ມອບໃບຕາດິນດັດແກ້ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ທາງດ່ວນໃຫ້ເຈົ້າຂອງສິດນຳໃຊ້

     ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ຊສ ນວ) ຈັດພິທີມອບໃບຕາດິນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 1 ໄລຍະທີ 2 ແລະ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ຫາວັງວຽງ ແຂວງວຽງຈັນໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ເມືອງນາຊາຍທອງ ທີ່ອົງການປົກຄອງເມືອງຊາຍທອງທອງ ມີທ່ານ ມິ່ງ ສີວົງໄຊ ຫົວໜ້າຂະແໜງທີ່ດິນ ພະແນກ ຊສ ນວ ພ້ອມດ້ວຍຮອງຫົວໜ້າຫ້ອງການ ຊສ ເມືອງນາຊາຍທອງ ແລະ ເຈົ້າຂອງສິດນຳໃຊ້ທີ່ດິນເຂົ້າຮ່ວມ.

    ທ່ານ ມິ່ງ ສີວົງໄຊ ກ່າວວ່າ ໂດຍປະຕິບັດທິດຊີ້ນຳຂອງ ນວ ພະແນກ ສຊ ນວ ໄດ້ລົງສຳຫຼວດເກັບກຳຂໍ້ມູນສິດໃຊ້ ສິດນຳໃຊ້ທີ່ດິນບັນດາໂຄງການທີ່ເຂົ້າມາພັດທະນາຢູ່ໃນ ນວ ເປັນຕົ້ນ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 1 ມີຄວາມຍາວ 39,7 ກິໂລແມັດ ກວມເອົາ 2 ເມືອງຄື ເມືອງໄຊທານີ ມີ 11 ບ້ານ ເມືອງນາຊາຍທອງມີ 28 ບ້ານ ມີຕອນດິນທີ່ຖືກຜົນກະທົບທັງໝົດ 862 ຕອນ ດັດແກ້ອອກໃບຕາດິນໄດ້ທັງໝົດ 461 ຕອນ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 2 ຜ່ານ ນວ ມີຄວາມຍາວທັງໝົດ 17,5 ກິໂລແມັດ ກວມເອົາ 3 ເມືອງຄື ເມືອງໄຊທານີ ມີ 2 ບ້ານ ແລະ ເມືອງໄຊເສດຖາ ມີ 9 ບ້ານ ເມືອງຫາດຊາຍຟອງມີ 2 ບ້ານ ແລະ ມີຈຳນວນຕອນດິນທີ່ຖືກຜົນກະທົບຈາກໂຄງການທັງໝົດ 584 ຕອນ ດັດແກ້ອອກໃບຕາດິນໄດ້ທັງໝົດ 322 ຕອນ ໂຄງການກໍ່ສ້າງທາງດ່ວນວຽງຈັນຫາວັງວຽງ ມີຄວາມຍາວທັງໝົດ 31,02 ກິໂລແມັດ ກວມເອົາ 1 ເມືອງຄື ເມືອງນາຊາຍທອງ ເຊິ່ງປະກອບມີ 28 ບ້ານ ຕອນດິນທີ່ຖືກຜົນກະທົບຈາກໂຄງການທັງໝົດ 603 ຕອນ ດັດແກ້ອອກໃບຕາດິນໄດ້ທັງໝົດ 387 ຕອນ.

    ໃບຕາດິນທີ່ນຳມາມອບຄັ້ງນີ້ ມີ 74 ຕອນ ໃນນີ້ ດິນທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະທີ 1 ໄລຍະທີ 2 ຈຳນວນ 6 ຕອນ ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນຫາວັງວຽງ 68 ຕອນ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!