ອິນເດຍ ຊ່ວຍເຫຼືອກໍ່ສ້າງສູນສຸກສາລານ້ອຍ ບ້ານວຽງໄຊ

     ພິທີວາງສີລາເລິກໂຄງການກໍ່ສ້າງສູນສຸສາລານ້ອຍ ຈັດຂຶ້ນວັນທີ 30 ພະຈິກ ປີ 2022 ທີ່ບ້ານວຽງໄຊ ເມືອງພູວົງ ແຂວງອັດຕະປື ໂດຍມີທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ແລະ ທ່ານ ດິນກາ ອາສທານາ ເອກອັກຄະລັດຖະທູດອິນເດຍປະຈຳ ສປປ ລາວ ພ້ອມດ້ວຍຕາງໜ້າຄະນະນຳແຂວງແລະ ພາກສ່ວນກ່ຽວຂ້ອງເຂົ້່າຮ່ວມ ໂຄງການນີ້ແມ່ນຢູ່ພາຍໃຕ້ຂອບການຮ່ວມມືເຫັນຜົນໄວ (QIP) ແມ່ນໍ້າຂອງ ແມ່ນໍ້າຄົງຄາ (MGC) ຈໍານວນເງີນອານຸມັດຈາກທາງລັດຖະບານອິນເດຍ 50.000 ດອນລາສະຫາລັດ.

ໃນໂອກາດດັ່ງກ່າວນີ້ ທ່ານທູດຍັງໄດ້ກ່າວເນັ້ນເຖິງ ສູນສາລານ້ອຍຈະໄດ້ຊ່ວຍໃນການປິ່ນປົວຫຼາຍຂະແໜງການໂດຍສະເພາະຊາວບ້ານທີ່ຢູ່ຫ່າງໄກ ຫຼື ອາໃສທີ່ບ້ານວຽງໄຊ ໃນທີ່ນີ້ສູນສາລາຍັງໃຫ້ຄວາມສຳຄັນແກ່ແມ່ຍິງຖືພາ ແລະ ຍັງມີຫ້ອງປະສູດ ເຊິ່ງຫວັງວ່າການກໍ່ສ້າງຈະສຳເລັດຕາມຄວາມຄາດການ.

ປະເທດອິນເດຍໃຫ້ການຊ່ວຍເຫຼືອໂຄງການເຫັນຜົນໄວແກ່ ສປປ ລາວ ເຖິງ 11ໂຄງການໃນຂົງເຂດສຸຂະພັນ ການສຶກສາ ການບໍາບັດນໍ້າດື່ມສະອາດ ກະສິກໍາ ແລະ ອື່ນໆ ໂດຍສະເພາະເຂດຫ່າງໄກສອດຫຼີກຕາມແຂວງຕ່າງໆຂອງ ສປປ ລາວ ນອກຈາກນີ້ມີ 5 ໂຄງການທີ່ສໍາເລັດ ແລະ 6 ໂຄງການຢູ່ໃນການປະຕິບັດ ໂຄງການເຫລົ່ານີ້ສ້າງຜົນປະໂຫຍດຢ່າງແທ້ຈິງ.

ທ່ານ ເຈົ້າແຂວງອັດຕະປື ໄດ້ກ່າວວ່າ ຂໍຢ່າງຊື່ນຊົມເຖິງທຶນຊ່ວຍເຫຼືອລ້າຈາກລັດຖະບານອິນເດຍໂດຍສະເພາະປັນຫາດ້ານສຸຂະພາບເຊິ່ງສໍາຄັນແກ່ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ.

ອິນເດຍ ແລະ ສປປ ລາວ ຕ່າງຢູ່ບົນພື້ນຖານຄວາມເທົ່າທຽມ ເຄົາລົບອະທິປະໄຕ ເຊິ່ງກັນແລະກັນ ເພື່ອພັດທະນາຜົນປະໂຫຍດແກ່ປະຊາຊົນ ພະນະທ່ານ ນາເຣນດາໂມດີໃຫ້ຄໍາຢັ້ງຍືນວ່າອິນເດຍຈະສືບຕໍ່ໃຫ້ການພັດທະນາຄູ່ຮ່ວມໂດຍສະເພາະແມ່ນ ສປປ ລາວ ໂດຍການໂອ້ລົມທາງໄກກັບພະນະທ່ານ ດຣ ທອງລຸນ ສີສຸລິດ ໃນເດືອນມີຖຸນາ 2020.

ພາບ-ຂ່າວ ທູດອິນເດຍ

error: Content is protected !!