ຍ່າງເພື່ອສຸຂະພາບ ສະຫຼອງວັນສາກົນຕ້ານເອດສ໌ 2022

    ມູນນິທິປີ່ນປົວພະຍາດເອດສ໌ AIDS Healthcare Foundation (AHF) ຮ່ວມກັບກະຊວງສາທາ ລະນະສຸກ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສູນຕ້ານເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ເພື່ອນຮ່ວມງານທີ່ກ່ຽວຂ້ອງ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ຂຶ້ນໃນວັນທີ 3 ທັນວາ 2022 ຢູ່ສວນປະຕູໄຊ ໂດຍມີທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ມອນໄຊ ລາວມົວຊົ່ງ ປະທານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

    ການຈັດກິດຈະກໍາຄັ້ງນີ້ ເພື່ອລະນຶກເຖິງວັນສາກົນຕ້ານເອດສ໌ ປະຈໍາປີ 2022 (World AIDS Day 2022) ພາຍໃຕ້ຫົວຂໍ້ “ໂລກເອດສ໌ຍັງຢູ່ກັບພວກເຮົາ” ແລະ ທຸກຄົນມີສິດເທົ່າທຽມກັນ ໃນການກວດ ປ້ອງກັນ ແລະ ປິ່ນປົວໂລກເອດສ໌ ເພື່ອເປັນການເຕືອນທຸກຄົນ ຄູ່ຮ່ວມງານທັງພາກລັດ ອົງການທີ່ບໍ່ແມ່ນພາກລັດ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ  ວ່າຍັງມີຫຼາຍວຽກງານທີ່ຍັງຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ  ເພື່ອໃຫ້ບັນລຸເປົ້າໝາຍການຢຸດຕິການເເຜ່ລະບາດຂອງເຮສໄອວີ/ພະຍາດເອດສ໌.

    ບັນດາບົດລາຍງານຕ່າງໆ ໄດ້ລະບຸໃຫ້ເຫັນວ່າ ອັດຕາການຕິດເຊື້ອໃໝ່ຂອງເຮສໄອວີ/ພະຍາດເອດສ໌ ເເລະ ອັດຕາການຕາຍ ແມ່ນຍັງເປັນສິ່ງທ້າທາຍອັນໃຫຍ່ຫຼວງໃນໂລກຂອງພວກເຮົາ ນັ້ນສະເເດງວ່າ ພວກເຮົາທຸກຄົນຕ້ອງໄດ້ເພີ່ມຄວາມພະຍາຍາມອີກເປັນຫຼາຍເທົ່າ ເພື່ອເຮັດໃຫ້ທຸກຄົນໄດ້ຮັບສິດເທົ່າທຽບໃນການກວດເລືອດ ປ້ອງກັນ ເເລະ ປິ່ນປົວໂລກເອດສ໌.

