄວາມຕ້ອງການຂອງນັກຮຽນພິການ ລະຫວ່າງວັນທີ 6-7 ທັນວາ 2022 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງ ສສກ ໂດຍເປັນປະທານຂອງທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງ ສສກ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງອົດສະຕຣາລີ ປະຈຳລາວ ມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ມີຄູເຝິກຂັ້ນແຂວງ ເມືອງໃນ 7 ແຂວງເປົ້າໝາຍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ວັນຄົນພິການສາກົນ ຈັດຂຶ້ນໃນວັນທີ 3 ທັນວາຂອງທຸກໆປີ ເປັນວັນສະເຫຼີມສະຫຼອງຂອງສະຫະປະຊາຊາດ ສະເຫຼີມສະຫຼອງສາກົນ IDPwD ມີຈຸດປະສົງເພື່ອເພີ່ມທະວີການຮັບຮູ້ຂອງປະຊາຊົນ ເສີມສ້າງຄວາມເຂົ້າໃຈ ແລະ ການຍອມຮັບຂອງຄົນພິການ ພ້ອມກັນນັ້ນ ກໍສະເຫຼີມສະຫຼອງຜົນສໍາເລັດ ແລະ ການປະກອບສ່ວນຂອງເຂົາເຈົ້າ ໂດຍອີງຕາມການສໍາຫຼວດຕົວຊີ້ວັດສັງຄົມຂອງລາວປີ 2017 ມີ 2% ຂອງເດັກອາຍຸ 2 ຫາ 4 ປີ ມີຄວາມຫຍຸ້ງຍາກໃນໜ້າທີ່ການຂອງຮ່າງກາຍຢ່າງໜ້ອຍໜຶ່ງໜ້າທີ່ການຄື: ການເບິ່ງ ການໄດ້ຍິນ ການຍ່າງ ການເຄື່ອນຍ້າຍ ການສື່ສານ ການຮຽນຮູ້ ການຫຼິ້ນ ການຄວບຄຸມພຶດຕິກໍາ ອັດຕາສ່ວນນີ້ ເພີ່ມຂຶ້ນອີງໃສ່ຄວາມຫ່າງໄກສອກຫຼີກ ແລະ ຄວາມທຸກຍາກ ເດັກນ້ອຍທີ່ມີຄວາມພິການຮ້າຍແຮງ ມັກຈະຖືກຮັກສາໄວ້ຢູ່ເຮືອນ ແລະ ມັກຈະເຊື່ອງໄວ້ ຫ່າງຈາກໂລກພາຍນອກ ການຖືກຈໍາແນກ ແລະ ປັດໄຈຕ່າງໆເຊັ່ນ: ເພດ ຊົນເຜົ່າ ຄວາມທຸກຍາກ ໄລຍະຫ່າງໃນການໄປໂຮງຮຽນ ຫຼື ການເຂົ້າເຖິງຫ້ອງຮຽນ ແລະ ຫ້ອງນ້ຳ ກໍຍັງຖືເປັນອຸປະສັກຕໍ່ກັບການສຶກສາຂອງເດັກພິການ ນອກຈາກນັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ທຳລາຍຜົນປະໂຫຍດດ້ານການສຶກສາ ແລະ ການພັດທະນາໃນທົ່ວພາກພື້ນ ແລະ ສະແດງໃຫ້ເຫັນຄວາມມຸ່ງໝັ້ນຮ່ວມກັນອີກຄັ້ງ ກະຊວງ ສສກ ຈະສືບຕໍ່ຮ່ວມມືກັບອົດສະຕຣາລີ ໂດຍສະເພາະ ແມ່ນການປັບປຸງການເຂົ້າເຖິງການສຶກສາທີ່ມີຄຸນນະພາບຂອງເດັກພິການ.

    ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ການສຶກສາຮຽນຮ່ວມທີ່ລວມເອົາຄົນພິການ ແມ່ນບຸລິມະສິດຫຼັກສໍາລັບລັດຖະບານອົດສະຕຣາລີ  ແລະ ບັນຫາຂ້າມຜ່ານໃນໂຄງການຊ່ວຍເຫຼືອຂອງພວກເຮົາ ແລະ ໃຫ້ຄຳໝັ້ນສັນຍາ ຈະສະໜັບສະໜູນກະຊວງ ສສກ ສະໜອງການສຶກສາຊັ້ນປະຖົມທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍທຸກຄົນໃນລາວ ໂດຍບໍ່ຈຳກັດດ້ານຄວາມສາມາດ ຫຼືທາງດ້ານເພດຂອງເຂົາເຈົ້າ.

    ໃນໂອກາດດັ່ງກ່າວ ຜູ້ເຂົ້າຮ່ວມຍັງໄດ້ຈັດການສຳມະນາເພື່ອສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບວຽກງານຄົນພິການ ແລະ ການສຶກສາຮຽນຮ່ວມ ແລະ ທ່ຽວຊົມການວາງສະແດງອຸປະກອນການຮຽນ-ການສອນທີ່ຜະລິດໂດຍການຊ່ວຍເຫຼືອຂອງໂຄງການ ແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນ (BEQUAL) ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງຂອງຄົນພິການ.

error: Content is protected !!