ຈັດງານ Datacom Day ສະຫຼອງວັນສ້າງຕັ້ງບໍລິສັດ ດາຕາຄອມ ຈຳກັດ ຄົບຮອບ 25 ປີ

    ບໍລິສັດ ດາຕາຄອມ ຈຳກັດ ຈັດງານ Datacom Day ເຊິ່ງເປັນງານສຳມະນາ ພ້ອມງານລ້ຽງ ເນື່ອງໃນໂອກາດທີ່ບໍລິສັດ ດາຕາຄອມ ຈຳກັດ ສ້າງຕັ້ງຄົບຮອບ 25 ປີ ເພື່ອຖືໂອກາດດັ່ງກ່າວສະແດງຄວາມຂອບໃຈບັນດາຄູ່ຮ່ວມທຸລະກິດ ແລະ ລູກຄ້າຈາກທັງພາກລັດ ແລະ ເອກະຊົນ ທະນາຄານ ແລະ ບໍລິສັດໃນລາວ ທີ່ໄດ້ໃຫ້ການສະໜັບສະໜູນບໍລິສັດ ດາຕາຄອມ ຈຳກັດ ດ້ວຍດີຕະຫຼອດໄລຍະຫຼາຍປີທີ່ຜ່ານມາ.

    ງານດັ່ງກ່າວ ຈັດຂຶ້ນວັນທີ 25 ພະຈິກ 2022 ຢູ່ໂຮງແຮມລາວເທວ ໃຫ້ກຽດເປັນເຈົ້າພາບໂດຍທ່ານ   ທະນົງສິນ ກັນລະຍາ ຜູ້ກໍ່ຕັ້ງ ແລະ ປະທານບໍລິສັດ ດາຕາຄອມ ຈຳກັດ ແລະ ທ່ານນາງ ກິ່ງແກ້ວ ດວງສະຫວັນ ຜູ້ອຳນວຍການໃຫຍ່ບໍລິສັດ ດາຕາຄອມ ຈຳກັດ ພ້ອມດ້ວຍບັນດາຄູ່ຮ່ວມທຸລະກິດຈາກພາຍໃນ ແລະຕ່າງປະເທດ ເຊັ່ນ: ບໍລິສັດ Dell Technologies Fortinet Vertiv by DKSH VSTECS Synnex ປະເທດໄທ ແລະ ບໍລິສັດ AV Trading ຈຳກັດ ໄດ້ໃຫ້ການຕ້ອນຮັບແຂກຢ່າງອົບອຸ່ນ ແລະ ເປັນກັນເອງ.

    ງານ Datacom Day ນອກຈາກເປັນການສະເຫຼີມສະຫຼອງຄົບຮອບ 25 ປີ ບໍລິສັດ ດາຕາຄອມ ຈຳກັດ ແລ້ວ ຍັງເປັນການສົມມະນາບຸນຄຸນລູກຄ້າທີ່ໃຫ້ການສະໜັບສະໜູນ ແລະ ໃຊ້ບໍລິການຂອງບໍລິສັດ ດາຕາຄອມ ຈຳກັດ ໃນໄລຍະຜ່ານມາ ເຊິ່ງພາຍໃນງານໄດເຈັດໃຫ້ມີກິດຈະກຳຫຼາຍຢ່າງ ໂດຍສະເພາະການແຈກຂອງລາງວັນໃຫ້ແຂກທີ່ເຂົ້າຮ່ວມ ພ້ອມທັງມີການຈັບສະຫຼາກມອບລາງວັນພິເສດ “ແພັກເກັດທ່ອງທ່ຽວ 3 ວັນ 2 ຄືນ ຢູ່ແຂວງຫຼວງພະບາງ” ແລະ ອື່ນໆອີກ.

error: Content is protected !!