ໃນວັນທີ 6 ທັນວາ 2022 ທີ່ຕາແສງເກືອລໍ ແຂວງເຫງະອານ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ຮອງປະທານຄະນະກຳມະການຊາຍແດນແຫ່ງຊາດ ແລະ ສະຫາຍ ເລ ມິງ ຄາຍ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ເປັນປະທານຮ່ວມໃນພິທີໄຂກອງປະຊຸມໂຄສະນາ ເຜີຍແຜ່ນະໂຍບາຍ ກົດໝາຍ ໃຫ້ບັນດານາຍບ້ານແບບຢ່າງທີ່ດີເດັ່ນ ທີ່ເປັນຕົວແທນຂອງສອງຝາກຊາຍແດນ ລາວ-ຫວຽດນາມ ມີຄະນະຜູ້ແທນຕາງໜ້າບັນດາກະຊວງ ຂະແໜງການສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ໃນນັ້ນ ມີຕາງໜ້ານາຍບ້ານແບບຢ່າງດີເດັ່ນຫຼາຍກ່ວາ 300 ສະຫາຍ ຈາກ 10 ແຂວງຊາຍແດນລາວ-ຫວຽດນາມເຂົ້າຮ່ວມ.


ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແນໃສ່
- ຫວນຄືນມູນເຊື້ອແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເປັນປັດໄຈອັນສຳຄັນ ຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການສ້າງສາພັດທະນາຂອງທັງສອງປະເທດໃນປັດຈຸບັນ
- ໂຄສະນາເຜີຍແຜ່ບັນດານິຕິກໍາ ແລະ ກົດໝາຍ ລະບຽບການຕ່າງໆ ກ່ຽວກັບຊາຍແດນໃຫ້ແກ່ບັນດາເປົ້າໝາຍທີ່ເປັນນາຍບ້ານຂອງສອງຝາກຊາຍແດນ ລາວ-ຫວຽດນາມ ເພື່ອຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບລະບຽບການຊາຍແດນ ການປົກປັກຮັກສາຊາຍແດນໃຫ້ມີຄວາມສະຫງົບ ການຄຸ້ມຄອງຊາຍແດນໃຫ້ຖືກຕ້ອງ ແລະ ສອດຄ່ອງກັບລະບຽບຫຼັກການຕ່າງໆ ເປັນຕົ້ນ ການໄປມາຫາສູ່ ການທຳມາຫາກິນທຳການຜະລິດ ປູກຝັງລ້ຽງສັດຂອງປະຊາຊົນສອງຝາກ ໃຫ້ຮັບຮູ້ເຖິງເສັ້ນຊາຍແດນ ບໍ່ໃຫ້ລ່ວງລ້ຳຂ້າມຊາຍແດນ ທັງເປັນການປະກອບສ່ວນຍົກສູງໜ້າທີ່ຮັບຜິດຊອບຂອງປະຊາຊົນບໍລິເວນຊາຍແດນໃຫ້ສູງຂຶ້ນ ເພື່ຶອເພີ່ມທະວີຮັດແໜ້ນຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານທີ່ເປັນມູນເຊື້ອຍາວນານ ແລະ ການພົວພັນທີ່ດີຕໍ່ກັນ ລະຫວ່າງບັນດາແຂວງທ້ອງຖິ່ນຂອງສອງຝາກຊາຍແດນ ໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງທະນົງແກ່ນຕະຫຼອດໄປ
- ເປັນການໂຄສະນາ-ສ້າງຄວາມເຂົ້າໃຈໃຫ້ເຈົ້້າກົກເຈົ້າເຫຼົ່າ (ນາຍບ້ານ) ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້ເຂົ້າໃຈທີ່ຖືກຕ້ອງ ເລິກເຊິ່ງ ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາຊາຍແດນລາວ ແລະ ຫວຽດນາມໄວ້ໃຫ້ໝັ້ນຄົງຍາວນານ ປະຊາຊົນສອງຊາດເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເປັນເຈົ້າການທະນຸຖະໜອມເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ທັງນີ້ກໍເພື່ອຜົນປະໂຫຍດລວມໃນຕໍ່ໜ້າ ແລະ ຍາວນານຂອງສອງພັກ ສອງລັດ ແລະ ປະຊາຊົນບັນດາເຜົ່າຂອງສອງຊາດ
ໃນໂອກາດນີ້ ບັນດານາຍບ້ານແບບຢ່າງດີເດັ່ນສອງຟາກຊາຍແດນ ໄດ້ຮັບຟັງ ແລະ ປະກອບຄໍາເຫັນແລກປ່ຽນບັນດາ 9 ຫົວຂໍ້ສໍາຄັນ ກ່ຽວກັບການພົວພັນພິເສດ ລາວ-ຫວຽດນາມ ວຽກງານຄຸ້ມຄອງຊາຍແດນ ແລະ ບັນດາເນື້ອໃນນະໂຍບາຍ ກົດໝາຍກ່ຽວຂ້ອງບໍລິເວນຊາຍແດນສອງປະເທດ ພ້ອມດຽວກັນນັ້ນ ກໍໄດ້ຮັບຟັງການລາຍງານຈາກຕາງໜ້ານາຍບ້ານບາງສະຫາຍ ແລະ ຕາງໜ້າອົງການກ່ຽວຂ້ອງກ່ຽວກັບວຽກງານປົກປັກຮັກສາເສັ້ນຊາຍແດນ ຫຼັກໝາຍຊາຍແດນໃນບໍລິເວນບ້ານ ເຂດການຜະລິດຂອງປະຊາຊົນ ແລະ ມີການປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ວຽກງານຄຸ້ມຄອງ ປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນໄດ້ດີຂຶ້ນກວ່າເກົ່າ.