ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນ ແລະ ຄາດຄະເນໝົດ ປີ 2022

    ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງເປີດຂຶ້ນໃນວັນທີ 5 ທັນວາ 2022 ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນ ແລະ ຄາດຄະເນໝົດ ປີ 2022 ໄດ້ລາຍງານຕໍ່ກອງປະຊຸມຄັ້ງນີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 11 ເດືອນຜ່ານມາ ຈາກມາດຕະການໃນການຄຸ້ມຄອງ ຕ້ານການຮົ່ວໄຫຼ ແລະ ການຈັດເກັບລາຍຮັບງົບປະມານແຫ່ງລັດ ເຊິ່ງແກ້ໄຂການຮົ່ວໄຫຼ ແລະ ການເກັບລາຍຮັບຈາກການນໍາເຂົ້າສິນຄ້າເຄື່ອງຂອງ ໄດ້ເຮັດທົດລອງຄຸ້ມຄອງແບບເອເລັກໂຕຣນິກໃນ 4 ບໍລິສັດຂາເຂົ້າ-ຂາອອກລາຍໃຫຍ່ ແກ້ໄຂການຮົ່ວໄຫຼຈາກການແຈ້ງພາສີ ໂດຍດັດສົມຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ ແກ້ໄຂການເກັບລາຍຮັບຈາກການນຳເຂົ້ານ້ຳມັນເຊື້ອໄຟ ສ້າງຖານລາຍຮັບໃໝ່ຈາກການນໍາໃຊ້ທ່າແຮງການຂົນສົ່ງສິນຄ້າຜ່ານທາງລົດໄຟ ລາວ-ຈີນ ເປັນຕົ້ນ ການເກັບຄ່າບໍລິການ ຕູ້ຄອນເທນເນີປັບປຸງຂັ້ນຕອນການແຈ້ງພາສີຂາເຂົ້າ ຈາກ 4 ຂັ້ນຕອນ ມາເປັນ 3 ຂັ້ນຕອນ.​

    ທ່ານ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ຕື່ມວ່າ: ຜ່ານການສູ້ຊົນຈັດຕັ້ງປະຕິບັດງົບປະມານແຫ່ງລັດ 11 ເດືອນ ສາມາດປະຕິບັດໄດ້ທັງໝົດ 28.455 ຕື້ກີບ ເທົ່າກັບ 90,06% ຂອງແຜນການປີ (ບໍ່ລວມເອົາລາຍຮັບຈາກການຫຼຸດຜ່ອນອັດຕາອາກອນຊົມໃຊ້ ເພື່ອດັດສົມລາຄານໍ້າມັນທີ່ລັດຖະບານໄດ້ຊ່ວຍໜູນທົ່ວສັງຄົມ ຈຳນວນ 2.819 ຕື້ກີບ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 26% (ເປັນເງິນເທົ່າກັບ 5.849 ຕື້ກີບ) ຫຼື ເທົ່າກັບ 14,81% ຂອງ GDP ຕາມມະຕິສະພາ ຖ້າທຽບໃສ່ຕົວເລກ GDP ໃໝ່ ຈະຫຼຸດລົງມາເປັນ 13,40% ຂອງ GDP.

    ສໍາລັບລາຍຮັບພາຍໃນ ປະຕິບັດໄດ້ 26.655 ຕື້ກີບ ເທົ່າກັບ 92,03% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 29% (ເປັນເງິນເທົ່າກັບ 5.980 ຕື້ກີບ) ໃນນີ້ ລາຍຮັບພາສີ-ອາກອນ 23.871 ຕື້ກີບ ເທົ່າກັບ 93,41% ຂອງແຜນປີ ລາຍຮັບທີ່ບໍ່ແມ່ນພາສີ-ອາກອນ 2.784 ຕື້ກີບ ເທົ່າກັບ 81,68% ຂອງແຜນປີ ລາຍຮັບຊ່ວຍເຫຼືອ 1.799 ຕື້ກີບ ເທົ່າກັບ 73,12 ຕື້ກີບ ຂອງແຜນການປີ.

    ຄາດຄະເນໝົດປີ 2022 ຈະປະຕິບັດລາຍຮັບໃຫ້ໄດ້ 32.447 ຕື້ກີບ ເທົ່າກັບ 102,70% ຫຼື ເທົ່າກັບ 16,88% ຂອງ GDP (ມະຕິສະພາແຫ່ງຊາດຮັບຮອງ 16,44% ຂອງ GDP) ໃນນີ້ ລາຍຮັບພາຍໃນ 30.025 ຕື້ກີບ ເທົ່າກັບ 103,76% ຂອງແຜນປີ ເຊິ່ງມີລາຍອຽດດັ່ງນີ້: ລາຍຮັບພາສີ-ອາກອນ 26.323 ຕື້ກີບ ເທົ່າກັບ 103,01% ຂອງແຜນການປີ ລາຍຮັບບໍ່ແມ່ນພາສີ-ອາກອນ 3.702 ຕື້ກີບເທົ່າກັບ 108,62% ຂອງແຜນການປີ ແລະ ລາຍຮັບຊ່ວຍເຫຼືອ 2.422 ຕື້ກີບ ເທົ່າກັບ 98,46% ຂອງແຜນປີ.

    ໃນທ້າຍປີ 2022 ຈະໄດ້ຄົ້ນຄວ້າຫຼາຍມາດຕະການເພີ່ມຕື່ມ ເພື່ອສູ້ຊົນຈັດຕັ້ງປະຕິບັດລາຍຮັບໃຫ້ບັນລຸໄດ້ທັງໝົດ 33.574 ຕື້ກີບ ເທົ່າກັບ 106,27% ຂອງແຜນການປີ ຊຶ່ງເຫັນວ່າສາມາດບັນລຸໄດ້ 17,47% ຂອງ GDP (ມະຕິສະພາ ຮັບຮອງ 16,44% ຂອງ GDP ຖ້າສົມທຽບໃສ່ໂຕເລກ GDP ໃໝ່ ຈະເຮັດໃຫ້ລາຍຮັບຫຼຸດລົງ ມາເປັນ 15,81% ຂອງ GDP).

error: Content is protected !!