ລາວ-ລຸກຊໍາບວກ ເພີ່ມທະວີການຮ່ວມມືສອງຝ່າຍ

   ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກ ລຸກຊຳບວກ ສົມເດັດ ພະຣາຊາ ອັງຣີ ແຫ່ງລາຊະອານາຈັກ ລຸກຊຳບວກ​ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 5-9 ທັນວາ 2022.

    ພິທີຕ້ອນຮັບ ສົມເດັດ ພະຣາຊາ ອັງຣີ ພ້ອມດ້ວຍຄະນະຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ວັນທີ 5 ທັນວາ 2022 ທີ່ທໍານຽບປະທານປະເທດ ໂດຍການຕ້ອນຮັບຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງແຫ່ງ ສປປ ລາວ ຫຼັງຈາກນັ້ນ ໄດ້ມີການພົບປະສອງຝ່າຍ ໂດຍທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ເຮັດວຽກ ຢູ່ ສປປ ລາວ ຂອງສົມເດັດ ພະຣາຊາ ອັງຣີ ພ້ອມດ້ວຍຄະນະໃນຄັ້ງນີ້ ຖືເປັນຄັ້ງປະຫວັດສາດທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນນິມິດໝາຍໃໝ່ປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ກໍຄືການສືບຕໍ່ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ລາວ-ລຸກຊໍາບວກ ຢ່າງເປັນປົກກະຕິ.

    ໃນໂອກາດດັ່ງກ່າວ ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນປະເທດຂອງຕົນໃຫ້ກັນຊາບໂດຍຫຍໍ້ ຕີລາຄາສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ລຸກຊໍາບວກ ເຊິ່ງເຫັນວ່າເປັນແບບຢ່າງແຫ່ງການພົວພັນທີ່ດີ ໃນການພົວພັນລະຫວ່າງປະເທດ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ ພິເສດ ປີ 2022 ນີ້ ແມ່ນຄົບຮອບ 25 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ລາຊະອານາຈັກລຸກຊໍາບວກ ເຊິ່ງເປັນຂີດໝາຍອັນສໍາຄັນທາງດ້ານປະຫວັດສາດແຫ່ງການພົວພັນຮ່ວມມືລະຫວ່າງສອງປະເທດ ພ້ອມກັນນັ້ນ ສອງຝ່າຍໄດ້ເຫັນດີຈະສືບຕໍ່ໃຫ້ມີການແລກປ່ຽນການຢ້ຽມຢາມລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ທັງທາງດ້ານການເມືອງ ແລະ ຂະແໜງການຕ່າງໆທີ່ມີການຮ່ວມມືກັນຢ່າງເປັນປົກກະຕິ ພ້ອມທັງຈະສືບຕໍ່ສົ່ງເສີມການຮ່ວມມືໃນຂະແໜງການອື່ນໆ ເຊັ່ນ: ຂະແໜງສາທາລະນະສຸກ ການພັດທະນາຊົນນະບົດ ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ການບໍລິການດ້ານການທ່ອງທ່ຽວ ແລະ ການໂຮງແຮມ ດ້ານການເງິນ-ທະນາຄານ ການພັດທະນາພື້ນຖານໂຄງລ່າງຂອງພາກລັດ ວຽກງານສະຖິຕິ ການສົ່ງເສີມບົດບາດ ຍິງ-ຊາຍ ແລະ ອື່ນໆ ນອກຈາກນັ້ນ ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

