ຫົງສາ ສຳເລັດການແຂ່ງຂັນກີລາປະຈຳປີ ເພື່ອສົ່ງເສີມສຸຂະພາບ

ວັນ​ທີ 11 ມິ­ຖຸ­ນາ ຜ່ານ​ມາ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ສຳ­ເລັດ​ແຂ່ງ­ຂັນ​ກີ­ລາ​ປະ­ຈຳ​ປີ 2020 ເປັນ​ປະ­ທານ​ຂອງ​ທ່ານ ຈັນ​ເພັງ ອູ່​ທອງ­ຄຳ ຮອງ​ເຈົ້າ­ເມືອງ​ຫົງ​ສາ ປະ­ທານ​ຄະ­ນະ​ກຳ­ມະ­ການ​ແຂ່ງ­ຂັນ​ກີ­ລາ​ປະ­ຈຳ​ປີ 2020 ມີ​ທ່ານ ຄຳ​ຫຼ້າ ຜິວ​ວັນ­ນາ ເຈົ້າ­ເມືອງ​ຫົງ​ສາ ທ່ານ ທອງ​ສຸກ ປ້ອງ​ຄຳ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ ພ້ອມ​ດ້ວຍ​ການ​ນຳ​ຂອງ​ເມືອງ ຫົວ­ໜ້າ​ຫ້ອງ­ການ ແລະ ຕົວ​ແທນ​ນັກ­ກີ­ລາ​ແຕ່​ລະ​ປະ­ເພດ ເຂົ້າ​ຮ່ວມ.

ທ່ານ ຂາວ​ພອນ ທຳ​ມະ­ໂນ​ລາ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ​ເມືອງ​ຫົງ​ສາ ໄດ້​ຜ່ານ​ບົດ​ສະ­ຫຼຸບ​ການ​ແຂ່ງ­ຂັນ​ກີ­ລາ​ປະ­ຈຳ​ປີ 2020 ໄດ້​ເລີ່ມ​ໃນ​ວັນ​ທີ 26 ກຸມ­ພາ​ຫາ​ວັນ​ທີ 12 ມິ­ຖຸ­ນາ 2020 ມີ​ປະ­ເພດ​ກີ­ລາ​ບານ­ເຕະ 4 ລາຍ­ການ​ເຂົ້າ​ຮ່ວມ ຄື: ບານ­ເຕະ​ອາ​ນຸ​ຊົນ​ຊາຍ 7 ທີມ ບານ­ເຕະ​ຊາວ​ໜຸ່ມ​ຊາຍ 10 ທີມ ບານ­ເຕະ​ຊາວ​ໜຸ່ມ​ຍິງ 5 ທີມ ບານ­ເຕະ​ອາ­ວຸ­ໂສ​ຊາຍ 5 ທີມ ການ​ແຂ່ງ­ຂັນ​ແມ່ນ​ພົບ​ກັນ ໝົດ​ພາຍ​ໃນ​ສາຍ.

ຜ່ານ​ການ​ແຂ່ງ­ຂັນ ທີມ​ບານ­ເຕະ​ອາ​ນຸ​ຊົນ ຊະ­ນະ​ເລີດ​ທີມ​ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ບ້ານ​ໃຫຍ່ ທີ 2 ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ບ້ານ​ນາ​ປຸ່ງ ແລະ ທີ 3 ໂຮງ­ຮຽນ​ປະ­ຖົມ​ສົມ­ບູນ​ຫົງ​ສາ ບານ­ເຕະ​ຊາວ​ໜຸ່ມ​ຊາຍ ຊະ­ນະ​ເລີດ​ທີມ​ນ້ຳ­ມັນ​ເຊື້ອ​ໄຟ ທີ 2 ທີມ​ຄຳ​ໂກ້​ການ​ພີມ ແລະ ທີ 3 ທີມ​ກຸ່ມ​ການ­ເມືອງ-ວັດ­ທະ­ນະ­ທຳ​ສັງ­ຄົມ ທີມ​ບານ­ເຕະ​ຊາວ​ໜຸ່ມ​ຍິງ ຊະ­ນະ​ເລີດ​ທີມ​ຮ້ານ​ຂາຍ​ລົດ​ຊັນ​ເດີ ທີ 2 ທີມ ໂຮງ­ຮຽນ ມສ ຫົງ​ສາ ແລະ ທີ 3 ທີມ​ບ້ານ FC ທີມ​ບານ­ເຕະ​ອາ­ວຸ­ໂສ​ຊາຍ ຊະ­ນະ​ເລີດ​ທີມ​ກຸ່ມ​ທຸ­ລະ​ກິດ ທີ 2 ກຸ່ມ​ການ­ເມືອງ-ວັດ­ທະ­ນະ­ທຳ​ສັງ­ຄົມ ທີ 3 ທີມ​ກຸ່ມ​ເສດ­ຖະ­ກິດ.

ໂອ­ກາດ​ນີ້ ອົງ­ການ​ປົກ­ຄອງ​ເມືອງ​ຫົງ​ສາ ໄດ້​ມອບ​ໃບ​ຍ້ອງ­ຍໍ​ໃຫ້​ນັກ­ກີ­ລາ ແລະ ບຸກ­ຄົນ​ຜູ້​ທີ່​ມີ​ຜົນ­ງານ​ດີ­ເດັ່ນ ມີ​ພອນ​ສະ​ຫັວນ ພິກ­ໄຫວ ມີ​ຄວາມ​ສາ­ມາດ ມີ​ນ້ຳ­ໃຈ​ນັກ­ກີ­ລາ ຖືກ​ຄັດ​ເລືອກ​ເປັນ​ຕົວ​ແທນ​ທີມ​ນັກ­ກີ­ລາ​ຂອງ​ເມືອງ ສາ­ມາດ​ເຄື່ອນ​ໄຫວ​ພາຍ​ໃນ​ເມືອງ ຕ່າງ​ເມືອງ ພາຍ​ໃນ​ແຂວງ ແລະ ລະ­ດັບ​ຕ່າງໆ.

error: Content is protected !!