ຊາວໜຸ່ມ ນວ ວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍປະທານໄກສອນ ພົມວິຫານໃນວັນສຳຄັນຂອງຊາດ

    ໃນໂອກາດສະເຫຼີມສະຫຼອງວັນສຳຄັນຂອງຊາດ-ຂອງພັກໃຫ້ເປັນຂະບວນການຟົດຟື້ນ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ສະນັ້ນ ຄະນະບໍລິຫານຊາວໜຸ່ມປະຊາຊົນປະຕິບັດລາວ ນະຄອນຫຼວງວຽງຈັນ (ຄປປລ ນວ) ໄດ້ວາງກະຕ່າດອກໄມ້ຕໍ່ໜ້າຮູບຫຼໍ່ຂອງປະທານໄກສອນ ພົມວິຫານ ທີ່ຫໍພິພິທະພັນນໄກສອນ ພົມວິຫານ ໃນວັນທີ 5 ທັນວາ 2022 ນຳໂດຍທ່ານ ຫຸມແພງ ສີສົມບັດ ຮອງເລຂາຊາວໜຸ່ມ ປປລ ນວ ພ້ອມດ້ວຍຄະນະ ແລະ ເຍົາວະຊົນ-ຊາວໜຸ່ມເຂົ້າຮ່ວມ.

    ການວາງກະຕ່າດອກໄມ້ຄັ້ງນີ້ ສະແດງເຖິງຄວາມເຄົາລົບຮັກ ກະຕັນຍູຮູ້ບຸນຄຸນຢ່າງສູງຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງປະທານໄກສອນ ພົມວິຫານ ໄດ້ສ້າງໄວ້ໃຫ້ແກ່ການຈັດຕັ້ງພັກ-ລັດ ໂດຍສະເພາະແມ່ນຕໍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ສະນັ້ນ ບັນດາສະມາຊິກຊາວໜຸ່ມຮຸ່ນສືບທອດ ຈະພ້ອມກັນບຸກບືນຫ້າວຫັນ ຕັ້ງໜ້າເຝິກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງໃນທຸກດ້ານ ໃຫ້ສົມກັບເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ ດັ່ງທີ່ປະທານໄກສອນ ພົມວິຫານ ໄດ້ໃຫ້ຂະໜານນາມແກ່ຊາວໜຸ່ມປະຊາຊົນປະຕິວັດລາວພວກເຮົາວ່າ ຊາວໜຸ່ມຈົ່ງກາຍເປັນນົກອິນຊີທີບໍ່ຫວັ່ນກວາຕໍ່ພາຍຸລົມແດງ  ເປັນສິນໄຊແຫ່ງຍຸກສະໄໝ ແລະ ຊາວໜຸ່ມຂໍປະຕິຍານຕົນຕໍ່ປະທານໄກສອນ ພົມວິຫານ ວ່າ ຈະສືບຕໍ່ສຶກສາຮ່ຳຮຽນເອົາຄຸນສົມບັດ ສິນທຳປະຕິວັດ ແລະ  ແບບແຜນການດຳລົງຊີວິດທີ່ປະທານ  ໄກສອນ ພົມວິຫານ  ໄດ້ສ້າງໄວ້ໃຫ້ນັບມື້ນັບໜັກ ແໜ້ນເຂັ້ມແຂງ ແລະ ເປັນຜູ້ສືບທອດພາລະກິດປະຕິວັດຂອງພັຂອງຊາດດ້ວຍຄວາມ໘ຈົງຮັກພັກດີ. 

    ໃນໂອກາດດັ່ງກ່າວ ກໍໄດ້ຢ້ຽມຊົມຫໍພິພະທະພັນປະທານໄກສອນ ພົມວິຫານ ເພື່ອໃຫ້ເຍົາວະຊົນ-ຊາວໜຸ່ມໄດ້ຮຽນຮູ້ປະຫວັດການເຄື່ອນໄຫວແຕ່ລະໄລຍະ ແລະ ບົດຮຽນອັນລໍ້າຄ່າຂອງປະທານໄກສອນ ພົມວິຫານ ທີ່ສອນໄວ້ໃຫ້ຄົົນຮຸ່ນໜຸ່ມເປັນຜູ້ສືບທອດຕະຫຼອດໄປ.

.

# ຂ່າວ – ພາບ : ອົ່ນ ໄຟສົມທອງ 

error: Content is protected !!