ນວ ເຊື່ອມຊຶມເອກະສານກົມການເມືອງສູນກາງພັກ

    ກອງປະຊຸມຄົບຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 22 ສະໄໝທີ VI ຈັດຂຶ້ນວັນທີ 17-19 ມິຖຸນາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ເປັນປະທານຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງ ນວ ມີບັນດາຮອງເລຂາຄະນະພັກ ຮອງເຈົ້າຄອງ ແລະ ສະມາຊິກພັກອົງການປົກຄອງ ນວ ເຂົ້າຮ່ວມ.

    ກອງປະຊຸມໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານສໍາຄັນຂອງກົມການເມືອງສູນກາງພັກ ປະກອບມີ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການພັດທະນາ ນວ ໃນໄລຍະໃໝ່ ສະບັບເລກທີ 107/ກມສພ ມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ ສະບັບເລກທີ 108/ກມສພ ຜົນສໍາເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ມະຕິກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ພ້ອມທັງແນະນໍາເອກະສານສໍາຄັນເພີ່ມເຕີມກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XI.

    ນອກຈາກນີ້ ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ໃຫ້ທິດຊີ້ນໍາຕໍ່ບົດລາຍງານການນໍາພາວຽກງານຮອບດ້ານຂອງຄະນະບໍລິຫານງານພັກ ນວ ໃນໄລຍະ 6 ເດືອນຕົ້ນປີ 2020 ແລະ ແຜນວຽກຈຸດສຸມຮອດເດືອນ ກັນຍາ 2020 (ໝົດສະໄໝທີ VI) ຜ່ານຮ່າງລາຍການເມືອງຕໍ່ກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ (ສະບັບປັບປຸງ II) ພ້ອມນັ້ນຍັງໄດ້ລາຍງານແຜນການກະກຽມ ແລະ ເນື້ອໃນສະເຫຼີມສະຫຼອງວັນຍຶດອໍານາດ 23 ສິງຫາ ຄົບຮອບ 45 ປີ ແລະ ສະເຫຼີມສະຫຼອງວຽງຈັນເປັນ ນວ ຄົບຮອບ 460 ປີ.

# ຂ່າວ & ພາບ:  ຂັນທະວີ  

error: Content is protected !!