ທູດໄທ ຈັດງານລ້ຽງຮັບຮອງເນື່ອງໃນໂອກາດວັນຊາດ ແລະ ວັນພໍ່ແຫ່ງຊາດ

    ສະຖານເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ ຈັດງານລ້ຽງຮັບຮອງເນື່ອງໃນໂອກາດວັນຄ້າຍວັນພະບໍຣົມຣາດຊະສົມພົບຂອງພະບາດສົມເດັດພະບໍຣົມຊະນະກາທິເບດ ມະຫາພູມິພົນອະດຸນຍະເດດມະຫາຣາດ ບໍຣົມມະນາດບໍພິດ ວັນຊາດ ແລະ ວັນພໍ່ແຫ່ງຊາດ 5 ທັນວາ  ຂຶ້ນວັນທີ 5 ທັນວາ 2022 ຢູ່ສະຖານທູດດັ່ງກ່າວ ໂດຍມີທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕາງປະເທດ ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ຫຼີ ບຸນຄໍ້າ ປະທານສະມາຄົມລາວ-ໄທ ເພື່ອມິດຕະພາບ ພ້ອມດ້ວຍຄະນະທູຕານຸທູດ ຜູ້ແທນອົງການລະຫວ່າງປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ

     ໂອກາດນີ້ ທ່ານ ນາງ ຈິຣັດສະຍາ ພີຣານົນ ອຸປະທູດສະຖານເອກອັກຄະລາຊະທູດໄທ ປະຈໍາ ສປປ ລາວ ໄດ້ກ່າວຕ້ອນຮັບແຂກຜູ້ມີກຽດ ພ້ອມທັງກ່າວເຖິງການພົວພັນອັນໃກ້ຊິດ ແລະ ພິເສດລະຫວ່າງໄທ ແລະ ສປປ ລາວ ດັ່ງທີ່ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຄີຍປຽບທຽບຄວາມສຳພັນທີ່ໃກ້ຊິດລະຫວ່າງໄທ ແລະ ລາວ ວ່າ: “ກິນເຂົ້າຮ່ວມນາ ກິນປາຮ່ວມນ້ຳ” ທີ່ສະທ້ອນເຖິງຄວາມສຳພັນຍາດມິດ ຄອບຄົວ ແລະ ເພື່ອນສະໜິດມິດສະຫາຍ ທີ່ຕັດກັນບໍ່ຂາດ ແລະ ຊ່ວຍເຫຼືອເກື້ອກູນ ສົ່ງເສີມເຊິ່ງກັນ ແລະ ກັນ ຫຼັງຈາກນັ້ນ ອຸປະທູດ ແລະ ແຂກກິດຕິມະສັກ ໄດ້ເຊີນຊວນຜູ້ຮ່ວມງານອວຍພອນແດ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ສປປ ລາວ ແລະ ຖວາຍພະພອນໄຊມຸງຄຸນແດ່ພະບາດສົມເດັດພະເຈົ້າຢູ່ຫົວແຫ່ງລາຊະອານາຈັກໄທ.

     ພາຍໃນງານ ໄດ້ມີການສະແດງຈາກວິທະຍາໄລສິລະປະສຶກສາ ສປປ ລາວ ແລະ ການບັນເລງເພງຈາກວົງດົນຕີປະສານສຽງເຍົາວະຊົນ ໂຮງຮຽນສິລະປະແຫ່ງຊາດ ເຊິ່ງສະຖານເອກອັກຄະລາຊະທູດໄທ ປະຈຳລາວ ໄດ້ສະໜັບສະໜູນການກໍ່ຕັ້ງ ຮ່ວມກັບສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ  ຖືເປັນໜຶ່ງໃນການຮ່ວມມືຢ່າງເປັນຮູບປະທຳ ລະຫວ່າງໄທ ແລະ ສປປ ລາວ ເພື່ອສົ່ງເສີມການພົວພັນໃນລະດັບປະຊາຊົນ-ປະຊາຊົນສອງຝ່າຍ ນອກຈາກນີ້ ຊຸມຊົນໄທໃນ ສປປ ລາວ ຍັງໄດ້ຮ່ວມຈັດຈຸດຕັ້ງຮ້ານອາຫານ ເຄື່ອງດື່ມ ແລະ ເຮັດທຸລະກິດພາກບໍລິການຂອງປະເທດໄທ ເຊັ່ນ: ອາຫານໄທ ແລະ ເຂົ້າໜົມໄທ ບໍລິິການທາງການແພດ ແລະ ໂຮງໝໍຊັ້ນແນວໜ້າຂອງປະເທດໄທ ແລະ ບໍລິການນວດແຜນບູຮານ ເປັນຕົ້ນ

     ໃນໂອກາດຕອນທ້າຍພິທີ ສະຖານເອກອັກຄະລາຊະທູດໄທ ຍັງໄດ້ມອບຕົ້ນໄມ້ມຸງຄຸນ ແລະ ພືດສວນຄົວ ເພື່ອເປັນຂອງທີ່ລະລຶກແກ່ຜູ້ເຂົ້າຮ່ວມງານ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງໄທ ແລະ ສປປ ລາວ ທີ່ໃຫ້ຄວາມສຳຄັນກ່ຽວກັບເສດຖະກິດສີຂຽວ ໂດຍເລີ່ມຈາກການປູກຕົ້ນໄມ້ ທີ່ໄດ້ຮັບຄວາມຊື່ນຊົມຈາກຜູ້ເຂົ້າຮ່ວມງານຢ່າງຊົມເຊີຍ.

error: Content is protected !!