ໄຂກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX

    ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ ວັນທີ 5 ທັນວາ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍການນໍາພັກ-ລັດຂັ້ນສູງ ສະມາຊິກລັດຖະບານ ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ ແນວລາວສ້າງຊາດ ສະຫະພັນນັກຮົບເກົ່າແຫ່ງຊາດລາວ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ຕະຫຼອດຮອດຜູ້ຊົງຄຸນວຸດທິ ສະຖາບັນສຶກສາ ຫົວໜ່ວຍທຸລະກິດ ແລະ ສະມາຊິກສະພາແຫ່ງຊາດຊຸດທີ IX ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

    ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດໄຂກອງປະຊຸມ ໂດຍມີບາງຕອນວ່າ: ປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ IX ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນສໍາຄັນຄື: ບົດລາຍງານການເຄື່ອນໄຫວວຽກງານພົ້ນເດັ່ນປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຂອງລັດຖະບານ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດງົບປະມານແຫ່ງລັດປີ 2021 ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2022 ແລະ ແຜນງົບປະມານແຫ່ງລັດ ປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນເງິນຕາ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດປະຈໍາປີ 2022 ແລະ ແຜນການປະຈໍາປີ 2023 ບົດລາຍງານຂອງລັດຖະບານ ກ່ຽວກັບການສ້າງວິຊາຊີບ ການພັດທະນາສີມືແຮງງານ ແລະ ວຽກເຮັດງານທໍາໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ ບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2020 ບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023 ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023. ນອກນີ້ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການສ້າງກົດໝາຍຈໍານວນ 12 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 3 ສະບັບຄື: ຮ່າງກົດໝາຍວ່າດ້ວຍໜັງສືຜ່ານແດນ ຮ່າງກົດໝາຍວ່າດ້ວຍການເດີນທາງນໍ້າ ແລະ ຮ່າງກົດໝາຍວ່າດ້ວຍຫໍພິພິທະພັນ ສ່ວນກົດໝາຍປັບປຸງມີ 9 ສະບັບຄື: ກົດໝາຍວ່າດ້ວຍທະນາຍຄວາມ ກົດໝາຍວ່າດ້ວຍທະບຽນສານ ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ກົດໝາຍວ່າດ້ວຍວິສາຫະກິດ ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ ກົດໝາຍວ່າດ້ວຍອົງການໄອຍະການທະຫານ ກົດໝາຍວ່າດ້ວຍທຸລະກໍາທາງເອເລັກໂຕຣນິກ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍການກວດກາລັດ ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຕໍາປີ 2022 ແລະ ແຜນການເຄື່ອນໄຫວປະຈໍາປີ 2023 ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ແລະ ບົດລາຍງານຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການປັບປຸງແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດຊຸດທີ 9 ແຕ່ປີ 2023-2025 ນອກນີ້ ຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ.

    ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດທີ່ມີຈໍານວນຫຼາຍຄືດັ່ງກ່າວນີ້ໃຫ້ມີຄຸນນະພາບ ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ ສ້າງສັນ ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ ຮັບຮອງຄັ້ງນີ້ ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາຢ່າງແທ້ຈິງ.

error: Content is protected !!