ທຸກປີ ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ແລະ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນ ຫຼວງຫຼາຍ ປີ 20219 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 39.000 ກໍລະນີ ແລະ ເສຍຊີ ວິດ 76 ຄົນ ສຳລັບປີ 2020 ເປັນອີກປີໜຶ່ງທີ່ເກີດການລະບາດພະຍາດນີ້ເຊັ່ນດຽວກັນ ໂດຍອີງຕາມການລາຍງານຂອງກະຊວງສາທາລະນະສຸກ ກ່ຽວກັບການເຝົ້າລະວັງພະຍາດໄຂ້ຍຸງລາຍປະຈໍາວັນທີ 14 ມິຖຸນາ 2020 ມີຜູ້ຕິດເຊື້ອເພີ່ມ 8 ກໍລະນີ ກໍລະນີສະສົມທັງໝົດໂດຍລວມນັບແຕ່ວັນທີ 28 ທັນວາ 2019-14 ມິຖຸນາ 2020 ມີຜູ້ເປັນພະຍາດໄຂ້ຍຸງລາຍທັງໝົດທົ່ວປະເທດ 1.785 ກໍລະນີ ແລະ ເສຍຊີວິດ 5 ຄົນ.

ຜູ້ຕິດເຊື້ອໄຂ້ຍຸງລາຍ ຫຼາຍກວ່າໝູ່ຢູ່ນະຄອນຫຼວງວຽງຈັນ 407 ກໍລະນີ ເສຍຊີວິດ 2 ຄົນ ແຂວງວຽງຈັນ 244 ກໍລະນີ ອັດຕະປື 213 ກໍລະນີ ບໍລິຄຳໄຊ 188 ກໍລະນີ ເສຍຊີວິດ 1 ຄົນ ຄຳມ່ວນ 157 ກໍລະນີ ເສຍຊີວິດ 1 ຄົນ ສະຫວັນນະເຂດ 125 ກໍລະນີ ສາລະວັນ 108 ກໍລະນີ ໄຊຍະບູລີ 107 ກໍລະນີ ເສຍຊີວິດ 1 ຄົນ ເຊກອງ 50 ກໍລະນີ ຫຼວງນໍ້າທາ 41 ກໍລະນີ ອຸດົມໄຊ 37 ກໍລະນີ ໄຊສົມບູນ 33 ກໍລະນີ ຫຼວງພະບາງ 32 ກໍລະນີ ບໍ່ແກ້ວ 22 ກໍລະນີ ຈຳປາສັກ 15 ກໍລະນີ ຜົ້ງສາລີ 5 ກໍລະນີ ແລະ ຫົວພັນ 1 ກໍລະນີ ມີພຽງແຕ່ແຂວງຊຽງຂວາງທີ່ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ.

ເພື່ອປ້ອງກັນພະຍາດໄຂ້ຍຸງລາຍບໍ່ໃຫ້ມີການລະບາດເພີ່ມຂຶ້ນ ກະຊວງສາທາລະນະສຸກ ຮຽກຮ້ອງໃຫ້ທຸກຄອບຄົວເອົາໃຈໃສ່ປະຕິບັດ 5 ປ ຢ່າງເຄັ່ງຄັດ ເປັນປະຈຳ ແມ່ນສາມາດທຳລາຍແຫຼ່ງເພາະພັນຂອງຍຸງລາຍໄດ້ຄື: ປິດຝາພາຊະນະທີ່ເກັບນ້ຳໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່ ປ່ຽນນ້ຳໃນພາຊະນະເຊັ່ນ: ເຕົ້າດອກໄມ້ ນ້ຳຮອງຕີນຕູ້ຖ້ານຮອງຈອກນ້ຳປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ ປັບປຸງການອະນາໄມສິ່ງແວດລ້ອມອ້ອມເຮືອນ ບໍ່ໃຫ້ມີກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ມີນ້ຳຂັງ ແລະ ປະຕິບັດໃຫ້ເປັນນິໄສປະຈຳທຸກອາທິດ ຖ້າເປັນໄຂ້ໃຫ້ໄປພົບແພດໝໍດ່ວນ ຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດ ກໍ່ຈະສາມາດຫຼຸດຜ່ອນ ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍໃຫ້ຫຼຸດລົງເທື່ອລະກ້າວ.
# ຂ່າວ & ພາບ: ເພັດສະໝອນ