ສສຊ ປະກອບຄໍາຄິດເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ

    ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ IX ວັນທີ 6 ທັນວາ 2022 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ເຂົ້າຮ່ວມ.

    ກອງປະຊຸມ ບັນດາ ສສຊ ໄດ້ພ້ອມກັນສຸມໃສ່ປະກອບຄໍາຄິດເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕາມພາລະບົດບາດ ສິດ ໜ້າທີ່ຂອງຕົນ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາຢ່າງພາວະວິໄສ ເຊິ່ງທ່ານ ສົມຈິດ ຫັບລາກອນ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ສະແດງຄວາມຊົມເຊີຍຕໍ່ລັດຖະບານທີ່ໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາເສດຖະກິດພາຍໃນປະເທດ ເຖິງວ່າຈະພົບຫຼາຍບັນຫາ ແຕ່ກໍສາມາດສູ້ຊົນ ແລະ ແກ້ໄຂໄດ້ ມີຫຼາຍດ້ານທີ່ມີລັກສະນະພົ້ນເດັ່ນ ແລະ ດີຂຶ້ນ ພ້ອມນັ້ນ ໄດ້ສະເໜີແລກປ່ຽນບາງບັນຫາ ເປັນຕົ້ນ ກ່ຽວກັບການຄຸ້ມຄອງທີ່ດິນ ຕາມບົດລາຍງານຂອງລັດຖະບານ ເຫັນວ່າບໍ່ສາມາດບັນລຸໄດ້ໃນການຂຶ້ນທະບຽນ ການອອກໃບຕາດິນ ແລະ ການຂຶ້ນສໍາມະໂນຄົວທີ່ດິນໃນຂອບເຂດທົ່ວປະເທດ ໂດຍສະເພາະ ແຂວງຜົ້ງສາລີ ຜ່ານການຈັດຕັ້ງປະຕິບັດຕົວຈິງໃນການຂຶ້ນທະບຽນ ແລະ ອອກໃບຕາດິນນີ້ ສໍາເລັດພຽງ 78% ສ່ວນການຂຶ້ນສໍາມະໂນຄົວທີ່ດິນ ສໍາເລັດພຽງແຕ່ 39,7% ໄລຍະຜ່ານມາ ການຂຶ້ນທະບຽນທີ່ດິນ ສ່ວນຫຼາຍແມ່ນອອກໃບຕາດິນປະເພດດິນປຸກສ້າງ ສ່ວນດິນປະເພດອື່ນຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທົ່າທີ່ຄວນ ພ້ອມນັ້ນ ການອອກໃບຕາດິນຢູ່ຂັ້ນຮາກຖານມີການເຊື່ອງອໍາ ຍ້ອນບໍ່ຢາກເສຍພັນທະ ບໍ່ຢາກເສຍຄໍາທ່ານຽມທີ່ດິນ ຕິດພັນການຄຸ້ມຄອງສິດການຊື້-ຂາຍ ການໂອນສິດນໍາໃຊ້ທີ່ດິນຍັງບໍ່ທັນຖືກລະບຽບສູ່ລະບຽບ ເຮັດໃຫ້ການເກັບຄ່າທໍານຽມບໍ່ໄດ້ຕາມແຜນ ຈາກບັນຫາດັ່ງກ່າວ ສະເໜີໃຫ້ລັດຖະບານເບິ່ງຄືນງົບປະມານການນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ອຸປະກອນຮັບໃຊ້ອໍານວຍຄວາມສະດວກທາງດ້ານວິຊາການ ສ້າງບຸຄະລາກອນ ໂດຍສະເພາະ ບຸຄະລາກອນໃນການເຮັດວຽກຂັ້ນຮາກຖານບ້ານ ແລະ ເມືອງ ເພື່ອໃຫ້ເຂົາເຈົ້າເຮັດວຽກໂດຍກົງ ພ້ອມທັງທົບທວນຄືນ ການເກັບຄ່າທໍານຽບໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ ສ່ວນການທົດລອງຂຸດຄົ້ນແຮ່ເຫຼັກຂອງລັດຖບານ ເບິ່ງລວມແລ້ວ ເຫັນວ່າການເປີດກວ້າງ ເພາະເຮັດໃນຫຼາຍແຂວງ ແລະ ມີຫຼາຍບໍລິສັດ ຕາມການລາຍງານມີ 70 ກວ່າບໍລິສັດ ຢາກໃຫ້ເບິ່ງຄືນການເຮັດທົດລອງ ຕ້ອງເຮັດຈຸດໃດຈຸດໜຶ່ງ ຄວບຄຸມໃຫ້ຈໍາກັດ ເມື່ອສະຫຼຸບຖອດຖອນບົດຮຽນ ຖ້າເຮັດໄດ້ດີຈຶ່ງຂະຫຍາຍອອກຕື່ມ ນອກນັ້ນ ການພັດທະນາຊັບພະຍາກອນມະນຸດໃຫ້ທົບທວນຄືນສີມີແຮງງານ ການສ້າງສາຂາອາຊີບຊັບພະຍາກອນແຮງງານ ໃຫ້ເບິ່ງຄວາມເປັນຈິງຂອງຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ.

