ທັບນັກກີລາ ນວ ຊຸດທໍາອິດທີ່ສ້າງຜົນງານເດັ່ນ ໃນຊຽງຂວາງ ເກມ 2022 ໄດ້ຮັບການຕ້ອນຮັບຢ່າງສົມກຽດ

    ພິທີຕ້ອນຮັບຂະບວນນັກກີລານະຄອນຫຼວງວຽງຈັນ (ນວ) ຊຸດທໍາອິດ ກີລາມວຍປໍ້າ ແລະ ເທຄວັນໂດ ທີ່ສ້າງຜົນງານໂດດເດັ່ນໃນການເຂົ້າຮ່ວມແຂ່ງຂັນງານມະຫະກໍາກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ 2022 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໄດ້ຮັບການຕ້ອນຮັບຢ່າງສົມກຽດ ໃນວັນທີ 6 ທັນວາ 2022 ຢູ່ສວນປະຕູໄຊ ໂດຍມີທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ທັງເປັນຮອງຫົວໜ້າຄະນະທັບນັກກີລາ ນວ ເຂົ້າຮ່ວມຊຽງຂວາງ ເກມ ພ້ອມດ້ວຍຄະນະ ແລະ ມວນຊົນຊາວ ນວ ເຂົ້າຮ່ວມສະແດງຄວາມຍິນດີຢ່າງພ້ອມພຽງ.

    ທ່ານ ສົມພອນ ສອນດາລາ ກ່າວວ່າ: ສໍາລັບທັບນັກກີລາ ນວ ປະເພດທໍາອິດທີ່ໄດ້ແຂ່ງຂັນສໍາເລັດ (ວັນທີ 1-4 ທັນວາ 2022) ໄດ້ກັບມາ ນວ ຄັ້ງນີ້ ມີນັກກີລາມວຍປໍ້າ ເຊິ່ງພວກເຮົາໄດ້ສົ່ງນັກກີລາເຂົ້າຮ່ວມແຂ່ງຂັນແມ່ນມີຢູ່ 11 ຄົນ ຍິງ 3 ຄົນ ໂດຍເບື້ອງຕົ້ນ ພວກເຮົາໄດ້ຄາດຫວັງໄວ້ຢູ່ທີ່ 2 ຫຼຽນຄໍາ ແຕ່ການແຂ່ງຂັນຕົວຈິງ ຍ້ອນການປະກອບສ່ວນຂອງມວນຊົນຊາວ ນວ ກໍຄືບັນດາຄະນະພັກ ຄະນະນໍາ ໄດ້ເອົາໃຈໃສ່ຊຸກຍູ້ ຊີ້ນໍາ-ນໍາພາ ຈົນເຮັດໃຫ້ທັບນັກກີລາມວຍປໍ້າຂອງພວກເຮົາປະສົບຜົນສໍາເລັດຢ່າງຈົບງາມ ກໍຄືສາມາດຍາດມາໄດ້ 3 ຫຼຽນຄໍາ 2 ຫຼຽນເງິນ ແລະ 6 ຫຼຽນທອງ.

    ສ່ວນທັບນັກກີລາເທຄວັນໂດ ທີ່ໄດ້ສໍາເລັດການແຂ່ງຂັນ ແລະ ເດີນທາງກັບ ນວ ໃນມື້ດຽວກັນນັ້ນ ພວກເຮົາກໍໄດ້ສົ່ງນັກກີລາເຂົ້າຮ່ວມ ທັງໝົດ 33 ຄົນ ຍິງ 14 ຄົນ ເຊິ່ງການແຂ່ງຂັນພວກເຮົາຕັ້ງເປົ້າເອົາໄວ້ 3 ຫຼຽນຄໍາ ຜ່ານການແຂ່ງຂັນຕົວຈິງ ແມ່ນສາມາດປະສົບຜົນສໍາເລັດຕາມຄາດໝາຍ ຄື: 3 ຫຼຽນຄໍາ 2 ຫຼຽນເງິນ ແລະ 6 ຫຼຽນທອງ. ແນວໃດກໍຕາມ ຂ້າພະເຈົ້າຖືໂອກາດນີ້ ສະແດງຄວາມຂອບໃຈມາຍັງຊາວ ນວ ທີ່ໄດ້ໃຫ້ການອູ້ມຊູຊ່ວຍເຫຼືອ ບໍ່ວ່າຈະເປັນທາງດ້ານວັດຖຸປັດໃຈ ຫຼື ສະຖານທີ່ເຝິກແອບ-ເຝິກຊ້ອມ ຕະຫຼອດຮອດການໃຫ້ກໍາລັງໃຈແກ່ກ້ອນກໍາລັງນັກກີລາ ນວ ຂອງພວກເຮົາ ສະນັ້ນ ຂໍໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຊຸກຍູ້ທັລນັກກີລາ ນວ ທີ່ຍັງເຂົ້າຮ່ວມແຂ່ງຂັນ ຊຽງຂວາງ ເກມ ຢູ່ໃນປັດຈຸບັນນີ້ ຂໍໃຫ້ບັນດາທ່ານເຂົ້າຮ່ວມຊົມ-ຮ່ວມເຊຍ ແລະ ໃຫ້ກໍາລັງໃຈຂະບວນກີລາ ນວ ປະສົບຜົນສໍາເລັດ.

    ຂະນະທີ່ ທ້າວ ສະຖາພອນ ທໍາມະວົງສາ ນັກກີລາມວຍປໍ້າ ນວ ໄດ້ສະແດງຄວາມຂອບໃຈມາຍັງຊາວ ນວ ທີ່ໄດ້ສົ່ງແຮງໃຈ ແຮງເຊຍ ໃຫ້ກັບທັບນັກກີລາພວກເຮົາ ໂດຍສະເພາະ ຄະນະພັກ ຄະນະນໍາ ນວ ທີ່ໄດ້ເອົາໃຈໃສ່ໃນການສະໜັບສະໜູນພວກເຮົາ ຈົນໄດ້ຮັບຜົນສໍາເລັດໃນການຍາດເອົາຫຼຽນຄໍາ ຫຼຽນເງິນ ແລະ ຫຼຽນທອງ ມາສູ່ຊາວ ນວ ແນວໃດກໍຕາມ ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທີ່ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອຕະຫຼອດມາ ແລະ ຝາກເຖິງຜູ້ຊົມ-ຜູ້ເຊຍ ຊາວ ນວ ສົ່ງກໍາລັງໃຈໃຫ້ທັບນັກກີລາ ນວ ທີ່ກໍາລັງແຂ່ງຂັນໃນປັດຈຸບັນ ເພື່ອຍາດເອົາໄຊຊະນະມາສູ່ ນວ.

# ຂ່າວ – ພາບ :  ສີພອນ

error: Content is protected !!