ທີມນັກກີລາ ນະຄອນຫຼວງວຽງຈັນ (ນວ) ຍາດໄດ້ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງ ໃນການແຂ່ງຂັນກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ຖືວ່າສາມາດບັນລຸຕາມເປົ້າໝາຍທີ່ວາງໄວ້

ການແຂ່ງຂັນຍິງທະນູໄດ້ເລີ່ມແຂ່ງຂັນໃນວັນທີ 2-6 ທັນວາ ທີ່ສະໜາມໄຊຊະນະ ເມືອງແປກ ແຂວງຊຽງຂວາງ ມີນັກກີລາເຂົ້າຮ່ວມ 7 ພາກສ່ວນ ຄື ນະຄອນຫຼວງວຽງຈັນ ໄຊສົມບູນ ຄຳມ່ວນ ສະຫວັນນະເຂດ ກະຊວງປ້ອງກັນຄວາມສະຫງົບ ຫຼວງນ້ຳທາ ແລະ ເຈົ້າພາບຊຽງຂວາງ ເຊິ່ງຜົນການແຂ່ງຂັນ ທີມນັກກີລານະຄອນຫຼວງວຽງຈັນ ສາມາດຍາດໄດ້ 2 ຫຼຽນຄຳ ຄື: ທະນູທົດກຳລັງຍິງໄລຍະ 50 ແມັດ ຜົນງານຂອງ ນາງ ພອນ ກ່ຳແກ້ວ ເກັບຄະແນນທະນູທົດກໍາລັງຊາຍ ໄລຍະ 50 ແມັດ ຜົນງານຂອງ ທ້າວ ລົດ ອຸດຕະລິຍັງ ຫຼຽນເງິນໄດ້ຈາກ ນາງ ພອນ ກ່ຳແກ້ວ ທະນູທົດກຳລັງຍິງ ໄລຍະ 50 ແມັດ ອີກຫຼຽນໜຶ່ງໄດ້ຈາກ ທ້າວ ຄຳແພງ ອິນທະວົງ ໃນປະເພດທະນູຄັນໂກ່ງຄະແນນລວມ 30 ແມັດຊາຍ ສ່ວນຫຼຽນທອງ ເປັນຂອງຄູ່ປະສົມທະນູທົດກຳລັງ ໄລຍະ 50 ແມັດ ແລະ ອີກຫຼຽນໜຶ່ງເປັນຂອງ ເປັນຂອງ ທ້າວ ລົດ ອຸດຕະລິຍັງ ຫຼຽນເງິນໄດ້ຈາກ ທະນູທົດກຳລັງ ໄລຍະ 50 ແມັດ.



ທ່ານ ປອ ປະສິດທິຜົນ ພອນວັນທາ ປະທານສະຫະພັນຍິງທະນູ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ທາງສະຫະພັນໄດ້ຕັ້ງເປົ້າໝາຍ ໃນການເຂົ້າຮ່ວມແຂ່ງຂັນກີລາແຫ່ງຊາດໃນຄັ້ງນີ້ໄວ້ 2 ຫຼຽນຄຳ 1 ຫຼຽນເງິນ ແຕ່ນັກກີລາຂອງພວກເຮົາຍາດມາໄດ້ 2 ຫຼຽນຄຳ 2 ຫຼຽນເງິນ ແລະ 2 ຫຼຽນທອງ ຖືກໄດ້ນັກກີລາເຮົາສາມາດເຮັດໃຫ້ເກີນເປົ້າໝາຍທີ່ວາງໄວ້ ຢ່າງໃດກໍຕາມທາງສະຫະພັນກໍຈະໄດ້ສືບຕໍ່ພັດທະນານັກກີລາເພື່ອສາມາດສ້າງ.

ນາງ ພອນ ກ່ຳແກ້ວ ໃຫ້ສຳພາດວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ສ້າງຜົນງານໃຫ້ນັກກີລາຍິງທະນູນະຄອນຫຼວງ ວຽງຈັນ ກໍຄືຊາວນະຄອນຫຼວງວຽງຈັນ.
ສ່ວນ ທ້າວ ລົດ ອຸດຕະລິຍັງ ໃຫ້ສຳພາດວ່າ: ຮູ້ສຶກດີໃຈກັບຜົນງານທີ່ຍາດມາໄດ້ ຖືໄດ້ວ່າບັນລຸຕາມເປົ້າໝາຍ ເຊິ່ງເປົ້າໝາຍທີ່ຕັ້ງໄວ້ແມ່ນຕິດ 1 ໃນ 3.