ລ໋ອບ ສະເຕດ້ຽມ ຫວັງສ້າງຜົນງານ ຢູ-12 ຊີງຂັນ ສຕລ 2020

ທ່ານ ອາ​ລ໋ອບ ມະ­ນີ​ບົດ ປະ­ທານ​ສະ­ໂມ­ສອນ ລ໋ອບ ສະ​ເຕ​ດ້ຽມ ເອັຟ​ເອ ໃຫ້​ສຳ­ພາດ​ໃນ​ທີ 15 ມິ­ຖຸ­ນາ 2020 ໃຫ້​ຮູ້​ວ່າ: ຫຼັງ​ຈາກ​ໄດ້​ຮັບ​ແຈ້ງ​ການ​ຈາກ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໃຫ້​ຢຸດ​ເຄື່ອນ​ໄຫວ​ກິດ­ຈະ­ກຳ​ຊົ່ວ­ຄາວ ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ນັບ​ຕັ້ງ­ແຕ່​ເດືອນ​ມີ­ນາ​ເປັນ­ຕົ້ນ​ມາ ພວກ​ເຮົາ​ກໍ​ໄດ້​ສັ່ງ​ໂຈະ​ຢຸດ​ການ​ເຝິກ­ຊ້ອມ​ນັກ­ກີ­ລາ​ຊົ່ວ­ຄາວ ແລະ ແນະ­ນຳ​ວີ​ທີ​ໃຫ້​ນັກ­ກີ­ລາ ໄດ້​ມີ​ການ​ເຝິກ­ຊ້ອມ​ດ້ວຍ​ຕົນ​ເອງ​ຢູ່​ເຮືອນ​ໃຜ​ເຮືອນ​ລາວ ໃນ​ທຸກໆ​ຕອນ​ແລງ​ຂອງ​ວັນ​ພຸດ​ເປັນ​ປະ­ຈຳ ໂດຍ​ຈະ​ມີ​ການ​ໂທ​ວີ​ດີ​ໂອ​ຫາ​ກັນ ຫຼື ເຝິກ​ສອນ​ທາງ​ອອນ​ລາຍ ເພື່ອ​ໃຫ້­ການ​ສອນ​ດຳ­ເນີນ​ໄປ​ຢ່າງ​ຕໍ່​ເນື່ອງ ແລະ ຮັກ­ສາ​ຄວາມ​ແຂງ­ແຮງ​ຂອງ​ຮ່າງ­ກາຍ​ໃຫ້​ນັກ​ເຕະ​ເປັນ​ປະ­ຈຳ ຈົນ​ມາ​ເຖິງ​ວັນ​ທີ 7 ມິ­ຖຸ­ນາ 2020 ພວກ​ເຮົາ​ກໍ​ໄດ້​ເລີ່ມ​ກັບ​ມາ​ຊ້ອມ​ເປັນ​ປົກ­ກະ­ຕິ​ທຸກໆ​ວັນ​ເສົາ ແລະ ວັນ​ອາ­ທິດ ເລີ່ມ​ແຕ່​ເວ­ລາ 8:00-11:30 ໂມງ ເຊິ່ງ​ໄລ­ຍະ 2 ອາ­ທິດ ກໍ​ເນັ້ນ​ເຝິກ­ຊ້ອມ​ໃຫ້​ນັກ­ກີ­ລາ ເອົາ​ທາງ​ດ້ານ​ພາ­ລະ​ກຳ­ລັງ ແລະ ເທັກ​ນິກ​ຕ່າງໆ ເພື່ອ​ຟື້ນ​ຄວາມ​ຊົງ​ຈຳ ແລະ ວິ­ທີ​ການ​ຫຼິ້ນ​ກີ­ລາ​ບານ­ເຕະ​ໃຫ້​ຫຼິ້ນ​ຖືກ​ວິ­ທີ ສຳ­ລັບ​ນັກ­ກີ­ລາ​ທີ່​ສັງ­ກັດ​ໃນ​ສະ­ໂມ­ສອນ ປັດ­ຈຸ­ບັນ​ມີ​ທັງ​ໝົດ 56 ຄົນ ມີ​ທັງ​ຮຸ່ນ​ອາ­ຍຸ 17 ປີ​ລົງ​ມາ​ຫາ 6 ປີ ໂດຍ​ສະ­ເພາະ ຮຸ່ນ​ອາ­ຍຸ 12 ປີ ທີ່​ກຽມ​ລົງ​ແຂ່ງ­ຂັນ​ຮອບ​ຮອງ​ຊະ­ນະ​ເລີດ​ລາຍ­ການ ຊີງ​ຂັນ​ປະ­ທານ ສຕລ ຈະ​ເປີດ​ສາກ​ຂຶ້ນ​ໃນ​ທ້າຍ​ເດືອນ​ນີ້ ພົບ​ກັບ​ສະ­ໂມ­ສອນ ເຄ​ເອັນ​ຊີ ເອັຟ​ຊີ ສ່ວນ​ນັກ­ກີ­ລາ​ຮຸ່ນ​ອາ­ຍຸ 15 ແລະ 17 ປີ ແມ່ນ​ກຳ­ລັງ​ກະ­ກຽມ​ສ້າງ​ທີມ ເພື່ອ​ກຽມ​ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ລາຍ­ການ​ຊີງ​ຂັນ​ຂອງ ສຕລ ໃນ​ທ້າຍ​ປີ​ນີ້​ເຊັ່ນ​ກັນ.

