ຈະພັດທະນາໂຄງການໄຟຟ້າພະລັງງານລົມຢູ່ແຂວງເຊກອງ ແລະ ແຂວງອັດຕະປື.

ພິທີເຊັນສັນຍາສຳປະທານໂຄງການໄຟຟ້າພະລັງງານລົມມອນຊູນ (MonSoon) ກຳລັງການຜະລິດ 600 MW ຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ລະຫວ່າງ ລັດຖະບານ ແຫ່ງສປປ ລາວ ກັບ ບໍລິສັດ ມອນຊູນ ວິນພາວເວີ ຈຳກັດ ຈັດຂຶ້ນວັນທີ 1 ທັນວາ 2022 ທີ່ກະຊວງ ແຜນການ ແລະ ການລົງທຶນ(ຜທ) ຮ່ວມລົງນາມໃນເອກະສານຄັ້ງນີ້ ລະຫວ່າງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານ ນັດ ຫຸຕານຸວັດ ຜູ້ອຳນວຍການບໍລິສັດ ມອນ ຊູນ ວິນພາວເວີ ຈຳກັດ ໂດຍມີທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.


ທ່ານ ນັດ ຫຸຕານຸວັດ ໃຫ້ຮູ້ວ່າ:ໂຄງການໄຟຟ້າພະລັງງານລົມ MonSoon ໄດ້ເລີ່ມຕົ້ນສຳຫຼວດ ແລະ ມີການເຊັນສັນຍາເພື່ອພັດທະນາໂຄງການກັບລັດຖະບານສປປ ລາວ ເມື່ອ 11 ປີກ່ອນ ເຊິ່ງໂຄງການໄຟ ຟ້າພະລັງງານລົມນີ້ເປັນແຫ່ງທຳອິດຂອງລາວ ມີກຳລັງການຜະລິດ 600 MW ໂດຍມີແຜນທີ່ຈະສົ່ງໄປ ຂາຍທີ່ປະເທດຫວຽດນາມ ໃນຕົ້ນປີ 2022 ພວກເຮົາໄດ້ເຊັນສັນຍາຮ່ວມກັບການໄຟຟ້າຫວຽດນາມ ເພື່ອ ຈະສົ່ງໄຟຟ້າໄປຂາຍ ພ້ອມທັງໄດ້ເຊັນສັນຍາກັບບໍລິສັດ ພາວເວີໄຊນາ ເພື່ອເປັນຜູ້ກໍ່ສ້າງ ແລະ ຢູ່ໃນ ຂັ້ນຕອນການເຈລະຈາກັບທະນາຄານເພື່ອກູ້ຢືມເງິນມາລົງທຶນ ມູນຄ່າ 930 ລ້ານໂດລາສະຫະລັດ ສຳລັບ ແຜນການກໍ່ສ້າງນີ້ ແມ່ນຈະລົງມືໃນທ້າຍປີ 2022 ນີ້ ແລະ ຄາດວ່າສະສຳເລັດການກໍ່ສ້າງໃນປີ 2025 ແລະ ສົ່ງຂາຍໃຫ້ປະເທດຫວຽດນາມ ສ່ວນໄລຍະການສຳປະທານນຳສປປ ລາວ ແມ່ນກຳນົດ 25 ປີ ສຳ ລັບ ເນື້ອທີ່ຂອງໂຄງການປະມານ 1.000 ເຮັດຕາ ກວມເອົາ 25 ບ້ານ ຢູ່ເມືອງດາກຈຶງ ແລະ ເມືອງ ຊານໄຊ ເຊິ່ງເສົາໄຟຟ້າພະລັງງານລົມມີທັງໝົດ 133 ຕົ້ນ ຕົ້ນໜຶ່ງມີກຳລັງການຜະລິດ 4,5 MW.


ໂຄງການດັ່ງກ່າວນີ້ ເປັນໂຄງການທຳອິດຢູ່ໃນພາກພື້ນ ເຊິ່ງເປັນໂຄງການທີ່ສະອາດເປັນມິດກັບສິ່ງ ແວດລ້ອມ ໂດຍການຮ່ວມມືລະຫວ່າງປະເທດ ພ້ອມດຽວກັນນີ້ ຍັງເປັນການສົ່ງເສີມອາຊີບ ການເປັນຢູ່ທີ່ດີ ການສຶກສາ ແລະ ສ້າງລາຍໄດ້ແກ່ຊຸມຊົນໃຫ້ດີຂຶ້ນເທື່ອລະກ້າວ.

error: Content is protected !!