ດວງສີວິໄລ ພິມມະສອນ ນັກກີລາເທຄວັນໂດຊາຍ ນະຄອນຫຼວງວຽງຈັນ ລົງຕີຄູ່ສຸດທ້າຍ ໃນມື້ປິດການແຂ່ງຂັນ ຍາດໄດ້ອີກ 1 ຫຼຽນຄຳ ໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.


ການແຂ່ງຂັນເທຄວັນໂດໃນມື້ປິດສະໜາມມີຂຶ້ນໃນວັນທີ 4 ທັນວາ 2022 ທີ່ສະໜາມກີລາໄຊຊະນະ ເຊິ່ງຄູ່ສຸດທ້າຍແມ່ນປະເພດການຕໍ່ສູ້ (ຊາຍ) ຮຸ່ນນ້ຳໜັກ 73 ກີໂລ ເປັນການພົບກັນລະຫວ່າງ ດວງສີວິໄລ ພິມມະສອນ ແລະ ລັດຖະສາດ ກົມມະດຳ ນັກກີລາຈາກແຂວງຈຳປາສັກ.
ຊົມຄລິບ