ຮ່ວມມືພັດທະນາຄວາມຮູ້ດ້ານພູມສາດ-ຂໍ້ມູນຂ່າວສານໃຫ້ທັນຍຸກທັນສະໄໝ

      ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈການຮ່ວມມືໃນການພັດທະນາຄວາມຮູ້ຄວາມສາມາດທາງດ້ານວິຊາການ ເພື່ອນຳໃຊ້ເຕັກໂນໂລຊີໃນວຽກງານພູມສາດ ແລະ ຂໍ້ມູນຂ່າວສານໃຫ້ທັນຍຸກທັນສະໄໝ ຂອງສະຖາບັນເຕັກໂນໂລຊີອາຊຽນ (AIT) ແລະ ບໍລິສັດ ຢູນິກເທັກ ຈຳກັດ ຈັດຂື້ນວັນທີ 5 ທັນວາ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ລະຫວ່າງທ່ານ Dr. Manzul Kumar Hazarika Ph.D ຫົວໜ້າຄະນະພາກວິຊາພູມສາດ ແລະ ຂໍ້ມູນຂ່າວສານ ສະຖາບັນ AIT ແລະ ທ່ານ ຈັນດາວົງ ສຸດທິທຳ ປະທານບໍລິສັດ ຢູນິກເທັກ ຈຳກັດ ເຊິ່ງມີພະນັກງານ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

      ການລົງນາມຮ່ວມມືຄັ້ງນີ້ ຈະປະຕິບັດເປັນເວລາ 5 ປີ ໂດຍຈະມີການຄົ້ນຄວ້າເຕັກໂນໂລຊີ ນະວັດຕະກຳ ແລະ ໂຊລູຊັ່ນກ່ຽວກັບວຽກງານພູມສາດ ແລະ ຂໍ້ມູນຂ່າວສານ ການພັດທະນາຮ່ວມກັນທາງດ້ານຫຼັກສູດການຝຶກອົບຮົມລະຫວ່າງປະເທດ ແລະ ການສົ່ງເສີມຄວາມອາດສາມາດຂອງບຸຄະລາກອນຈາກພາກສ່ວນທີ່ກ່ຽວຂ້ອງ ພັດທະນາຄວາມສາມາດຂອງສະຖາບັນ ໂດຍຜ່ານການສຳມະນາ ຝຶກອົບຮົມ ແລະ ໂຄງການແລກປ່ຽນຮ່ວມມືກັນໃນການພັດທະນາໂຄງການລະຫວ່າງປະເທດ ແລະ ການຮ່ວມມືດ້ານອື່ນໆທີ່ກ່ຽວຂ້ອງ.

    ທ່ານ Dr. Manzul Kumar Hazarika Ph.D ກ່າວວ່າ: ສະຖາບັນ AIT  ເປັນສະຖາບັນການສຶກສາສາກົນ ທີ່ນຳໜ້າທາງດ້ານເຕັກໂນໂລຊີ ເຊິ່ງແມ່ນສະຖາບັນຮຸ່ນບຸກເບີກຂອງອາຊີ   ສ້າງຕັ້ງຂຶ້ນໃນປີ  1959  ເພື່ອຊ່ວຍຕອບສະໜອງ ແລະ ຮອງຮັບການຂະຫຍາຍຕົວຂອງພາກພື້ນ ເພື່ອນຳໜ້າການຮຽນຮູ້ທາງດ້ານວິສະວະກຳວິທະຍາສາດ ເຕັກໂນໂລຊີ ການບໍລິຫານຈັດການ ການຄົ້ນຄວ້າວິໄຈ ແລະ ວຽກງານສ້າງງຄວາມອາດສາມາດໃຫ້ແກ່ບຸຄະລາກອນຈາກຂົງເຂດຕ່າງໆ ພາລະກິດຂອງ AIT ແມ່ນເພື່ອພັດທະນາຜູ້ຊ່ຽວຊານທີ່ມີຄຸນວຸດທິສູງ ແລະ ມີຄວາມຕັ້ງໃຈທີ່ຈະມີບົດບາດນໍາພາ ໃນການພັດທະນາແບບຍືນຍົງ ແລະ ເຊື່ອມໂຍງກັບເສດຖະກິດໂລກ.

