ທີມນັກກີລາຍິງທະນູ ນະຄອນຫຼວງວຽງຈັນ ຍາດໄດ້ອີກ 1 ຫຼຽນຄຳ 1 ຫຼຽນເງິນ ໃນການແຂ່ງຂັນທະນູທົດກຳລັງ (Compound) ໄລຍະ 50 ແມັດ ໃນການແຂ່ງຂັນກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.



ການແຂ່ງຂັນຍິງທະນູປະເພດ Compound ໄລຍະ 50 ແມັດ ໃນວັນທີ 5 ທັນວາ 2022 ນັກກີລາຍິງທະນູນະຄອນຫຼວງວຽງຈັນຜ່ານເຂົ້າຮອບຊີງຊະນະເລີດທັງຍິງ-ຊາຍ ເຊິ່ງນັກກີລາຍິງແມ່ນ ນາງ ພອນ ກ່ຳແກ້ວ ລົງຊີງໄຊກັບ ນາງ ເພັດດາວັນ ສຸກຜາລີ ນັກກີລາແຂວງຕຳມ່ວນ ໂດຍຍິງ 5 ຮອບ ເຊິ່ງໃນຮອບທຳອິດຄະແນນບໍ່ຄ່ອຍດີນຳຫຼັງຢູ່ 26-27 ຄະແນນ ມາຮອບທີ 2 ນະຄອນຂຶ້ນນຳມາສະເໝີ 55-55 ຄະແນນ ມາຮອບທີ 3 ຄະແນນຍັງນຳຫຼັງ 80-83 ຄະແນນ ຮອບ 4 ຍັງນຳຫຼັງ 1 ຄະແນນ 107-108 ຄະແນນ ຈົນຮອບສຸດທ້າຍ ຍັງເກັບຄະແນນໄດ້ບໍ່ຄ່ອຍເສຍໃຫ້ແຂວງຄຳມ່ວນໄປດ້ວຍຄະແນນ 132-133 ຄະແນນ ໄດ້ພຽງຫຼຽນເງິນ.

ສ່ວນນັກກີລາຊາຍ ທ້າວ ລົດ ອຸດຕະລິຍັງ ລົງຊີງໄຊກັບ ທ້າວ ຄຳຫວານ ວັນລີວົງ ນັກກີລາຈາດແຂວງເຈົ້າພາບຊຽງຂວາງ ໂດຍຍິງຢູ່ 5 ຮອບເຊັ່ນກັນ ເຊິ່ງຜົນການແຂ່ງຂັນ ຮອບທີ 1 ຄະແນນຍັງຕາມຫຼັງເຈົ້າພາບຢູ່ 2 ຄະແນນ ຄື 24-26 ມາຮອບທີ 2 ນຳຕີສະເໝີ 51-51 ຄະແນນ ມາຮອບທີ 3 ນັກກີລານະຄອນຫຼວງວຽງຈັນເລີ່ມຍິງໄດ້ດີຂຶ້ນນຳ 80-75 ຮອບທີ 4 ຄະແນນເລີ່ມນຳຫ່າງອອກໄປ 106-99 ຄະແນນ ຈົນປິດທ້າຍຮອບ 5 ເອົາຊະນະເຈົ້າພາບໄປ 132-124 ຄະແນນ ໄດ້ຫຼຽນຄຳໄປຄອງ.



ສຳລັບການແຂ່ງຂັນວັນທີ 6 ທັນວາ 2022 ເປັນການແຂ່ງຂັນມື້ສຸດທ້າຍ ແຂ່ງຂັນຄູ່ປະສົມ ເຊິ່ງທີມນັກກີລາຍິງທະນູຍັງມີຄວາມຫວັງທີ່ຈະຍາດຫຼຽນຄຳມາຄອງ ສ່ວນຜົນການແຂ່ງໃນມື້ປິດສະໜາມຈະໄດ້ລາຍງານຕາມຫຼັງ.