ເຈົ້າພາບ ຄອງເຈົ້າຫຼຽນຄຳ ກີລາໜ້າເກັກ ຊຽງຂວາງ ເກມ 2022

    ທັບນັກກິລາໜ້າເກັກແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງສາມາດຍາດມາໄດ້ 3 ຫຼຽນຄຳ 1 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 8 ຫຼຽນ ຄອງເຈົ້າຫຼຽນຄຳ ໃນການແຂ່ງຂັນກລາໜ້າເກັກ ງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ 2022 ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບ ຂະນະທີ່ແຂວງອຸດົມໄຊ ຍາດໄດ້ 3 ຫຼຽນຄໍາ 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 5 ຫຼຽນ ເປັນອັນດັບ 2 ຂອງຕາຕະລາງ.

    ການແຂ່ງຂັນກີລາໜ້າເກັກ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນຈັດຂຶ້ນລະຫວ່າງວັນທີ 2-7 ທັນວາ 2022 ທີ່ສະໜາມກີລາໄຊຊະນະ ເມືອງແປກ ແຂວງຊຽງຂວາງ ມີ 10 ແຂວງເຂົ້າຮ່ວມຊີງໄຊ ປະກອບມີ: ແຂວງຊຽງຂວາງ ເຈົ້າພາບ ອຸດົມໄຊ ໄຊຍະບູລີ ຫົວພັນ ນະຄອນຫຼວງວຽງຈັນ ອັດຕະປື ຫຼວງພະບາງ ຫຼວງນ້ຳທາ ເຊກອງ ແລະ ແຂວງວຽງຈັນ ຜ່ານການແຂ່ງຂັນຕະຫຼອດ 6 ວັນ ຜົນປາກົດວ່າ ທັບນັກກີລາໜ້າເກັກແຂວງຊຽງຂວາງ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດມາໄດ້ເຖິງ 3 ຫຼຽນຄຳ 1 ຫຼຽນເງິນ ແລະ 4 ຫຼຽນທອງ ລວມທັງໝົດ 8 ຫຼຽນ ຄອງເຈົ້າຫຼຽນຄຳ ກີລາໜ້າເກັກ ຊຽງຂວາງ ເກມ 2022. ຂະນະທີ່ອັນດັບທີ 2 ຕົກເປັນຂອງ ແຂວງອຸດົມໄຊ ຍາດໄດ້ 3 ຫຼຽນຄຳ 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 5 ຫຼຽນ ອັນດັບທີ 3 ແຂວງໄຊຍະບູລີ ຍາດໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 2 ຫຼຽນທອງ ລວມ 5 ຫຼຽນ ອັນດັບທີ 4 ແຂວງຫົວພັນ ຍາດໄດ້ 1 ຫຼຽນຄຳ 2 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 7 ຫຼຽນ ອັນດັບທີ 5 ນະຄອນຫຼວງວຽງຈັນ ຍາດໄດ້ 1 ຫຼຽນຄຳ ແລະ 2 ຫຼຽນເງິນ ລວມ 3 ຫຼຽນ ອັນດັບທີ 6 ແຂວງອັດຕະປື ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ ລວມ 2 ຫຼຽນ ອັນດັບທີ 7 ແຂວງຫຼວງພະບາງ ຍາດໄດ້ 1 ຫຼຽນຄຳ ແລະ 1 ຫຼຽນເງິນ ລວມ 2 ຫຼຽນ ອັນດັບທີ 8 ແຂວງຫຼວງນ້ຳທາ ຍາດໄດ້ 2 ຫຼຽນເງິນ ລວມ 2 ຫຼຽນ ອັນດັບທີ 9 ແຂວງເຊກອງ ຍາດໄດ້ 1 ຫຼຽນເງິນ ລວມ 1 ຫຼຽນ ແຂວງວຽງຈັນ ຍາດໄດ້ 1 ຫຼຽນທອງ ລວມ 1 ຫຼຽນທອງ.

    ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນໃນຄັ້ງນີ້ ໂດຍທ່ານ ໜໍບີຫາ ຕົ່ງປາວ ຮອງເລຂາພັກແຂວງຊຽງຂວາງ ທ່ານ ຫວາຢ່າ ໝອກພູເຂົາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ປະທານສະຫະພັນກີລາໜ້າເກັກແຂວງຊຽງຂວາງ ແລະ ທ່ານ ຊົງເລົາ ຍົງນູ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ມີຄະນະສະຫະພັນກິລາໜ້າເກັກແຕ່ລະແຂວງ ຄູເຝິກ ແລະ ນັກກີລາແຕ່ລະແຂວງຢ່າງພ້ອມພຽງ.

# ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ (ໜັງສືພິມສຶກສາ, ວິທະຍາສາດ ແລະ ກີລາ)

error: Content is protected !!