    ທ່ານ ຈັນດາວົງ ສຸດທິທຳ ກ່າວຕື່ມວ່າ: ບໍລິສັດ ຢູນິກເທັກຈຳກັດ  ເປັນບໍລິສັດແຖວໜ້າໃນ ສປປ ລາວ ທີ່ຊ່ຽວຊານໃນລະບົບຂໍ້ມູນຂ່າວສານດ້ານພູມສາດ ແລະ ຂໍ້ມູນຂ່າວສານ ລະບົບດາວທຽມນຳທາງ GNSS  ມີຄວາມສາມາດສະໜອງ ແລະ ບໍລິການດ້ານເຕັກໂນໂລຊີການສຳຫຼວດ GIS ລະບົບອຸຕຸນິຍົມ ແລະ ອຸທົກກະສາດ ອຸປະກອນວຽກງານດ້ານສິ່ງແວດລ້ອມ ແລະ ວິສະວະກຳໄຟຟ້າ ເຊິ່ງໄດ້ກໍ່ຕັ້ງຂຶ້ນໃນປີ 2014  ພວກເຮົາຂັບເຄື່ອນດ້ວຍວະລີທີ່ວ່າ “ມຸ່ງໝັ້ນທີ່ຈະເປັນຄູ່ຮ່ວມທຸລະກິດທີ່ເຊື່ອຖືທີ່ສຸດ ຫຼື striving to be the most reliable business partner” ເຮົາໃຫ້ບໍລິການລູກຄ້າທຸກໆທ່ານປຽບສະເໝືອນຄູ່ຮ່ວມທຸລະກິດ ເພາະຄວາມສຳເລັດຂອງເຮົາກໍຂຶ້ນຢູ່ກັບຄວາມສຳເລັດຂອງລູກຄ້າ. ຖ້າເຮົາຊ່ວຍທຸລະກິດຂອງລູກຄ້າໃຫ້ຈະເລີນກ້າວໜ້າ ເຮົາກໍຈະເລີນກ້າວໜ້າໄປພ້ອມໆກັນ ເຊິ່ງນີ້ກໍໝາຍຄວາມວ່າ ການດຳລົງຢູ່ຂອງບໍລິສັດເຮົາກໍເພື່ອຊ່ວຍໃຫ້ບັນດາຄູ່ຮ່ວມທຸລະກິດທຸກໆທ່ານປະສົບຜົນສຳເລັດໃນດ້ານທຸລະກິດ ແລະ ບັນລຸເປົ້າໝາຍທີ່ຕັ້ງໄວ້.

     ການຮ່ວມມືກັບ AIT ໃນຄັ້ງນີ້ ຍັງໄດ້ເປັນຂົວຕໍ່ໃຫ້ກັບບັນດາສະຖາບັນການສຶກສາໃນ ສປປ ລາວ ເພື່ອເຊື່ອມໂຍງວຽກງານສ້າງຄວາມອາດສາມາດທາງດ້ານວິຊາການໃຫ້ແກ່ຄູອາຈານ ແລະ ນັກສຶກາສາໃນຂະແໜງການພູມສາດ ແລະ ຂໍ້ມູນຂ່າວສານ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງກັບການຮ່ວມຝຶກອົບຮົມ ແລກປ່ຽນບົດຮຽນ ເພີ່ມທັກສະການຮຽນຮູ້ເຕັກໂນໂລຊີໃນຂົງເຂດວຽກງານ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງໃຫ້ເລີກເຊິ່ງ.

error: Content is protected !!