    ທ່ານ ສາຍທອງ ໄຊຍະວົງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ມີຄໍາເຫັນວ່າ: ເປັນເອກະພາບຕໍ່ການລາຍງານຂອງລັດຖະບານ ແຕ່ຂໍມີຄໍາເຫັນບາງຈຸດ ກ່ຽວແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະ ການກໍານົດໂຄງປະກອບການຈັດສັນງົບປະມານໃນໂຄງການຊໍາລະສະສາງໜີ້ສິນ ຄວນສະເໜີເອົາເປັນ 60% ຈາກໃນຈໍານວນທີ່ກໍານົດ 30,79% ວຽກໂຄງການ ສືບຕໍ່ເອົາ 30% ແລະ ໂຕງການສະເໜີໃໝ່ 10% ເຫດຜົນພວກເຮົາຄວນໄປຕາມກົດໝາຍມາດຕາ 19 ຂອງກົດໝາຍ 72 ກ່ຽວກັບການລົງທຶນ ຖ້າວ່າບໍ່ມີງົບປະມານທີ່ຈະຊໍາລະສະສາງ ແຕ່ພວກເຮົາກໍ່ຍັງມີຄວາມຈິງໃຈທີ່ຈະຊໍາລະສະສາງ ໂຄງການທີ່ສໍາເລັດໄປແລ້ວ 100% ຢາກໃຫ້ລັດຖະບານເລັ່ງແກ້ໄຂໂຄງການຂໍາລະນີ້ເປັນສ່ວນໃຫຍ່ ດ້ວຍການເບິ່ງເຫດຜົນ ແລະ ຄວາມຈໍາເປັນ ວຽກງານການສຶກສາ ບັນຫາສໍາຄັນທາງເມືອງໂຂງ ມີຄວາມຈໍາເປັນເລື່ອງການຂາດຄູ ໄດ້ຍຸບໂຮງຮຽນໄປແລ້ວ 21 ແຫ່ງ ແລະ ຍ້າຍນັກຮຽນໄປຮຽນໃນໂຮງຮຽນ ຈຶ່ງເກີດເປັນບັນຫາ ມີຄວາມຫຍຸ້ງຍາກ ຍ້ອນວ່າເມືອງໂຂງເປັນເກາະເປັນດອນ ສະນັ້ນຈຶ່ງສະເໜີໃຫ້ລັດຖະບານເບິ່ງເປັນກໍລະນີພິເສດໃນເຂດທີ່ມີຄວາມຈໍາເປັນ ພິເສດ ໃຫ້ເບິ່ງຄືນໃນໂກຕາພະນັກງານຄູ ວຽກງານທະນາຄານ ເພື່ອໃຫ້ຕົວເລກຜ່ານທະນາຄານເພີ່ມຂຶ້ນ ສ້າງຄວາມໝັ້ນຄົງໃຫ້ແກ່ເງິນຕາ ສະເໜີໃຫ້ລັດຖະບານຄວນມີກົນໄກປະສານງານຕ່າງໆ ເພື່ອເຮັດໃຫ້ການນໍາເຂົ້າທຶນ ເຮັດໃຫ້ການສົ່ງອອກຜ່ານທະນາຄານຫຼາຍຂຶ້ນ ມີບາງອັນມີຄວາມຈໍາເປັນອອກນິຕິກໍາ ກໍຄວນຈະເຮັດ ພ້ອມນັ້ນ ສະເໜີລັດຖະບານ ກໍຄືຂະແໜງການກ່ຽວຂ້ອງ ມີວິທີການແກ້ໄຂປະຊາຊົນ 198 ຄອບຄົວທີ່ຍົກຍ້າຍຈາກພາກເໜືອໄປຢູ່ແຂວງຈໍາປາສັກ ບໍ່ຖືກຕ້ອງຕາມກົດໝາຍ ຜ່ານມາ ກໍໄດ້ສະເໜີແລ້ວ ແຕ່ຍັງບໍ່ທັນມີທິດຊີ້ນໍາໃນການແກ້ໄຂບັນຫາດັ່ງກ່າວ ຢາກໃຫ້ມີທິດຊີ້ນໍາແກ້ໄຂຕໍ່ບັນຫາທີ່ເກີດຂຶ້ນ ບັນຫາດັ່ງກ່າວ ມີຄວາມສັບສົນ ແລະ ມີປາກົດການຫຍໍ້ທໍ້ເກີດຂຶ້ນ ໂດຍສະເພາະບັນຫາຢາເສບຕິດ.

#  ຂ່າວ – ພາບ : ຂັນທະວີ

error: Content is protected !!