ບົວລະພາຈະແຈກຢາຍເບ້ຍໄມ້ວິກ 2 ແສນເບ້ຍ ໃຫ້ປະຊາຊົນໄປປູກພ້ອມເກັບຊື້ຄືນເມື່ອຮອດກໍານົດ

    ລັດຖະບານ ໄດ້ອະນຸມັດໃຫ້ບໍລິສັດບົວລະພາ ກະສິກໍາ-ປ່າໄມ້ ປູກເບ້ຍໄມ້ວິກຢູ່ປ່າຜະລິດ ກວມເອົາເມືອງຫີນເຫີບ ເມືອງເຟືອງ ແລະ ສານະຄາມ ແຂວງວຽງຈັນ ເນື້ອທີ່ 2.000 ເຮັກຕາ ໃນເດືອນເມສາ ປີ 2019 ເຊິ່ງວ່າໃກ້ລະດູການປູກ ເຮັດໃຫ້ບໍລິສັດບຸກເບີກເນື້ອທີ່ບໍ່ທັນ ຈຶ່ງໄດ້ມາປູກໃນປີ 2020.

ບົວລະພາຈະແຈກຢາຍເບ້ຍໄມ້ວິກ 2 ແສນເບ້ຍ

    ທ່ານ ນາງ ສຸໄພວັນ ທ່ຽງຈັນໄທ ຮອງອໍານວຍການບໍລິສັດບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ໃຫ້ສໍາພາດວັນທີ 16 ມິຖຸນາ 2020 ທີ່ບໍລິສັດດັ່ງກ່າວວ່າ: ປີ 2020 ບໍລິສັດບົວລະພາ ກະສິກໍາ-ປ່າໄມ້ ຄາດວ່າຈະປູກເບ້ຍໄມ້ວິກໃຫ້ໄດ້ 1.200 ເຮັກຕາ ໃນຈໍານວນເນື້ອທີ່ປ່າຜະລິດທີ່ລັດຖະບານມອບໃຫ້ໃນປີ 2019 ເຊິ່ງໄດ້ປູກຮ່ວມກັບປະຊາຊົນ ແລະ ບໍລິສັດມີສວນກ້າເບ້ຍໄມ້ວິກ 2.300.000 ເບ້ຍ ໃນນີ້ມີແຜນແຈກຢາຍໃຫ້ກັບປະຊາຊົນໂດຍບໍ່ເສຍຄ່າ 200.000 ເບ້ຍ ໄລຍະຜ່ານມາໄດ້ແຈກຢາຍໄປແລ້ວຈໍານວນໜຶ່ງ ເຊິ່ງປະຊາຊົນທ່ານໃດທີ່ມີຄວາມຕ້ອງການຢາກນໍາເບ້ຍໄມ້ວິກໄປປູກ ໃຫ້ແຈ້ງເຈດຈໍານົງຫາບໍລິສັດບົວລະພາກະສິກໍາ ແລະ ປ່າໄມ້ ຈໍາກັດ ໃກ້ກັບປະຕູໄຊ ໂດຍລະບຸວ່າຈະນໍາໄປປູກຢູ່ໃສ ຕ້ອງການຈໍານວນຈັກເບ້ຍ ເບີໂທຕິດຕໍ່ ເພື່ອໃຫ້ບໍລິສັດເກັບກໍາຂໍ້ມູນໄວ້ ພາຍຫຼັງທີ່ປູກຄົບກໍານົດ 7 ປີ ບໍລິສັດຈະຕິດຕໍ່ເກັບຊື້ຕາມລາຄາທ້ອງຕະຫຼາດ ນອກຈາກນັ້ນ ໃນວັນທີ 5 ມິຖຸນາ 2020 ບໍລິສັດດັ່ງກ່າວໄດ້ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເຟືອງ ແຂວງວຽງຈັນ ຈັດກິດຈະກໍາປູກຕົ້ນໄມ້ຢູ່ໂຮງຮຽນ ມສ ເມືອງເຟືອງ ຈໍານວນ 1.000 ເບ້ຍ ເພື່ອສ້າງໃຫ້ໂຮງຮຽນເປັນໂຮງຮຽນສີຂຽວ.

ບົວລະພາຈະແຈກຢາຍເບ້ຍໄມ້ວິກ 2 ແສນເບ້ຍ

    ທິດທາງໃນຕໍ່ໜ້າ ບໍລິສັດບົວລະພາກະສິກໍາ ແລະ ປ່າໄມ້ ຈະບຸກເບີກເນື້ອທີ່ໄປພ້ອມກັບການປູກໃນເນື້ອທີ່ຍັງເຫຼືອ 800 ເຮັກຕາທີ່ລັດຖະບານມອບໃຫ້ໃນປີ 2019 ໄປຄຽງຄູ່ກັບບຸກເບີກເນື້ອທີ່ປູກຢູ່ປ່າຜະລິດເມືອງໝື່ນຕື່ມອີກ ພ້ອມນັ້ນ ໃນແຜນປີ 2021 ຈະປູກໃຫ້ໄດ້ 5 ພັນເຮັກຕາ 2022-2023 ມີແຜນປູກປີລະ 10 ພັນເຮັກຕາ 2024, 2025, 2026 ແຜນປູກໃຫ້ໄດ້ປີລະ 11 ພັນເຮັກຕາ ສ່ວນການສ້າງຕັ້ງໂຮງງານໄມ້ອັດຢູ່ແຂວງວຽງຈັນ ທີ່ໄດ້ລົງມືສ້າງຕັ້ງໃນເດືອນມິຖຸນາ ປີ 2019 ປັດຈຸບັນສໍາເລັດແລ້ວ 50% ຄາດວ່າຈະສໍາເລັດໃນເດືອນມິຖຸນາ 2021 ພາຍຫຼັງສໍາເລັດແລ້ວ ແມ່ນກຽມພ້ອມຜະລິດ ເນື່ອງຈາກວ່າມີວັດຖຸດິບໄວ້ຮອງຮັບແລ້ວ ເຊິ່ງຢູ່ໃນຂັ້ນຕອນແປງທາງເຂົ້າໄປຫາສວນ ແລະ ກະກຽມນໍາລົດຕັດໄມ້ທີ່ທັນສະໄໝເຂົ້າມາ ນອກຈາກນີ້ ບໍລິສັດໄດ້ເຮັດບົດວິພາກເສດຖະກິດເຕັກນິກສໍາລັບໂຄງການລົງທຶນປູກໄມ້ ແລະ ຟື້ນຟູປ່າແບບມີສ່ວນຮ່ວມລະຫວ່າງລັດ-ຜູ້ປະກອບການ-ປະຊາຊົນ ໃນເນື້ອທີ່ 60 ພັນເຮັກຕາ ຢູ່ໃນເຂດປ່າຜະລິດ 3 ແຫ່ງນອນຢູ່ໃນ 2 ແຂວງຄື: ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເຊິ່ງກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ເຊັນຮັບຮອງຢັ້ງຢືນໃນວັນທີ 12 ມິຖຸນາ 2020.

# ຂ່າວ & ພາບ:  ຂັນທະວີ  

error: Content is protected !!