ກົມຄຸ້ມຄອງຊັບສິນແຫ່ງລັດ ລາວ-ຫວຽດນາມ ປຶກສາຫາລືແລກປ່ຽນບົດຮຽນສອງຝ່າຍ

     ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສປປ ລາວ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດນາມ ຈັດກອງປະຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ຜັນຂະຫຍາຍວຽກງານຮ່ວມມືສອງຝ່າຍໃນໄລຍະຜ່ານມາ ວັນທີ 5 ທັນວາ 2022 ທີ່ ນະຄອນຫຼວງວຽງຈັນ ຕາງໜ້າຂອງທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສປປ ລາວ ແລະ ທ່ານ ນາງ ຫວງຽນທິຫົວ ຮອງຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ ຫວຽດ ນາມ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ໂດຍສືບຕໍ່ປະຕິບັດ ແລະ ຜັນຂະຫຍາຍວຽກງານຮ່ວມມືສອງຝ່າຍໃນໄລຍະຜ່ານມາ (ປີ 2022) ໂດຍໄດ້ມີການແລກປ່ຽນບົດຮຽນ ທັດສະນະສຶກສາ ແລະ ລົງຢ້ຽມຢາມການຈັດຕັ້ງປະຕິບັດວຽກງານຕົວຈິງຢູ່ພະແນກການເງິນບັນດາແຂວງຂອງ ສສ ຫວຽດນາມ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນການແລກປ່ຽນບົດຮຽນວິຊະສະເພາະ ເປັນຕົ້ນວຽກງານສ້າງ ແລະ ປັບປຸງນິຕິກຳ.

    ໃນກອງປະຊຸມ ທ່ານ ສົມບູນ ລັດຕະນະພອນ ໃຫ້ຮູ້ວ່າ: ການປຶກສາຫາລືໃນຄັ້ງນີ້ ໄດ້ຍົກເອົາ 2 ຫົວຂໍ້ຄື: ການສ້າງດຳລັດເຊົ່າ ສຳປະທານຊັບສິນຂອງລັດ ແລະ ຫົວຂໍ້ບົດຮຽນການຄຸ້ມຄອງຊັບສິນຂອງລັດ ດ້ວຍລະບົບທັນສະໄໝ (AMIS) ຂຶ້ນມາແລກປ່ຽນບົດຮຽນນຳຄະນະ ເບື້ອງຕົ້ນ ສຳລັບກົມຄຸ້ມຄອງຊັບສິນຂອງລັດ ສສ ຫວຽດນາມ ແມ່ນຈະໄດ້ແລກປ່ຽນໃນ 2 ຫົວຂໍ້ຄື: ການຄຸ້ມຄອງການເຊົ່າ-ສຳປະທານ ຊັບສິນຂອງລັດ ການຕິດຕາມການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບເຂົ້າງົບປະມານແຫ່ງລັດ.

ພ້ອມກັນນັ້ນ ຍັງໄດ້ປຶກສາຫາລືແລກປ່ຽນບົດຮຽນເພື່ອເປັນການຄຸ້ມຄອງ ແລະ ສັງລວມຖານຂໍ້ມູນຊັບສິນແຫ່ງລັດໃຫ້ຄົບຖ້ວນ ແລະ ຊັດເຈນໃນຂອບເຂດທົ່ວປະເທດ ເພື່ອຄຸ້ມຄອງຊັບສິນແຫ່ງລັດບໍ່ໃຫ້ຕົກເຮ່ຍເສຍຫາຍ ນອກຈາກນັ້ນ ເພື່ອຄຸ້ມຄອງຖານຈັດເກັບລາຍຮັບຈາກຊັບສິນແຫ່ງລັດໃຫ້ຄົບຖ້ວນ ຖືກຕ້ອງທັນຕາມກຳນົດເວລາ ມີຄວາມໂປ່ງໃສ ສະດວກວ່ອງໄວ ແລະ ສາມາດກວດສອບໄດ້ ເປັນຕົ້ນ: ການຂຶ້ນບັນຊີທຸກປະເພດຊັບສິນ ການນຳໃຊ້ລະບົບບັນທຶກບັນດາສັນຍາສຳປະທານ ສັນຍາເຊົ່າຊັບສິນແຫ່ງລັດ ແລະ ອື່ນໆໃຫ້ເປັນລະບົບຄົບຊຸດ ລະບົບຕິດຕາມກວດກາ ແລະ ເກັບລາຍຮັບຈາກຄ່າຊັບພະຍາກອນ ຄ່າບິນຜ່ານ ແລະ ລາຍຮັບອື່ນໆໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ.

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!