ຈະພັດທະນາໂຄງການໄຟຟ້າພະລັງງານລົມຢູ່ສອງແຂວງພາກໃຕ້

     ພິທີເຊັນສັນຍາສຳປະທານໂຄງການໄຟຟ້າພະລັງງານລົມ MonSoon ກຳລັງການຜະລິດ 600 ເມກາວັດ ຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ລະຫວ່າງລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ Impact Energy Asia Development Limited (IEAD) ຈັດຂຶ້ນວັນທີ 1 ທັນວາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ຮ່ວມລົງນາມໃນເອກະສານຄັ້ງນີ້ ລະຫວ່າງທ່ານ ປອ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານ ນັດ ຫຸຕານຸວັດ ຜູ້ອຳນວຍການບໍລິສັດ ມອນຊອນ ວິນພາວເວີ ຈຳກັດ ມີທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ທ່ານ ນັດ ຫຸຕານຸວັດ ໃຫ້ຮູ້ວ່າ: ໂຄງການໄຟຟ້າພະລັງງານລົມ MonSoon ໄດ້ເລີ່ມຕົ້ນສຳຫຼວດ ແລະ ມີການເຊັນສັນຍາເພື່ອພັດທະນາໂຄງການກັບລັດຖະບານ ສປປ ລາວ ເມື່ອ 11 ປີກ່ອນ ເຊິ່ງໂຄງການໄຟຟ້າພະລັງງານລົມນີ້ ເປັນແຫ່ງທຳອິດຂອງລາວ ມີກຳລັງການຜະລິດ 600 ເມກາວັດ ໂດຍມີແຜນທີ່ຈະສົ່ງໄປຂາຍທີ່ປະເທດຫວຽດນາມໃນຕົ້ນປີ 2022 ພວກເຮົາໄດ້ເຊັນສັນຍາຮ່ວມກັບການໄຟຟ້າຫວຽດນາມ ເພື່ອຈະສົ່ງໄຟຟ້າໄປຂາຍ ພ້ອມທັງໄດ້ເຊັນສັນຍາກັບບໍລິສັດ ພາວເວີໄຊນາ ເພື່ອເປັນຜູ້ກໍ່ສ້າງ ແລະ ຢູ່ໃນ ຂັ້ນຕອນການເຈລະຈາກັບທະນາຄານເພື່ອກູ້ຢືມເງິນລົງທຶນ ມູນຄ່າ 930 ລ້ານໂດລາສະຫະລັດ ສຳລັບແຜນການກໍ່ສ້າງນີ້ ແມ່ນຈະລົງມືໃນທ້າຍປີ 2022 ນີ້ ແລະ ຄາດວ່າສະສຳເລັດການກໍ່ສ້າງໃນປີ 2025 ແລະ ສົ່ງຂາຍໃຫ້ປະເທດຫວຽດນາມ ສ່ວນໄລຍະການສຳປະທານນຳ ສປປ ລາວ ແມ່ນກຳນົດ 25 ປີ ສຳລັບເນື້ອທີ່ທັງໝົດຂອງໂຄງການແມ່ນ 68.000 ເຮັດຕາ ກວມເອົາ 32 ບ້ານ ຢູ່ເມືອງດາກຈຶງ ແລະ ເມືອງຊານໄຊ ເສົາໄຟຟ້າພະລັງງານລົມ ມີທັງໝົດ 133 ຕົ້ນ ຕົ້ນໜຶ່ງມີກຳລັງການຜະລິດ 4,5 ເມກາວັດ.

    ໂຄງການດັ່ງກ່າວນີ້ ເປັນໂຄງການທຳອິດຢູ່ໃນພາກພື້ນ ເຊິ່ງເປັນໂຄງການທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ໂດຍການຮ່ວມມືລະຫວ່າງປະເທດ ພ້ອມດຽວກັນນີ້ ຍັງເປັນການສົ່ງເສີມອາຊີບ ການເປັນຢູ່ທີ່ດີ ການສຶກສາ ແລະ ສ້າງລາຍໄດ້ແກ່ຊຸມຊົນໃຫ້ດີຂຶ້ນເທື່ອລະກ້າວ.

# ຂ່າວ – ພາບ :  ຊີລິການດາ

error: Content is protected !!