ທ່ານ ອາ​ລ໋ອບ ກ່າວ​ຕື່ມ​ອີກ ວ່າ: ສຳ­ລັບ​ເປົ້າ​ໝາຍ​ໃນ​ການ​ສ້າງ​ທີມ ລ໋ອບ ສະ​ເຕ​ດ້ຽມ ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ​ສ້າງ​ໂອ­ກາດ​ໃຫ້​ນ້ອງໆ​ນັກ­ກີ­ລາ​ໄດ້​ຫຼິ້ນ​ກີ­ລາ ເພື່ອ​ຕ້ານ​ປາ­ກົດ­ການ​ຫຍໍ້­ທໍ້​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສັງ­ຄົມ​ປັດ­ຈຸ­ບັນ ໂດຍ​ສະ­ເພາະ ບັນ­ຫາ​ຢາ​ເສບ​ຕິດ ແລະ ສົ່ງ­ເສີມ​ໃຫ້​ມີ​ທ່າ​ກ້າວ​ດີ­ເດັ່ນ​ເພື່ອ​ຕິດ​ທີມ​ຊາດ​ໃນ​ອະ­ນາ­ຄົດ ໂດຍ​ສະ­ເພາະ ຂໍ​ຊົມ­ເຊີຍ​ຜົນ­ງານ​ຂອງ ຢູ-12 ລ໋ອບ ສະ​ເຕ​ດ້ຽມ ທີ່​ສາ­ມາດ​ທະ­ລຸ​ເຂົ້າ​ຮອບ​ຮອງ​ຊະ­ນະ​ເລີດ ໃນ​ການ​ແຂ່ງ­ຂັນ​ບານ­ເຕະ​ເຍົາ­ວະ​ຊົນ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 12 ປີ ຊີງ​ຂັນ​ປະ­ທານ ສຕລ 2020 ເຊິ່ງ​ຈະ​ກັບ​ມາ​ແຂ່ງ­ຂັນ​ໃນ​ວັນ​ທີ 27 ມິ­ຖຸ­ນາ 2020 ພົບ​ກັບ​ສະ­ໂມ­ສອນ ເຄ​ເອັນ​ຊີ ປັດ­ຈຸ­ບັນ​ແມ່ນ​ເລີ່ມ​ຊ້ອມ​ແລ້ວ ແລະ ນັກ­ກີ­ລາ​ທຸກ​ຄົນ ກໍ​ມີ​ກຳ­ລັງ​ໃຈ​ທີ່​ດີ ແລະ ພ້ອມ​ທີ່​ຈະ​ເຂົ້າ​ຮ່ວມ​ແຂ່ງ­ຂັນ ແນວ­ໃດ​ກໍ​ດີ ເຊື່ອ​ໝັ້ນ​ວ່າ​ທີມ​ຊຸດ​ນີ້ ຈະ​ສາ­ມາດ​ສ້າງ​ຜົນ­ງານ​ມີ​ໄຊ​ເໜືອ ເຄ​ເອັນ​ຊີ ຜ່ານ​ເຂົ້າ​ຮອບ​ຊີງ​ຊະ­ນະ​ເລີດ​ໄດ້​ຢ່າງ​ແນ່­ນອນ.

error: Content is protected !!