ສະ​ພາ ສະເໜີໃຫ້ລັດຖະບານສຸມໃສ່ປະຕິບັດຄາດໝາຍທີ່ບໍ່ທັນບັນລຸ

    ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ປະກອບຄຳເຫັນຂອງຄະນະປະຈໍາສະພາແຫ່ງຊາດ ຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຄາດຄະເນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2022 ແລະ ທິດທາງແຜນການປະຈຳປີ 2023 ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນວັນທີ 5 ທັນວາ 2022 ວ່າ: ຄະນະປະຈຳສະພາແຫ່ງຊາດ ສະແດງຄວາມຊົມເຊີຍ ແລະ ເຫັນດີເປັນເອກະພາບຕໍ່ບົດລາຍງານຂອງລັດຖະບານ ຊຶ່ງສະແດງເຖິງຄວາມພະຍາຍາມຂອງລັດຖະບານ ໃນການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ເປັນແຜນວຽກຈຸດສຸມ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງ ໃນສະພາບທີ່ປະເທດພວກເຮົາກໍາລັງປະເຊີນກັບສະພາບການຂອງສາກົນທີ່ຜັນແປຢ່າງສັບສົນ, ຄາດຄະເນໄດ້ຍາກ ບວກກັບຂໍ້ຫຍຸ້ງຍາກ ແລະ ອຸປະສັກຈຳນວນໜຶ່ງຢູ່ພາຍໃນປະເທດ ທີ່ສະສົມມາໄດ້ຫຼາຍປີ ເຊິ່ງໄດ້ສົ່ງຜົນກະທົບຕໍ່ການຈັດຕັ້ງປະ​ຕິ​ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2022 ໃຫ້ບັນລຸຕາມແຜນ ແລະ ການກຳນົດທິດທາງແຜນການ ປະຈຳປີ 2023 ໃຫ້ມີຄວາມຊັດເຈນ.

    ຜ່ານການຮັບຟັງການລາຍງານ ແລະ ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຄະນະປະຈໍາສະພາແຫ່ງຊາດ ເຫັນວ່າ ລັດຖະບານໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 9 ເດືອນ ແລະ ຄາດຄະເນໝົດປີ 2022 ຊຶ່ງສາມາດຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ແຕ່ການຈັດຕັ້ງປະຕິບັດບາງຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ຍັງມີຄວາມຄືບໜ້າໜ້ອຍ ແລະ ບາງຄາດໝາຍກໍຍັງມີຄວາມສ່ຽງທີ່ຈະບໍ່ບັນລຸຕາມມະຕິສະພາແຫ່ງຊາດ ດັ່ງນັ້ນ ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານຊີ້ແຈງຕື່ມກ່ຽວກັບສາເຫດໃນການຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດມາດຕະການທີ່ໄດ້ກຳນົດໃນມະຕິສະພາແຫ່ງຊາດທີ່ຍັງບໍ່ທັນຮັບປະກັນການບັນລຸບັນດາຄາດໝາຍຕາມມະຕິສະພາແຫ່ງຊາດ ແລະ ສະເໜີໃຫ້ລັດຖະບານເອົາໃຈໃສ່ສູ້ຊົນ ແລະ ສືບຕໍ່ສຸມໃສ່ປະຕິບັດຄາດໝາຍທີ່ບໍ່ທັນບັນລຸດັ່ງກ່າວສຳລັບ 3 ເດືອນທ້າຍປີ 2022 ເອົາໃຈໃສ່ໃຫ້ບັນລຸຕາມການຄາດຄະເນໝົດປີ 2022 ແລະ ສືບຕໍ່ເອົາໃຈໃສ່ປະຕິບັດໃນປີ 2023 ເພື່ອຮັບປະກັນການບັນລຸເປົ້າໝາຍທີ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມ ທີ່ໄດ້ກຳນົດ ກໍຄືເສດຖະກິດເຕີບໂຕຕໍ່ເນື່ອງ ມີຄຸນນະພາບ ໝັ້ນຄົງ ແລະ ຍືນຍົງ.

error: Content is protected !!