    ທ່ານ ແຮຣີ ຟອດ ຫົວໜ້າວຽກງານໂຄສະນາຊຸມຊົນຫ້ອງການ AHF ສໍານັກງານໃຫຍ່ ໄດ້ກ່າວວ່າ: ພວກເຮົາຮູ້ສຶກດີໃຈທີ່ໄດ້ເຫັນຄວາມຍືດຍຸ່ນຂອງບັນດາຜູ້ທີ່ຮັບຜິດຊອບກ່ຽວກັບເຮສໄອວີ/ພະຍາດເອດສ໌ ໃນທົ່ວໂລກໃນໄລຍະທີ່ມີການລະບາດ ເເລະ ຫຼັງການເເຜ່ລະບາດຂອງພະຍາດດັ່ງກ່າວ ເຖິງເເນວໃດກໍຕາມ ຂໍ້ມູນຫຼ້າສຸດຈາກ UNAIDS ໄດ້ສະເເດງໃຫ້ພວກເຮົາເຫັນວ່າ ເເຜນງານການຕອບໂຕ້ ເຮສໄອວີ/ພະຍາດເອດສ໌ ແມ່ນຍັງຕ້ອງໄດ້ເພີ່ມຄວາມພະຍາຍາມຫຼາຍກວ່າເກົ່າ ຍ້ອນແນວນັ້ນ AHF ຈຶ່ງໄດ້ຖືເອົາຄໍາຂັວນທີ່ວ່າ “ໂລກເອດສ໌ ຍັງຢູ່ກັບພວກເຮົາ” ເຊິ່ງມີຄວາມໝາຍທີ່ດີທີ່ສຸດ ໃນການລະນຶກເຖິງວັນສາກົນຕ້ານເອດສ໌ໃນປີນີ້ ພວກເຮົາຮຽກຮ້ອງໃຫ້ບັນດາຄູ່ຮ່ວມງານໃນທຸກປະເທດ ໃຫ້ເພີ່ມຄວາມພະຍາຍາມໃນວຽກງານການປ້ອງກັນ ການກວດຊອກຫາເຊື້ອເຮສໄອວີ ເເລະ ການປິ່ນປົວເຮສໄອວີ ເພື່ອຊ່ວຍໃຫ້ຫຼຸດຜ່ອນຈໍານວນຄົນເຈັບຕິດເຊື້ອໃໝ່ ເເລະ ປົກປ້ອງຜົນປະໂຫຍດອັນມີຄ່າທີ່ພວກເຮົາໄດ້ຮັບ ພວກເຮົາໄດ້ເສຍສະຫຼະທຸ່ມເທຢ່າງໜັກໜ່ວງ ເຂົ້າໃນວຽກງານຕອບໂຕ້ກັບເຮສໄອວີ/ພະຍາດເອດສ໌ ເກີນກວ່າທີ່ຈະປ່ອຍໃຫ້ຄວາມກ້າວໜ້ານັບສີບປີຫຼຸດມືໄປ.

    ອົງການ UNAIDS ໄດ້ລາຍງານວ່າ ມີຄົນເຈັບຕິດເຊື້ອເຮສໄອວີໃໝ່ 1,5 ລ້ານຄົນ ໃນປີທີ່ຜ່ານມາ ເຊິ່ງຫຼາຍກວ່າເປົ້າໝາຍທີ່ຕັ້ງໄວ້ 1 ລ້ານຄົນ (ເປົ້າໝາຍ 500.000 ຄົນ) ເເລະ ຄາດຄະເນໂຕເລກການເສຍຊີວິດທີ່ກ່ຽວກັບພະຍາດເຮສໄອວີ/ເອດສ໌ ມີ 650.000 ຄົນ ດັ່ງນັ້ນ AHF ຈຶ່ງຮຽກຮ້ອງໃຫ້ທົ່ວໂລກເລັງເຫັນຄວາມສໍາຄັນໃນການຕໍ່ສູ້ກັບພະຍາດ ເຮສໄອວີ/ເອດສ໌ ໂດຍສະເພາະການສຸມໃສ່ວຽກງານການປ້ອງກັນ ເເລະ ປິ່ນປົວໃຫ້ຫຼາຍກວ່າເກົ່າ ເພື່ອແກ້ໄຂບັນຫາການເຂົ້າມາຮັບການປິ່ນປົວຊ້າ.

   ສໍາລັບກິດຈະກໍາຄັ້ງນີ້ ນອກຈາກມີຂະບວນຍ່າງຈາກປະຕູໄຊ-ຫໍຄໍາ-ປະຕູໄຊ ຍັງມີການສະແດງສິລະປະ ການບໍລິການກວດຊອກຫາເຊື້ອເຮສໄອວີໂດຍບໍ່ເສຍຄ່າ ການແຈກຖົງຢາງອະນາໄມ ແລະ ຜ້າອະນາໄມ ການແຈກ ຢາຍສື່ອຸປະກອນການຮຽນຮູ້ ແລະ ການວາງສະແດງຜົນງານຂອງອົງການຈັດຕັ້ງຕ່າງໆ ພ້ອມທັງມີການແຈກ ຢາຍຂອງຂວັນລາງວັນ ໃຫ້ກັບຜູ້ເຂົ້າຮ່ວມກິດຈະກໍາ ອີກດ້ວຍ.

error: Content is protected !!