ທີມນັກກີລາໜ້າເກັກ ນະຄອນຫຼວງວຽງຈັນ ຕັ້ງເປົ້າຫຼຽນຄຳ ໃນການແຂ່ງຂັນກີລາແຫ່ງຊາດ ຄັ້ງທີ 11 ຊຽງຂວາງເກມ 2022 ທີ່ແຂວງຊຽງຂວາງເປັນເຈົ້າພາບ ຂະນະທີ່ໃນມື້ເປີດສະໜາມ ທີມໜ້າເກັກຊາຍນະຄອນຫຼວງ ສາມາດຍິງເກັບຄະແນນ ໄລຍະ 15 ແມັດ ຜ່ານໄປຫຼິ້ນໃນຮອບຊີງຫຼຽນຄຳ.

ການແຂ່ງຂັນໜ້າເກັກມີຂຶ້ນໃນວນັທີ 2 ທັນວາ 2022 ທີ່ສະໜາມກີລາ ໄຊຊະນະ ເມືອງແປກ ແຂວງຊຽງຂວາງ ການແຂ່ງ ຂັນກີລາໜ້າເດັກມີນັກກີລາຈາກ 14 ພາກສ່ວນ ເຂົ້າຮ່ວມໃນນັ້ນມີ 1 ນະຄອນຫຼວງ 1 ກະຊວງ ແລະ 12 ແຂວງ ເຊັ່ນ: ຜົ້ງສາລີ ຫຼວງນໍ້າທາ ອຸດົມໄຊ ຫຼວງພະບາງ ຫົວພັນ ໄຊຍະບູລີ ວຽງຈັນ ສາລະວັນ ເຊກອງ ຈໍາປາສັກ ໄຊສົມບູນ ແລະ ເຈົ້າ ພາບແຂວງຊຽງຂວາງເຊິ່ງ ການແຂ່ງຂັນປະກອບມີ ການຍິງໄລຍະ 15 ແມັດ 20 ແມັດ ປະກອບມີ ປະເພດທີມ ຄູ່ ແລະ ເພດດຽວ ເຊິ່ງໄດ້ແຂ່ງຂັນແຕ່ວັນທີ1-7 ທັນວາ 2022.

ທ່ານ ຊົ່ງລໍ່ ຄູເຝິກນັກກີລາໜ້າເກັກນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ເພື່ອເປັນການກຽມຄວາມພ້ອມໃຫ້ນັກກີລາໃນການເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດ ນັກກີລາພວກເຮົາໄດ້ເກັບໂຕເຝິກຊ້ອມແຕ່ເດືອນຕຸລາເປັນຕົ້ນມາ ແລະ ໄດ້ຂຶ້ນມາສຶບຕໍເກັບໂຕເຝິກຊ້ອມໃນວັນທີ 27 ພະຈິກ 2022 ປັດຈຸບັນສະພາບນັກກີລາມີຄວາມກຽມພ້ອມແລ້ວ.


ສຳລັບແຂວງທີ່ເປັນຄູ່ຕໍ່ສູ້ຫຼັກໆປະກອບມີ ຊຽງຂວາງ ຫົວພັນ ອຸດົມໄຊ ແລະ ຫຼວງພະບາ ແຕ່ຢ່າງໃດກໍຕາມນັກກີລາພວກເຮົາ ນັກກີລາພວກເຮົາຈະຕ້ອງໄດ້ເອົາໃຈໃສ່ຕື່ມເພື່ອສ້າງຜົນງານໃນການເຂົ້າຮ່ວມກີລາຄັ້ງນີ້ ໃຫ້ໄດ້ຮັບຜົນດີທີ່ສູດ ເຊິ່ງຕັ້ງເປົ້າໄວ້ວ່າ ຈະສູ້ຄົນຍາດມາໃຫ້ໄດ້ 3 ຫຼຽນຄຳ.
ສຳລັບການຜົນການແຂ່ງຂັນລຸ້ນຕໍ່ໄປຈິລາຍງານໃຫ້ຊາບຕາມຫຼັງ.