ການນໍາຂັ້ນສູງ ສປປ ລາວ ໄວ້ອາໄລເຖິງ ສະຫາຍ ຈຽງເຈີມິນ ອະດີດປະທານປະເທດ ແຫ່ງ ສປ ຈີນ

     ຕອນເຊົ້າວັນທີ 5 ທັນວາ 2022 ຢູ່ທີ່ສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ກົ້ມຫົວໄວ້ອາໄລ ແລະ ສະແດງຄວາມເສົ້າສະຫຼົດໃຈເຖິງທ່ານ ຈຽງເຈີມິນ ອະດີດເລຂາທິການໃຫຍ່ ປະທານປະເທດແຫ່ງ ສປ ຈີນ ທີ່ເຖິງແກ່ມໍລະນະກໍາໃນວັນທີ 30 ພະຈິກນີ້.

    ຕາງໜ້າສະຖານທູດຈີນ ໃຫ້ກຽດຕ້ອນຮັບການນໍາສູງສຸດຂອງລາວຄັ້ງນີ້ ໂດຍທ່ານ ຊ້ຽງຟ່າງສຽງ ອຸປະທູດສະຖານທູດ ສປ ຈີນ ປະຈໍາ ສປປ ລາວ. ພາຍຫຼັງທ່ານເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄວ້ອາໄລສໍາເລັດແລ້ວ ທ່ານ ພັນຄໍາ ວິພາພັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ນໍາພາຄະນະ ກົ້ມຫົວໄວ້ອາໄລ ແລະ ສະແດງຄວາມເສົ້າສະຫຼົດໃຈຢ່າງຈິງໃຈຕາມລໍາດັບ.

    ທ່ານ ຊ້ຽງຟ່າງສຽງ ອຸປະທູດສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ກໍໄດ້ຕາງໜ້າສະຖານທູດສະແດງຄວາມຂອງອົກຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍບັນດາການນໍາລາວ ທີ່ໄດ້ສະລະເວລາອັນມີຄ່າເຂົ້າມາໄວ້ອາໄລອະດີດປະທານປະເທດຈີນ.

ພາບ-ຂ່າວ: CRI.

error: Content is protected !!