ເຢຍລະມັນ ສືບຕໍ່ສະໜັບສະໜູນວຽກງານປ່າໄມ້ ແລະ ການປ້ອງກັນດິນຟ້າອາກາດໃນ ລາວ

    ລັດຖະບານລາວ ແລະ ເຢຍລະມັນ ໄດ້ຕົກລົງເຫັນດີ ຈັດຕັ້ງປະຕິບັດໂຄງການ “ປ້ອງກັນດິນຟ້າອາກາດ ໂດຍຫຼີກລ່ຽງການທຳລາຍປ່າໄມ້ໄລຍະໃໝ່ ແລະ ແຜນງານ ການຈັດຕັ້ງປະຕິບັດການສ້າງຄວາມເຂັ້ມແຂງໃນວຽກງານປ່າໄມ້ ການຄຸ້ມຄອງປ່າໄມ້ແບບພູມິທັດ ແລະ ສົ່ງເສີມຊີວິດການເປັນຢູ່” (I-GFLL) ໃນລາວ ໂດຍໄດ້ມີທຶນສະໜັບສະໜູນຈາກລັດຖະບານເຢຍລະມັນເຂົ້າໃນການປະຕິບັດໂຄງການ ມູນຄ່າ 6,5 ລ້ານເອີໂຣ ຫຼືປະມານ 66 ຕື້ກີບ  ແລະ ທຶນປະກອບສ່ວນຂອງກອງທຶນດິນຟ້າອາກາດສີຂຽວສາກົນ ຜ່ານອົງການຮ່ວມມືລາວ-ເຢຍລະມັນ (GIZ) ມູນຄ່າ 16.140.000 ເອີໂຣ ຫຼືປະມານ 163,8 ຕື້ກີບ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານຫຼຸດຜ່ອນການປ່ອຍອາຍເຮືອນແກ້ວ ຢູ່ໃນລາວ ຜ່ານການປັບປຸງການຄຸ້ມຄອງບໍລິຫານ ແລະ  ການຄຸ້ມຄອງພູມີທັດປ່າໄມ້ແບບຍືນຍົງ ມີຜົນສຳເລັດຫຼາຍຂຶ້ນ.

    ການລົງນາມສັນຍາວ່າດ້ວຍການຈັດຕັ້ງປະຕິບັດດ້ານວິຊາການຂອງໂຄງການດັ່ງກ່າວ ໄດ້ຈັດຂຶ້ນວັນທີ 17 ມິຖຸນາ 2020 ຢູ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ທ່ານ oliver wattenberg ຫົວໜ້າບໍລິຫານ ແລະ ການເງິນ ອົງການ GIZ ທ່ານນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Jens kallabineki ຫົວໜ້າທີມງານທີ່ປືກສາໂຄງການ CliPAD ມີທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ເຢັນ ລູກເກິນແຮມ ເອກອັກຄະລັດຖະທູດເຢຍລະມັນ ປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.  

    ການຈັດຕັ້ງປະຕິບັດໂຄງການ ຈະສຸມໃສ່ຫຼາຍຂົງເຂດ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ວຽກງານ REDD+ ຜ່ານທາງ 3 ວິທີການຕົ້ນຕໍ ຄື: ເພີ່ມທະວີຄວາມພ້ອມໃນການສະໜອງທຶນເພື່ອການຫັນປ່ຽນໃນລັກສະນະທີ່ປະເທດລາວ ຄຸ້ມຄອງພູມິທັດປ່າໄມ້ຂອງຕົນເອງ ປັບປຸງ ແລະ ສ້າງຄວາມເຂັ້ມແຂງແກ່ຂອບນິຕິກໍາ ແລະ ລະບຽບການສຳລັບຂະແໜງປ່າໄມ້ ແລະ ປັບປຸງການປະຕິບັດຂອບລະບຽບການໃໝ່ ສະໜັບສະໜູນການເຮັດກະສິກຳ ແລະ ກະສິກໍາປ່າໄມ້ແບບປະສົມປະສານທີ່ປາສະຈາກການທໍາລາຍປ່າໄມ້ ໂດຍການເພີ່ມຜະລິດຕະຜົນ ເພີ່ມການເຊື່ອມໂຍງຂອງຊາວກະສິກອນ ເຂົ້າໃນຕ່ອງໂສ້ມູນຄ່າກະສິກຳ ແລະ ປັບປຸງການເຂົ້າເຖິງແຫຼ່ງທຶນ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ ໃນກິດຈະກຳທາງເສດຖະກິດ ທີ່ຫຼຸດຜ່ອນຄວາມກົດດັນຕໍ່ ປ່າໄມ້ ສະໜັບສະໜູນການຈັດຕັ້ງປະຕິບັດ ການຄຸ້ມຄອງພູມິທັດປ່າໄມ້ແບບຍືນຍົງ (SFM) ແລະ ການຟື້ນຟູພູມິທັດປ່າໄມ້ (FLR) ໃນເນື້ອທີ່ດິນເສື່ອມໂຊມຫຼາຍກວ່າ 1,5 ລ້ານເຮັກຕາ ຂະນະທີ່ຄູ່ຮ່ວມງານ ຫຼັກແມ່ນກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຈະຖືກຈັດຕັ້ງປະຕິບັດຮ່ວມກັບອົງການ GIZ  ໃນນາມຕາງໜ້າໃຫ້ແກ່ ລັດຖະບານເຢຍລະມັນ ພ້ອມນັ້ນຈະເຮັດວຽກຢ່າງໃກ້ຊິດກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລວມທັງອໍານາດການປົກຄອງຂັ້ນແຂວງຢູ່ໃນແຂວງເປົ້າໝາຍເຊັ່ນ: ແຂວງ ໄຊຍະບູລີ ຫຼວງພະບາງ ແລະ ແຂວງຫົວພັນ ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວມີຜົນສຳເລັດຕາມເປົ້າໝາຍໃນໄລຍະເວລາ 4 ປີຂອງການດຳເນີນໂຄງການ.

error: Content is protected !!