ສ້າງຂະບວນການສະຫຼອງວັນຊາດ-ປິດກິດຈະກຳກີລາຄອບຄົວເບຍລາວ ປະຈຳປີ 2022

    ສະມາຄົມທຸລະກິດຮ້ານອາຫານລາວ ຮ່ວມກັບບໍລິສັດ ເບຍລາວ ຈຳກັດ ຈັດແຂ່ງຂັນກີລາບານເຕະມິດ ຕະພາບ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດ (2 ທັນວາ) ຄົບຮອບ 47 ປີ ທັງເປັນການປິດກິດຈະກຳກີລາຂອງຄອບຄົວເບຍລາວ ປະຈຳປີ 2022 ຂຶ້ນວັນທີ 1 ທັນວາ 2022 ຢູ່ສະໜາມກີລາບານເຕະເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີຜູ້ຕາງໜ້າຈາກສະມາຄົມທຸລະກິດຮ້ານອາຫານລາວ ບໍລິສັດ ເບຍລາວ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.​

    ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມຮ້ານອາຫານລາວ ກ່າວວ່າ: ການແຂ່ງຂັນບານເຕະຄັ້ງນີ້ ນອກຈາກເປັນການສ້າງຂະບວນການສະເຫຼີມສະຫຼອງວັນຊາດ ຄົບຮອບ 47 ປີ ແລະ ປິດກິດຈະກຳກີລາຂອງຄອບຄົວເບຍລາວ ປະຈຳປີ 2022 ຍັງເປັນການສ້າງຂະບວນການເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສະມາຊິກສະມາຄົມທຸລະກິດຮ້ານອາຫານລາວ ກັບບໍລິສັດ ເບຍລາວ ຈຳກັດ ສົ່ງເສີມການຫຼິ້ນກີລາເພື່ອສຸຂະພາບ ສະມາຄົມທຸລະກິດຮ້ານອາຫານລາວ ສ້າງຕັ້ງປີ 2013 ແລະ ໄດ້ເຮັດກິດຈະກຳດ້ານນີ້ມາຕະຫຼອດ ຈຸດປະສົງການສ້າງຕັ້ງສະມາຄົມດັ່ງກ່າວ ເພື່ອເຮັດກິດຈະກຳຮ່ວມກັນລະຫວ່າງຄູ່ຮ່ວມທຸລະກິດຂອງເບຍລາວໃຫ້ມີຄວາມເຂັ້ມແຂງຂຶ້ນ ປັດຈຸບັນ ສະມາຄົມດັ່ງກ່າວມີສະມາຊິກ 56 ຮ້ານ ເຊິ່ງໄດ້ຮັບການສະໜັບສະໜູນຈາກບໍລິສັດ ເບຍລາວ ຈຳກັດ ມາໂດຍຕະຫຼອດໃນການເຄື່ອນໄຫວກິດຈະກຳຕ່າງໆ ເພື່ອຊ່ວຍເຫຼືອສັງຄົມຢູ່ນະຄອນຫຼວງວຽງຈັນ ຕ່າງແຂວງ ລວມທັງກິດຈະກໍາຢູ່ຕ່າງປະເທດ ໂອກາດນີ້ ກໍຂໍເຊີນຊວນບັນດາຮ້ານອາ ຫານ ຫຼື ຜູ້ປະກອບການຮ້ານອາຫານຢູ່ນະຄອນຫຼວງວຽງຈັນ ກໍຄືຕ່າງແຂວງທີ່ມີຄວາມສົນໃຈ ເຂົ້າມາເປັນສະ ມາຊິກສະມາຄົມໃຫ້ນັບມື້ຫຼາຍຂຶ້ນ.

    ທ່ານ ອູ່ຊ້າງ ແສງທອງ ຜູ້ຈັດການຊ່ອງທາງການຂາຍ ແລະ ຈັດຈໍາໜ່າຍ ບໍລິສັດ ເບຍລາວ ຈຳກັດ ກ່າວວ່າ: ບໍລິສັດພວກເຮົາໄດ້ຮ່ວມມືກັບຮ້ານຄ້າ ຮ້ານອາຫານຢູ່ນະຄອນຫຼວງວຽງຈັນ ແລະ ຕ່າງແຂວງສ່ວນໜຶ່ງ ໃນການສ້າງກິດຈະກຳຮ່ວມກັນ ນອກຈາກມີການຄ້າ-ຂາຍເປັນລູກຄ້າກັນມາຍາວນານແລ້ວ ພວກເຮົາຍັງມີການຈັດກິດຈະກຳກີລາຮ່ວມກັນ ເປັນຕົ້ນ ກີລາບານເຕະ ຂີ່ລົດຖີບ ຕີດອກປີກໄກ່ ເຊິ່ງທຸກໆ 3-4 ເດືອນ ຈະຈັດຂຶ້ນຄັ້ງໜຶ່ງ ແລະ ຄັ້ງນີ້ ແມ່ນຄັ້ງມ້ວນທ້າຍຂອງກີລາບານເຕະສຳລັບປີນີ້ ເຊິ່ງເປັນກິດຈະກຳທີ່ສ້າງຄວາມສຳພັນ ສົ່ງເສີມກັນລະຫວ່າງບໍລິສັດ ແລະ ບັນດາຮ້ານຄ້າຄູ່ຮ່ວມທຸລະກິດ ເນື່ອງໃນໂອກາດວັນຊາດ ຄົບຮອບ 47 ປີ ຕົນຂໍຕາງໜ້າໃຫ້ບໍລິສັດ ເບຍລາວ ຈຳກັດ ກໍຄືສະມາຄົມຮ້ານອາຫານລາວ ອວຍພອນໃຫ້ການນຳພັກ-ລັດ ກໍຄືປະຊາຊົນລາວບັນດາເຜົ່າ ມີສຸຂະພາບເຂັ້ມແຂງ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ.   

    ສຳລັບບັນຍາກາດການແຂ່ງຂັນຄັ້ງນີ້ ດໍາເນີນໄປດ້ວຍໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ໂດຍຜົນການແຂ່ງຂັນ 90 ນາທີ ສອງຝ່າຍສະເໝີກັນ 3-3 ປະຕູ ຕ້ອງໄດ້ຕັດສິນດ້ວຍການຍິງຈຸດໂທດ ເຊິ່ງເປັນຝ່າຍສະມາຄົມຮ້ານອາຫານລາວ ຍິງໄດ້ແມ່ນຢໍາກວ່າ ແລະ ເປັນຝ່າຍເອົາຊະນະໄປ 4-3 ປະຕູ (ປະຕູລວມ 7-6 ປະຕູ).

(ສະບາໄພ)

error: Content is protected !!