ALISEA ເປັນສ່ວນໜຶ່ງຂອງໂຄງການປັບປຸງລະບົບນິເວດກະສິກຳ

    ກອງປະຊຸມໃຫຍ່ປະຈຳປີ 2022 ຂອງສະມາຊິກເຄືອຂ່າຍ ALISEA ໃນລາວ ຈັດຂຶ້ນວັນທີ 29 ພະຈິກ 2022 ຜ່ານມາ ທີ່ໂຮງແຮມລາວເທລ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພຸດທະສິນ ພິມມະຈັນ ຫົວ ໜ້າຫ້ອງການຂໍ້ມູນຂ່າວສານເພື່ອການພັດທະນາ CLICK ມີຕາງໜ້າຈາກອົງການເກຣດ ສະມາຄົມແມ່ຍິງ ຮ່ວມໃຈພັດທະນາ ສູນພັດທະນາຊົນນະບົດ ແລະ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ.

    ທ່ານ ພຸດທະສິນ ພິມມະຈັນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອນຳສະເໜີຄວາມຄືບໜ້າກິດຈະກໍາຕ່າງໆຂອງ ALISEA (2021-2022) ເພືື່ອນໍາສະເໜີ ແລະ ປຶກສາຫາລືກັບກ່ຽວກັບແຜນຍຸດທະສາດການສືື່ສານ ແລະ ແຜນດໍາເນີນງານຂອງ ALISEA ເພື່ອປຶກສາຫາລືກັບສະມາຊິກກ່ຽວກັບໂຄງສ້າງພາຍໃນທີ່ມີທ່າແຮງຂອງເຄືອຂ່າຍ ພ້ອມດຽວກັນນີ້ ໃນກອງປະຊຸມຍັງໄດ້ຈັດເປັນເວທີການແລກປ່ຽນເຊິ່ງກັນ ແລະ ກັນ ໃນ 3 ຫົວຂໍ້ຄື:  ຫົວຂໍ້ “ການເຂົ້າເຖິງຕະຫຼາດຂອງຜະລິດຕະພັນກະສິກຳລາວ” ຫົວຂໍ້ “ກະສິກຳອິນຊີ ແລະ ການຢັ້ງຢືນມາດຕະຖານອິນຊີ” ແລະ ຫົວຂໍ້ “ການນຳໃຊ້ກະສິກຳທັນສະໄໝທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ”.

    ປັດຈຸບັນ ເຄືອຂ່າຍ ALISEA ໄດ້ກາຍເປັນສ່ວນໜຶ່ງຂອງໂຄງການປັງປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ (ASSET) ເຊິ່ງໄດ້ຮັບທຶນຈາກອົງການຝຣັັ່ງ ເພືື່ອການພັດທະນາ (AFD) ສະຫະພາບເອີຣົບ (EU) ແລະ ກອງທຶນຝຣັັ່ງເພືື່ອສິ່ງແວດລ້ອມໂລກ (FFEM) ໂດຍເຄືອຂ່າຍ ALISEA ມີສະມາຊິກຫຼາຍກວ່າ 175 ອົງກອນ ທີ່ຢູ່ພາຍໃນປະເທດ ແລະ ລະດັບພາກພື້ນແມ່ນ້ຳຂອງ ເຊິ່ງມາຈາກຫຼາຍພາກສ່ວນເຊັ່ນ: ສະມາຄົມ ອົງການຈັດຕັ້ງສາກົນທີ່ບໍ່ຫວັງຜົນກຳໄລ ອົງການຈັດຕັ້ງຊາວກະສິກອນ ສະຖາບັນຄົ້ນຄວ້າ ມະຫາວິທະຍາໄລພາກເອກະຊົນ ແລະ ລັດຖະບານ ALISEA ເຮັດວຽກຢູ່ໃນລະດັບທ້ອງຖິ່ນ ແລະ ພາກພື້ນໃນ 4 ປະເທດຄື: ກຳປູເຈຍ ລາວ ມຽນມາ ແລະ ຫວຽດນາມ. 

# ຂ່າວ – ພາບ :  ຊິລິການດາ

error: Content is protected !!