ລາວ-ບູຣູນດີ ເຊັນສັນຍາ ຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ

    ທ້າຍເດືອນພະຈິກຜ່ານມາ ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ນະຄອນນິວຢອກ ໄດ້ມີພິທີລົງນາມໃນສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ບູຣູນດີ (Republic of Burundi) ຕາງໜ້າໃຫ້ລັດຖະບານລາວ ເຊັນໂດຍທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານແຫ່ງສາທາລະນະລັດ ບູຣູນດີ ແມ່ນ ທ່ານ ເຊຟີຣິນ ແມນິຣາຕັງກາ (H.E. Mr. Zéphyrin Maniratanga) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງສາທາລະນະລັດ ບູຣູນດີ ປະຈໍາອົງການ ສປຊ ໂດຍມີບັນດານັກການທູດຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

    ການລົງນາມສັນຍາສະບັບນີ້ ຈະເປັນການສືບຕໍ່ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ ລະຫວ່າງນັກການທູດ ແລະ ພະນັກງານລັດຖະບານຂອງທັງສອງປະເທດ ທັງເປັນການເສີມຂະຫຍາຍການພົວພັນ ແລະ ຮ່ວມມືສອງຝ່າຍໃຫ້ໄດ້ຮັບຜົນເປັນຈິງຫຼາຍຂຶ້ນ ໂດຍສະເພາະ ໃນທ່າມກາງບັນຍາກາດທີ່ພາຍຫຼັງສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 4 ກຸມພາ 2022 ຜ່ານມາ ທີ່ນິວຢອກ.

    ສາທາລະນະລັດ ບູຣູນດີ ຕັ້ງຢູ່ພາກຕາເວັນອອກຂອງທະວີບອາຟຣິກາ ມີຊາຍແດນຕິດກັບ 3 ປະເທດຄື: ຣູວັນດາ (Rwanda) ຕັງຊານີ (Tanzania) ແລະ ສາທາລະນະລັດ ປະຊາທິປະໄຕ ກົງໂກ (D.R Congo) ມີເນື້ອທີ່ທັງໝົດ 27.834 ກິໂລຕາແມັດ ແລະ ນະຄອນຫຼວງ ກິເຕກາ (Gitega) ໃນຫຼາຍປີຜ່ານມາ ໂດຍສະເພາະພາຍໃຕ້ຂອບອົງການ ສປຊ ສປປ ລາວ ແລະ ບຸຣຸນດີ ມີການຮ່ວມມືກັນໃນຫຼາຍຂອບການຮ່ວມມື ເປັນຕົ້ນ ໃນກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ (LLDC) ກຸ່ມ 77 ຂະບວນການບໍ່ຮ່ວມກຸ່ມ (NAM) ແລະ ອື່ນໆ ບູຣູນດີເຂົ້າເປັນສະມາຊິກ ອົງການ ສປຊ ໃນວັນທີ 18 ກັນຍາ 1962.

# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!