ທີມນັກກີລາມວຍປ້ຳນະຄອຍຫຼວງວຽງຈັນ ສູ້ເຕົມທີ່ ຍາດໄດ້ 3 ຫຼຽນຄຳ 2 ຫຽນເງິນ 6 ຫຼຽນທອງ ໃນງານກີລາແຫ່ງຊາດຄັ້ງທີ 11 ຊຽງຂວາງເກມ 2022 ຂະນະທີ່ອັນດັບ 1 ເປັນຂອງ ທີມນັກກີລາຈາກກະຊວງປ້ອງກັນປະເທດ.

ການແຂ່ງຂັນກີລາມວຍປ້ຳ ຈັກຂຶ້ນໃນວັນທີ 1-4 ທັນວາ ທີ່ສະໜາມກີລາໄຊຊະນະ ເຊິ່ງຜົນການແຂ່ງຂັນປະກົດວ່ານະຄອນຫຼວງສາມາດຍາດຫຼຽນຄຳມາໄດ້ 3 ຫຼຽນ ມາຈາກປະເພດ ຟຣີສະຕາຍ ຮຸ່ນ 68 ກີໂລ ຊາຍ ຜົນງານຂອງ ບຸນທະວີ ພົມມະຈັກ ຫຼຽນທີ 2 ຈາກປະເພດ ເກັກໂກໂຣມັນ ຮຸ່ນນ້ຳໜັກ 60 ກີໂລຊາຍ ຜົນງານຂອງ ສະຖາພອນ ທຳມະວົງ ແລະ ຫຼຽນທີ 3 ຈາກປະເພດເກັກໂກໂຣມັນເຊັ່ນກັນ ໃນຮຸ່ນນ້ຳໜັກ 80 ກີໂລ ຊາຍ ຜົນງານຂອງ ສີສຸພັນ ໄຊພອນ.

ຫຼຽນເງິນແມ່ນໄດ້ໃນປະເພດ ຟຣີາຕາຍ 50 ກີໂລ ຍິງ ຜົນງານຂອງ ຈອມມະນີ ວົງພິມ ແລະ ຈາກປະເພດເກັກໂກໂຣມັນ ຮຸ່ນນ້ຳໜັກ 55 ກິໂລ ຊາຍ ຜົນງານຂອງ ພົງສະຫວັນ ໄພຍະສານ.
ສ່ວນຫຼຽນທອງມາຈາກປະເພດ ຟຣີສະຕາຍ ຮຸ່ນນ້ຳໜັກ 48 ກິໂລ ຍິງ ດາວພອນ ໄຊທິລັດ ຮຸ່ນນ້ຳໜັກ 74 ກິໂລ ຊາຍ ແສງແກ້ວ ແກ້ວແກ່ນຈັນ ຮຸ່ນນ້ຳໜັກ 74 ກິໂລ ຊາຍ ແຄັດຕິ້ ເທບພະສຸວັນ ຮຸ່ນນ້ຳໜັກ 55 ກິໂລ ຍິງ ແມ່ມ ສຸນາເຄນ ແລະ ປະເພດ ເກັກໂກໂຣມັນ ໄດ້ຈາກ ຮຸ່ນນ້ຳໜັກ 66 ກິໂລ ຊາຍ ກ້ອງນະພາ ດີເລີດ ແລະ ຮຸ່ນນ້ຳໜັກ 84 ກິໂລ ຊາຍ ອາຊຽນ ເທບສຸວັນ.

ສຳລັບ ທີມທີ່ໄດ້ເປັນອັນດັບ 1 ຂອງການແຂ່ງຂັນມວນປ້ຳແມ່ນ ກະຊງວປ້ອງກັນປະເທດ ໄດ້ 5 ຫຼຽນຄຳ 5 ຫຼຽນເງິນ ແລະ 1 ຫຼຽນທອງ ອັນດັບ 3 ເປັນຂອງເຈົ້າພາບ ຊຽງຂວາງ 3 ຫຼຽນຄຳ 2 ຫຼຽນເງິນ ແລະ 5 ຫຼຽນທອງ ອັນດັບ 4 ແຂວງສາລະວັນ ໄດ້ 2 ຫຼຽນຄຳ 1 ຫຼຽນເງິນ ແລະ 2 ຫຼຽນທອງ ສ່ວນອັນດັບ 5 ເປັນຂອງ ແຂວງວຽງຈັນ 1 ຫຼຽນຄຳ 3 ຫຼຽນເງິນ ແລະ 5 ຫຼຽນທອງ.