ການແຂ່ງຂັນແລ່ນ 4×100 ຍິງໃນວັນທີ 6 ທັນວາ 2022 ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ນັກກີລາແລ່ນ ຍິງ ຈາກນະຄອນຫຼວງວຽງຈັນ ຍາດຫຼຽນຄຳມາຄອງ ສ່ວນທີມຊາຍບໍ່ຕິດ 1 ໃນ 3.


ການແຂ່ງຂັນລາຍການດັ່ງກ່າວມີຂຶ້ນໃນວັນທີ 6 ທັນວາ ທີ່ສະໜາມກີລາໄຫຫີນ ເມືອງແປກ ແຂວງຊຽງຂວາງ ນັກແລ້ນຍິງນະຄອນຫຼວງວຽງຈັນ ຊ້ອມມາດີເຂົ້າເສັ້ນໄຊເປັນຄົນທຳອິດເອົາຊະນະ ສະຫວັນນະເຂດ ແລະ ກະຊວງພະລັງງານ-ບໍ່ແຮ່ ທີ 2-3 ຕາມລຳດັບ ສ່ວນທີມຊາຍອອກໂຕຊ້າ ເຂົ້າສະເສັ້ນໄຊບໍ່ຕິດ 1 ໃນ 3.


ສຳລັບການແຂ່ງຂັນແລ່ນ-ລານ ໃນງານກີລາແຫ່ງຊາດ ຄັ້ງທີ XI ນະຄອນຫຼວງຍາດໄດ້ 10 ຫຼຽນຄຳ 6 ຫຼຽນເງິນ ແລະ 9 ຫຼຽນທອງ ເຊິ່ງຫຼາຍຄຳໄດ້ຈາກລາຍການ ແລ່ນ 400 ແມັດຍິງ 4×100 ແມັດຍິງ 4×400 ແມັດຍິງ ເຕັ້ນສູງຍິງ ເຕັ້ນຍາວຍິງ ເຕັ້ນ 3 ກ້າວຍິງ ຊັດຫຼາວຍິງ ແກວ່ງຄ້ອນຍິງ ແລ່ນ 3.000 ແມັດວິບາກຊາຍ ແລະ ແລ່ນ 2.000 ແມັດຍິງ.
ຫຼຽນເງິນໄດ້ມາຈາກ ແລ່ນ 1.500 ແມັດຍິງ ແລ່ນ 100 ແມັດຂວ້າມຮົ້ວຍິງ ຍ່າງ 5.000 ແມັດຊາຍ ຍ່າງ 3.000 ແມັດຍິງ ແກວ່ງຈານຍິງ ແລະ ແກວ່ງຄ້ອນຊາຍ.

ສ່ວນຫຼຽນທອງ ໄດ້ຈາກແລ່ນ 100 ແມັດຍິງ 200 ແມັດຍິງ 400 ແມັດຂວ້າມຮົ້ວຍິງ 4×400 ແມັດຊາຍ ໂຍນນ້ຳໜັກຊາຍ ໂຍນນ້ຳໜັກຍິງ ຊັດຫຼາວຊາຍ ແກວ່ງຄ້ອນຍິງ ແລະ ແລ່ນ 2.000 ແມັດວິບາກຍິງ.