ສະເຫຼີມສະຫຼອງວັນຄົນພິການແຫ່ງຊາດ ແລະ ສາກົນ 2022

    ສະມາຄົມຄົນພິການແຫ່ງຊາດລາວ ຈັດງານສະເຫຼີມສະຫຼອງຄົນພິການສາກົນ ວັນທີ 3 ທັນວາ 2022 ທີ່ສູນສູນການແພດຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໂດຍເປັນປະທານຂອງທ່ານ ທອງຈັນ ດວງມາລາໄລ ປະທານສະມາຄົມຄົນພິການແຫ່ງຊາດລາວ  ການສະໜັບສະໜູນຮ່ວມຈາກອົງການພັດທະ ນາສາກົນ ປະເທດສະຫະລັດອາເມຣິກາ ພ້ອມດ້ວຍຄູ່ຮ່ວມງານ ຈາກອົງການ ສະມາຄົມ ມູນນິທິ ແລະ ອົງການ ຈັດຕັ້ງເພື່ອຄົນພິການອື່ນໆ.

    ງານສະເຫຼີມສະຫຼອງຄັ້ງນີ້ ແບ່ງອອກເປັນສອງພາກ ພາກເຊົ້າຈະຈັດຂຶ້ນຢູ່ທີ່ສູນການແພດຟື້ນຟູໜ້າທີ່ການ ແລະ ພາກແລງ ຈະຈັດຂຶ້ນຢູ່ທີ່ເດີ່ນເຈົ້າອະນຸວົງ ໃນພາກເຊົ້າຈະມີກິດຈະກຳແຂ່ງຂັນກີລາ ແລະ ກິດຈະກຳທາງ ດ້ານວັດທະນະທຳຕ່າງໆ ລວມທັງການແຂ່ງຂັນກີລາບານບ້ວງລໍ້ເລື່ອນ ບານເຕະຄົນພິການຕາ ເປຕັງ ການແຕ້ມຮູບຢູ່ໃນຄວາມມືດ ການແຂ່ງຂັນອ່ານອັກສອນນູນ ການແຂ່ງຂັນພາສາມື ແລະ ການສະແດງຄວາມ ສາມາດອື່ນໆ.

    ພາກແລງ ແມ່ນຈະເປີດໃຫ້ປະຊາຊົນທົ່ວໄປໄດ້ມີສ່ວນຮ່ວມ ມີງານວາງສະແດງຈາກຫຼາຍອົງການຈັດຕັ້ງ ເພື່ອຄົນທີ່ມີຄວາມພິການ ເພື່ອສະແດງຄວາມພະຍາຍາມຂອງເຂົາເຈົ້າໃນດ້ານການປັບປຸງຊີວິດການ ເປັນຢູ່ຂອງຄົນທີ່ມີຄວາມພິການຢູ່ ສປປ ລາວ. ພາຍໃນງານຈະປະກອບມີການສະແດງຟ້ອນລໍ້ເລື່ອນ ການຮ້ອ ງເພງ ຫຼິ້ນເກມ ການຟ້ອນພາສາມື ການເຕັ້ນ K-pop ການສົນທະນາກັນກ່ຽວກັບການຈ້າງງານແບບມີ ສ່ວນຮ່ວມ.

    ທ່ານ ໄມເຄິລ ຣອນນິ່ງ ຕາງໜ້າຈາກອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ປະຈຳລາວ ກ່າວເນັ້ນເຖິງຄວາມສຳຄັນຂອງການສະໜັບສະໜູນຄົນພິການ. ເພື່ອປັບປຸງສຸຂະພາບຂອງຄົນທີ່ມີຄວາມພິ ການ ສະໜອງໂອກາດທາງດ້ານເສດຖະກິດ ແລະ ອຳນວຍຄວາມສະດວກດ້ານການປຶກສາຫາລືກ່ຽວກັບນະ ໂຍບາຍຕ່າງໆທີ່ສົ່ງຜົນກະທົບຕໍ່ຄົນທີ່ມີຄວາມພິການ ການສະເຫຼີມສະຫຼອງວັນຄົນທີ່ມີຄວາມພິການສາກົນ ແມ່ນງານທີ່ມີຄວາມໝາຍສຳລັບສົ່ງເສີມນະໂຍບາຍດ້ານການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ເພື່ອບໍ່ໃຫ້ໃຜຖືກຖີ້ມໄວ້ຢູ່ເບື້ອງຫຼັງ.

error: Content is protected !!