    ໃນໂອກາດນີ້ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ເຊິ່ງການຊ່ວຍເຫຼືອດັ່ງກ່າວ ແມ່ນມີປະສິດທິຜົນສູງ ປະກອບສ່ວນອັນສໍາຄັນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ກໍຄືການພັດທະນາຊົນນະບົດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ ແລະ ຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ (ສປຊ) ໃນປີ 2030 ລຸກຊຳບວກຖືວ່າເປັນຄູ່ຮ່ວມມືເພື່ອການພັດທະນາທີ່ສໍາຄັນຂອງ ສປປ ລາວ ການຮ່ວມມື​ລະ​ຫວ່າງ ສ​ປ​ປ ລາວ ແລະ ລຸກ​ຊຳ​ບວກ ມີ​ບາດ​ກ້າວ​ດີ ມີ​ຄວາມ​ຄືບ​ໜ້າ ແລະ ໜັກ​ແໜ້ນ ການ​ຊ່ວຍ​ເຫຼືອຂອງລັດ​ຖະ​ບານ​ລຸກ​ຊຳ​ບວກ ໃຫ້​ແກ່​ການ​ພັດ​ທະ​ນາໃນ ສ​ປ​ປ ລາວ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເກືອບ​ເທົ່າ​ຕົວ ເຊິ່ງນັບແຕ່ມີການກໍານົດແຜນງານຍຸດທະສາດ ການຮ່ວມມືສອງຝ່າຍ ​ນັບແຕ່ປີ 2003 ເປັນຕົ້ນມາ ມູນຄ່າການຊ່ວຍເຫຼືອທັງໝົດມີປະມານ 197 ລ້ານເອີໂຣ ແລະ ສະເພາະແຜນຍຸດທະສາດການຮ່ວມມື V (the 5th Indicative Cooperation Programme) ຫຼື ICP V (2023-2027)  ແມ່ນມີມູນຄ່າເພີ່ມຂຶ້ນເຖິງ 95 ລ້ານເອີໂຣ (ລວມມູນຄ່າ ການຊ່ວຍເຫຼືອທັງໝົດ ນັບແຕ່ ICP I-V ມີປະມານ 292 ລ້ານເອີໂຣ) ໂດຍສຸມໃສ່ຂະແໜງສາທາລະນະສຸກ ການສຶກສາ ການສົ່ງເສີມການສ້າງລັດແຫ່ງກົດໝາຍ ການຊ່ວຍເຫຼືອໃນການພັດທະນາທ້ອງຖິ່ນ ການ​ບໍ​ລິ​ການ​ດ້ານ​ການທ່ອງ​ທ່ຽວ ແລະ ອື່ນໆ ນອກຈາກນີ້ ທ່ານປະທານປະເທດຍັງໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງລັດຖະບານລຸກຊໍາບວກ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນການສ້າງໂຮງຮຽນ ຊ່ວຍເຫຼືອເດັກກຳພ້າ ທີ່ແຂວງສະຫວັນນະເຂດ ໂຄງການດັ່ງກ່າວ ໄດ້ປະກອບສ່ວນອັນສຳຄັນ ແລະ ເປັນປະໂຫຍດອັນໃຫຍ່ຫຼວງແກ່ປະຊາຊົນໃນເຂດດັ່ງກ່າວ.

    ໃນຂະນະດຽວກັນ ສົມເດັດ ພະຣາຊາ ອັງຣີ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດໃນຄັ້ງນີ້ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນລຸກຊໍາບວກໃນຂອບຫຼາຍຝ່າຍໃນໄລຍະຜ່ານມາ  ແລະ ໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆ ເພື່ອການພັດທະນາປະເທດ ແລະ ພັດທະນາຊັບພະຍາກອນມະນຸດຢູ່ ສປປ ລາວ ພ້ອມກັນນັ້ນ ທ່ານປະທານປະເທດແຫ່ງ ສປປ ລາວ ກໍໄດ້ຢືນຢັນຢ່າງໜັກແໜ້ນຕື່ມວ່າ ຈະສືບຕໍ່ໃຫ້ການສະໜັບສະໜູນແກ່ລຸກຊໍາບວກໃນເວທີສາກົນ.

    ພາຍຫຼັງສໍາເລັດການພົບປະສອງຝ່າຍ ທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ສົມເດັດ ພະຣາຊາ ອັງຣີ ກໍໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມສັນຍາຮ່ວມກັນ 4 ສະບັບ ຄື:

  1. ສັນຍາຮ່ວມມື ພາຍໃຕ້ໂຄງການສະໜັບສະໜູນຂະແໜງສາທາລະນະສຸກ ລາວ/035
  2. ສັນຍາການປົກຄອງ ແລະ ລະບຽບກົດໝາຍ  ພາຍໃຕ້ໂຄງການສະໜັບສະໜູນວຽກງານກົດໝາຍ ແລະ ນິຕິກໍາ ລາວ/037
  3. ສັນຍາການຮ່ວມມືເພື່ອການພັດທະນາສີມືແຮງງານ ແລະ ການຈັດຫາງານພາຍໃຕ້ແຜນງານທັກສະສໍາລັບວຽກງານການທ່ອງທ່ຽວ ລາວ/336
  4. ສັນຍາການຮ່ວມມືເພື່ອການພັດທະນາທ້ອງຖິ່ນພາຍໃຕ້ແຜນງານພັດທະນາທ້ອງຖິ່ນໃນແຂວງເປົ້າໝາຍ ລາວ/338.

    ໃນຕອນຄໍ່າຂອງວັນດຽວກັນ ທີ່ທໍານຽບປະທານປະເທດ ທ່ານ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງຕ້ອນຮັບເພື່ອເປັນກຽດໃຫ້ແກ່ສົມເດັດພະຣາຊາ ອັງຣີ ແຫ່ງລາຊະອານາຈັກລຸກຊຳບວກ​ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.

# ເພັດສະໝອນ

error: Content is protected !!