ສະຫວັນນະເຂດ ສ້າງຂະບວນການສ້ອມແປງເສັ້ນທາງຕ້ອນຮັບວັນສຳຄັນຂອງຊາດ

    ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະຫວັນນະເຂດ ສົມທົບກັບພະແນກການອ້ອມຂ້າງແຂວງ ແລະ ນະຄອນໄກສອນ ພົມວິຫານ ສ້າງຂະບວນການສ້ອມແປງເສັ້ນທາງ ເພື່ອຕ້ອນຮັບວັນສຳຄັນທາງປະຫວັດສາດຂອງຊາດ ໂດຍສະເພາະ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດທ່ານປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ຂຶ້ນວັນທີ 30 ພະຈິກຜ່ານມາ ຢູ່ເສັ້ນທາງສາຍຫຼັກຂອງນະຄອນໄກສອນ ພົມວິຫານ ໂດຍມີທ່ານ ນາງ ຫຼິງ ທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທ່ານ ຄໍາຜອງ ສົມວິຈິດ ຫົວໜ້າພະແນກ ຍທຂ ແຂວງ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ຄໍາຜອງ ສົມວິຈິດ ກ່າວວ່າ: ການສ້າງຂະບວນການສ້ອມແປງເສັ້ນທາງຄັ້ງນີ້ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 47 ແລະ ວັນຄ້າຍວັນເກີດທ່ານປະທານໄກສອນ ພົມວິຫານ ຄົບຮອບ 102 ປີ ໃຫ້ເປັນຂະບວນຟົດຟື້ນ ເຊິ່ງພະແນກ ຍທຂ ແຂວງ ໄດ້ສົມທົບກັບພະແນກການອ້ອມຂ້າງ ແລະ ຫ້ອງການອ້ອມຂ້າງນະຄອນໄກສອນ ພົມວິຫານ

ສ້າງຂະບວນການສ້ອມແປງເສັ້ນທາງໂດຍການຖົມຂຸມຕາມເສັ້ນທາງທີ່ເປ່ເພ  ໂດຍເລີ່ມຈາກຖະໜົນນາເລົ່າ ຈຸດຫ້ອງວ່າການປົກຄອງແຂວງ ໄປຫາຖະໜົນລາດຊະວົງເສິກ ແລະ ໄປຫາແຄມຂອງ ມີຄວາມຍາວປະມານ 1 ກິໂລແມັດ ແລະ ອີກເສັ້ນທາງໜຶ່ງແມ່ນເລີ່ມຈາກວົງວຽນໂອງ-ມັ່ງ ໄປຕາມຖະໜົນສີສະຫວ່າງວົງ ຫາວົງວຽນຫ້ອງວ່າການປົກຄອງນະຄອນໄກສອນ ພົມວິຫານ ເຊິ່ງໄດ້ນຳໃຊ້ກົນຈັກ ແລະ ແຮງງານພະນັກງານວິຊາການຂອງພະແນກ ຍທຂ ເປັນຫຼັກ ພ້ອມກັບບໍລິສັດມຸກມະນີກໍ່ສ້າງ ເຊິ່ງການສ້າງຂະບວນການຄັ້ງນີ້ ແມ່ນໄດ້ຮັບການປະກອບສ່ວນດ້ານວັດຖຸ ເປັນຕົ້ນຢາງຂົ້ວສຳເລັດຮູບ ກົນຈັກ ນ້ຳມັນເຊື້ອໄຟ ຈາກພາສີປະຈຳແຂວງ ບໍລິສັດ ມຸກມະນີກໍ່ສ້າງ ແລະ ບໍລິສັດໜູຄຳ ກໍ່ສ້າງຈຳກັດ ລວມມູນຄ່າກວ່າ 20 ລ້ານກວ່າກີບ ໂດຍການສ້ອມແປງເສັ້ນທາງດັ່ງກ່າວນີ້ ຈະໃຫ້ສຳເລັດໃນເວລາປະມານ 2 ວັນ.

Leave a Reply

error: Content is protected !!