9 ເດືອນຜ່ານມາ ເສດຖະກິດຂະຫຍາຍຕົວໃນລະດັບ 4,2%

    ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 5 ທັນວາ 2022 ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານກ່ຽວກັບການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານໃນປີ 2022 ແລະ ສະເໜີທິດທາງແຜນການຈຸດສຸມໃນປີ 2023 ເຊິ່ງມີບາງຕອນໃຫ້ຮູ້ວ່າ: ໄລຍະ 11 ເດືອນຜ່ານມາ ລັດຖະບານຊຸດທີ 9 ໄດ້ສືບຕໍ່ສຸມໃສ່ບັນຊາຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ 6 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດທີ່ສະພາແຫ່ງຂາດຮັບຮອງ ເພື່ອສ້າງການຫັນປ່ຽນໃໝ່ໃຫ້ແຂງແຮງ ເລິກເຊິ່ງ ຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ກໍານົດໄວ້ ພ້ອມນັ້ນ ໄດ້ຊຸກຍູ້ບັນດາຫົວໜ່ວຍການຜະລິດກະສິກໍາ ອຸດສາຫະກໍາ ແລະ ການບໍລິການທີ່ເປັນທ່າແຮງຂັບເຄື່ອນການຂະຫຍາຍຕົວທາງດ້ານເສດຖະກິດໃຫ້ດີຂຶ້ນ ອີງໃສ່ການຄິດໄລ່ລວມຍອດຜະລິດຕະພັນພາຍໃນ 9 ເດືອນຜ່ານມາ ເຫັນວ່າເສດຖະກິດຂະຫຍາຍຕົວໃນລະດັບ 4,2% ຄາດວ່າໝົດປີ ຈະສູ້ຊົນຂະຫຍາຍຕົວໃນລະດັບ 4,4% (ຕາມແຜນ 4,5%) ເຖິງແມ່ນວ່າຈະບໍ່ບັນລຸຕາມແຜນ ແຕ່ກໍມີທ່າອ່ຽງຂະຫຍາຍຕົວທີ່ດີຂຶ້ນໃນສະພາບແວດລ້ອມທີ່ຫຍຸ້ງຍາກ ແລະ ທ້າທາຍໃນປັດຈຸບັນ.

    ຄຽງຄູ່ກັນນັ້ນ ໄດ້ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ດ້ວຍສຸມໃສ່ການຫັນເກັບລາຍຮັບເປັນທັນສະໄໝ ແລະ ອອກນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງ ສຸມໃສ່ການສ້າງຖານອາກອນມູນຄ່າເພີ່ມໄດ້ 9.391 ຫົວໜ່ວຍ ໃນ 10.500 ຫົວໜ່ວຍໃນຂອບເຂດທົ່ວປະເທດ ກວມເອົາ 89,43% ພ້ອມນັ້ນ ສືບຕໍ່ສ້າງຖານລາຍຮັບໃໝ່ຈໍານວນໜຶ່ງໃນຂົງເຂດຕ່າງໆ ໄດ້ເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານມາຮອດວັນທີ 22 ພະຈິກ 2022 ບັນລຸໄດ້ 27.589 ຕື້ກີບ ປະມານ 87,33% ຂອງແຜນການປີ ທຽບກັບເດືອນພະຈິກ 2021 ເພີ່ມຂຶ້ນ 33% ຫຼື ທຽບເທົ່າ 6.783 ຕື້ກີບ ໃນນັ້ນ ພົ້ນເດັ່ນລາຍຮັບພາຍໃນ ສາມາດບັນລຸໄດ້ 25.832 ຕື້ກີບ ເທົ່າກັບ 89,19% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 37% ຫຼື ທຽບເທົ່າ 6.957 ຕື້ກັບ ຄາດຄະເນລາຍຮັບໝົດປີ 2022 ຈະປະຕິບັດໄດ້ປະມານ 32.447 ຕື້ກີບ ເທົ່າກັບ 102,70% ຫຼື ຖ້າບຸກບືນຢ່າງແຂງແຮງ ຈະບັນລຸໄດ້ປະມານ 33.574 ຕື້ກີບ ເທົ່າກັບ 106,27%.

    ນອກນີ້ ລັດຖະບານໄດ້ປະຕິບັດລາຍຈ່າຍງົບປະມານບົນຈິດໃຈປະຢັດ ຕາມດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ກໍຄືດໍາລັດວ່າດ້ວຍລົດລັດຢ່າງເປັນເຈົ້າການ ພ້ອມນັ້ນ ຍັງສາມາດປະຕິບັດລາຍຈ່າຍງົບປະມານໄປຕາມແຜນການ ແລະ ຮັບປະກັນການເບີກຈ່າຍທີ່ຈໍາເປັນໄດ້ຕາມປົກກະຕິ ເປັນຕົ້ນ ເງິນເດືອນ ເງິນນະໂຍບາຍ ການຊໍາລະໜີ້ສິນທຫງພາຍໃນ-ຕ່າງປະເທດ ແລະ ອື່ນໆ ເຊິ່ງມາຮອດວັນທີ 22 ພະຈິກ 2022 ສາມາດບັນລຸໄດ້ 23.752 ຕື້ກີບ ເທົ່າກັບ 67,07% ຂອງແຜນການປີ ຄາດຄະເນໝົດປີຈະບັນລຸໄດ້ 34.553 ຕື້ກີບ ເທົ່າກັບ 99,60% ຂອງແຜນການປີ ສ່ວນການແກ້ໄຂໜີ້ສິນ ໄດ້ສືບຕໍ່ຄຸ້ມຄອງ ແລະ ແກ້ໄຂໜີ້ສິນ ໄປຕາມຂອບແຜນທີ່ໄດ້ກໍານົດໄວ້ ສາມາດປະຄັບປະຄອງໃນການຊໍາລະໜີ້ສິນໄດ້ ໂດຍສາມາດເຮັດໃຫ້ປະເທດເຮົາບໍ່ຕົກເປັນປະເທດທີ່ຊໍາລະໜີ້ສິນບໍ່ໄດ້ ນອກນີ້ ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດດ້ວຍການອອກພັນທະບັດລັດຖະບານສາມາດປະຕິບັດໄດ້ 5.197 ຕື້ກີບ ເທົ່າກັບ 51,54% ຂອງແຜນການປີ (ແຜນການປີ 10.083 ຕື້ກີບ).

#  ຂ່າວ – ພາບ : ຂັນທະວີ

error: Content is protected !!