ລັດຖະບານ ສະໜອງທຶນໃຫ້ທະນາຄານທຸລະກິດເພື່ອສົ່ງເສີມ SME

    ພິທີເຊັນສັນຍາສະໜອງທຶນບ້ວງເງິນປະກອບທຶນຂອງລັດຖະບານປະຈຳງວດ II ຂອງປີ 2022 ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ທສວ) ແລະ ທະນາຄານພັດທະນາລາວ ຈຳກັດ ທະນາຄານໄຊງ່ອນເທື່ອງຕິ່ນ ລາວ ຈຳກັດ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ທະນາຄານມາຣູຮານ ເຈແປນລາວ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຈັດຂຶ້ນວັນທີ 6 ທັນວາ 2022 ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມລົງນາມໂດຍທ່ານ ນາງ ລັດຕະນາ ດວງບຸບຜາ ຜູ້ອຳນວຍການ ທສວ ທ່ານ  ແກ້ວສະຫວ່າງ ສອນມະນີ ຜູ້ອຳນວຍການຝ່າຍສິນເຊື່ອ ທະນາຄານພັດທະນາລາວ ທ່ານ ນາງ ອຸໄລພອນ ໂສເງິນ ຮອງຜູ້ອຳນວຍການທະນາຄານໄຊງ່ອນເທື່ອງຕິນລາວ ທ່ານ ວຽງວິໄລ ແສງຄໍາຢອງ  ຮອງຜູ້ອຳນວຍການທະນາຄານຮ່ວມທຸລະກິດລາວ-ຫວຽດ ທ່ານ ບຸນມີ ແສງພະຈັນ ຜູ້ອຳນວຍການໃຫຍ່ທະນາຄານມາຣູຮານ ເຈແປນລາວ ແລະ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອຳນວຍການທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຊິ່ງມີທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງປະທານສະພາບໍລິຫານກອງທຶນສົ່ງເສີມ SME ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

   ທ່ານ ນາງ ລັດຕະນາ ດວງບຸບຜາ ກ່າວວ່າ: ກອງທຶນ ທສວ ໄດ້ສະໜອງທຶນບ້ວງເງິນປະກອບທຶນຂອງລັດຖະບານໃຫ້ 5 ທະນາຄານທຸລະກິດດັ່ງກ່າວ ເພື່ອນຳໄປປ່ອຍສິນເຊືjອໃຫ້ຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໃນອັດຕາດອກເບ້ຍຕໍ່າ ໂດຍມີທຶນທັງໝົດ 100 ຕື້ກີບ ໃນນີ້ 91 ຕື້ກີບ ຈະຖືກຈັດສັນເພື່ອສະໜອງສິນເຊື່ອໃຫ້ຈຸລະວິສາຫະກິດ ແລະ  SME ທີ່ນອນໃນ 4 ຂະແໜງການບູລິມະສິດຂອງລັດຖະບານ ໃນອັດຕາດອກເບ້ຍ 3% ຕໍ່ປີ ຜ່ານ 5 ທະນາຄານທຸລະກິດຄື: ທະນາຄານໄຊງ່ອນ ເທືອງຕິນລາວ ມູນຄ່າ 20 ຕື້ກີບ ທະນາຄານຮ່ວມທຸລະກິດລາວ-ຫວຽດ 20 ຕື້ກີບ ທະນາຄານມາຣູຮານ ເຈແປນລາວ  15 ຕື້ກີບ ທະນາຄານພັດທະນາລາວ 15 ຕື້ກີບ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ຄູ່ຮ່ວມມືໃໝ່) ມູນຄ່າ 21 ຕື້ກີບ

   ຜ່ານມາ ທສວ ໄດ້ສະໜອງທຶນມູນຄ່າ 675,61 ຕື້ກີບ ເພື່ອປ່ອຍສິນເຊື່ອໃຫ້ SME ຜ່ານ 7 ທະນາຄານທຸລະກິດຂອງລາວ ໃນອັດຕາດອກເບ້ຍ 3-8% ຕໍ່ປີ ແລະ ມີໄລຍະເວລາສູງສູດ 10 ປີ ນອກນັ້ນ ຍັງໄດ້ສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ ແລະ ກຸ່ມຜູ້ຜະລິດ ຜ່ານ 11 ສະຖາບັນການເງິນຈຸລະພາກ ໃນອັດຕາດອກເບ້ຍ1% ຕໍ່ເດືອນ ຫຼືບໍ່ເກີນ 12% ຕໍ່ປີ ໄລຍະກູ້ແຕ່ 3 ເດືອນຫາ 5 ປີ ມາຮອດເດືອນຕຸລາ ປີ 2022 ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນຈຳນວນດັ່ງກ່າວ ສາມາດສະໜອງສິນເຊື່ອໃຫ້ SME ໃນ 17 ແຂວງທົ່ວປະເທດໄດ້  1.339 ຫົວໜ່ວຍ ແລະ ມີ 1.645 ສັນຍາ ລວມມູນຄ່າ 606,84 ຕື້ກີບ.

error: Content is protected !!